ນາຍຈ້າງຊຸກເຊືອງ ຄົນງານຕ່າງດ້າວ

ມີຫຼາຍ ບໍຣິສັດ ໃນລາວ ຍັງປິດບັງ ຈໍານວນ ຄົນງານ ຕ່າງດ້າວ.
ມະນີຈັນ
2012.04.03

ກົດຟັງສຽງ

ບໍຣິສັດ ໃນລາວ ຍັງປິດບັງ ຈໍານວນ ຄົນງານ ຕ່າງດ້າວຢູ່ ເພື່ອຫຼີກເວັ້ນ ເສັຽຄ່າ ໃຊ້ຈ່າຍຕ່າງໆ ເປັນຕົ້ນ ຄ່າທໍານຽມ ຂໍອະນຸຍາດ ເຮັດວຽກ ແລະ ຄ່າພາສີ ຣາຍໄດ້. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ແຮງງານ ແລະ ສວັດດີການ ແຂວງ ໄຊຍະບູລີ:

"ກໍຖ້າຄັນວ່າ ບໍຣິສັດ ບໍ່ຈິງໃຈ ກໍແນ່ນອນ ແຫລະມີ ແຮງງານ ຕ່າງປະເທດ ມີຈໍານວນ ຫລາຍໃດ໋ ຄັນວ່າ ບໍຣິສັດ ນໍາໃຊ້ ແຮງງານ ຕ່າງປະເທດ ຢາກມີຖ້າເຮັດ ປິດບັງ ເຊື່ອງອໍາ ກໍແນ່ນອນ ມັນມີຫັ້ນ ແຫລະ".

ການ ທີ່ທາງການ ປະກາດໃຫ້ ຄົນງານ ຕ່າງດ້າວມາ ຂຶ້ນທະບຽນ ກໍເພື່ອຊາບ ຂໍ້ມູນ ຈໍານວນ ແຮງງານ ຕ່າງດ້າວ ທີ່ເຮັດວຽກ ໃນປະເທດລາວ ຊຶ່ງເວລານີ້ ມີບັນຫາ ຄົນງານ ຕ່າງປະເທດ ລັກເຂົ້າມາ ເຮັດວຽກ ຫຼາຍ ແລະການອອກ ກໍານົດ ເສັ້ນຕາຍ ເວລາ ຂຶ້ນທະບຽນ ແຮງງານ ຕ່າງດ້າວຄັ້ງນີ້ ທ່ານບອກວ່າ ບໍ່ໄດ້ປັບໃໝ ໃສ່ໂທດ ເປັນພິເສດໃດໆ ຕໍ່ຜູ້ທີ່ ບໍ່ມາຂຶ້ນ ທະບຽນ ແຮງງານ:

"ທີ່ຈິງການ ຂຶ້ນບັນຊີ ມັນບໍ່ເວົ້າ ເຣື່ອງປັບໃໝ່ ເທື່ອ ມັນຈະຂຶ້ນ ເພື່ອຮັບຮູ້ ວ່າເຈົ້າ ເປັນຄົນ ຕ່າງປະເທດ ມາຢູ່ລາວ ເນາະ ເພິ່ນຢາກຮູ້ ຕົວເລກ ຂໍ້ມູນວ່າ ມັນມີ ເທົ່າໃດແທ້ ແລ້ວເຣື່ອງ ມາຕການ ເພິ່ນມີ ອອກມາ ຕ່າງຫາກ".

ຫລັງຈາກ ຮວບຮວມ ຣາຍຊື່ຄົນງານ ຮຽບຮ້ອຍແລ້ວ ກໍຈະ ພິຈາຣະນາ ຂຶ້ນທະບຽນ ແລະ ອອກໃບ ອະນຸຍາດ ເຮັດວຽກໃຫ້ ພ້ອມກັນນັ້ນ ກໍຈະກວດກາ ແລະ ດໍາເນີນການ ຕາມກົດໝາຍ ຕໍ່ບໍຣິສັດ ທີ່ຍັງໃຊ້ ຄົນງານ ທີ່ບໍ່ຂື້ນທະບຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 04, 2012 12:00 AM

ທຸກຄົນຢູ່ໄນສັງຄົມ ຕ້ອງຖືລະບຽບແລະກົດບັງຄັບສເມີກັນ, ໄຜເຫັນແກ່ຕົວກໍຈະພາສັງຄົມໝົ້ນໝອງ,ດ້ວຍເຫຕນີ້ ຜູ້ໄດໄຝ່ຝັນຫາໂຊກເກີນດວງລາບນັ້ນມັກຮັບຫາຍກາຍ ມາເປັນເຫຕ,ຕ້ອງ ຮູ້ຄຳວ່າ ນ້ຳຕ້ອງເພິ່ງເຮືອເສືອຕ້ອງເພິ່ງປ່າ,ສັງຄົມຈຶ່ງມີ ຄວາມສຸຂຢູ່ຮ່ວມກັນໄດ້.