ນັກຮຽນສົນໃຈຄ່າສັງຄົມ ຫຼາຍກວ່າການຮຽນ

ຊາວລາວ ສ່ວນໜຶ່ງ ເວົ້າວ່າ ກາຣສຶກສາ ໃນລາວ ຍັງຂາດ ຄຸນພາບ ພ້ອມທັງ ເຮັດໃຫ້ ນັກຮຽນ ໄປສົນໃຈ ເຣື່ອງ ຄ່ານິຍົມ ໃນສັງຄົມ ຫລາຍກວ່າ.
ຫວາດ ສີມູນ
2012.02.01

ກົດຟັງສຽງ

ປະກົດມີສຽງ ວິພາກວິຈາຣ ໃນສັງຄົມລາວ ບາງສ່ວນວ່າ ກາຣສຶກສາ ຂອງ ວັຍໜຸ່ມ ຍີງສາວລາວ ໃນປັຈຈຸບັນ ບໍ່ມີຄວາມ ຈິງຈັງ ເໝືອນດັ່ງ ກາຣສຶກສາ ຂອງນັກຮຽນ ໃນສມັຍກ່ອນ ເນື່ອງຈາກວ່າ ບັນດາໜຸ່ມສາວ ລາວ ທຸກມື້ນີ້ ພາກັນ ຮຽນໜັງສື ຕາມຄ່ານິຍົມ ຂອງສັງຄົມ ແຕ່ບໍ່ໄດ້ ໝາຍຄວາມວ່າ ຈະຮູ້ແລະເຂົ້າໃຈ ຢ່າງເຖີງຖອງ ຂອງ ແຕ່ລະວິຊາ ນັ້ນໆຢ່າງ ແທ້ຈິງ ຈຶ່ງເຮັດໃຫ້ ຜູ້ທີ່ຮຽນຈົບ ຍັງຂາດ ປະສິທທິພາບ ດັ່ງຊາວ ລາວຜູ້ໜຶີ່ງ ເວົ້າວ່າ:

"ສມັຍກ່ອນ ດີກວ່າທີ່ສຸດ ສມັຍນີ້ມັນ ເວົ້າວ່າໄປນຳ ຄ່ານິຍົມ ໄປນຳຄ່າ ນິຍົມ ຈິງໆ ກໍບໍ່ຮູ້ ຫຍັງດອກ ຄືມີຣົຖຂີ່ ກໍແມ່ນ ແລະໃຊ້ກໍຍັງ ບໍ່ຮູ້ຄຸນຄ່າ ຂອງມັນ ເພາະສມັຍນີ້ ມັນເວົ້າວ່າ ມັນເປັນໄປນຳ ຄ່ານິຍົມ ຫລາຍກວ່າ ກາຣສຶກສາ ຢ່າໃຫ້ເວົ້າເລີຽ ມັນອ່ອນກວ່າ ແຕ່ກີ້".

ພ້ອມດຽວກັນນີ້ ນາງກໍວ່າ ກາຣສຶກສາ ໃນສມັຍກ່ອນນັ້ນ ສາມາຖ ນໍາຄວາມຮູ້ ທີ່ຕົນໄດ້ ຮໍ່າຮຽນມາ ນຳມາໃຊ້ ໄດ້ປໂຍຊນ໌ ແທ້ ແຕ່ໜຸ່ມສາວ ສມັຍນີ້ ບາງກຸ່ມ ກໍບໍ່ຄ່ອຍ ຈະຕັ້ງໃຈຮຽນ ສະນັ້ນ ຈຶ່ງຢາກໃຫ້ ບັນດາ ຊາວໜຸ່ມ ແລະຍີງສາວ ໂດຽທົ່ວໄປ ໃນສມັຍໃໝ່ນີ້ ມີຄວາມຮູ້ ເພື່ອບໍ່ຢາກ ໃຫ້ຖືກຜູ້ອື່ນ ຫລອກລວງ ພ້ອມກັບໃຫ້ ສາມາຖນຳ ເອົາຄວາມຮູ້ ທີ່ພວກຕົນ ຮຽນມານັ້ນ ໄປໃຊ້ໃຫ້ ເປັນປໂຍຊນ໌ ແກ່ບ້ານເມືອງ.

ໃນຂນະດຽວກັນ ກໍມີຄົນລາວ ອີກຜູ້ໜຶ່ງ ທີ່ມີຄວາມ ເປັນຫ່ວງ ແລະໃຫ້ ຄວາມເຫັນ ທາງດ້ານ ຄຸນພາບ ຂອງກາຣສຶກສາ ໃນເມືອງລາວ ເພີ່ມວ່າ:

"ໜ້າຈະເປັນ ສມັຍກ່ອນ ເພາະວ່າ ສມັຍກ່ອນ ກາຣຮຽນມັນ ອາຈຈະລ້າຫລັງ ແຕ່ວ່າຄົນ ສມັຍກ່ອນ ຈະມີຄວາມຮູ້ ຫລາຍກວ່າ ຄົນສມັຍນີ້ ຂະເຈົ້າ ຈະມີ ປະສົບກາຣ ຫລາຍ (ກວ່າປັຈຈຸບັນ)."

ຢ່າງໃດ ກໍຕາມ ຊາວລາວ ທັງສອງຄົນ ຍັງໄດ້ເນັ້ນວ່າ ໜຸ່ມສາວ ຊາວລາວ ໃນສມັຍໃໝ່ ກໍອາຈມີ ຄວາມຮູ້ຕາມ ທີ່ໄດ້ຮຽນ ມາແທ້ ແຕ່ກໍບໍ່ຮູ້ວ່າ ມີນ້ອຍຫລື ຫລາຍຂນາດໃດ ເນື່ອງຈາກວ່າ ປັຈຈຸບັນ ຄົນສ່ວນຫລາຍ ມັກຈະເຮັດ ຕາມຄ່ານິຍົມ ໃນສັງຄົມ ຫລາຍກວ່າ ສະພາບ ຄວາມຈີງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 07, 2012 12:31 AM

ຂໍໃຫ້ສີລທັມນຳພາການສືກສາ ສຳລັບ ອະນຸຊົນ,ເຍົາວະຊົນ ແລະ ຊາວຫນຸ່ມນັກສືກສາ.
ຂໍໃຫ້ບັນດາຜູ້ນຳພາ ທຸກຂະແຫນງການ ຄວນຕ້ອງ ເປັນ ແບບຢ່າງ ທີດີດີ/ທີ່ຖືກຕອ້ງ/ທີ່ເປັນທັມ ຢ່າງແທ້ຈີງ.
ສ້າງຄວາມເຂັ້ມແຂງດ້ານແນວຄິດ ບໍ່ຄວຍຍືດຕິດກັບວັດຖຸຸູຈົນລືມ ຄວາມເປັນມະນຸດ ຂອງຕົນເອງ.

ຂໍເຫັນດີນຳ ທ່ານ ຫນອງປາໃນເດີ .

Anonymous
Feb 01, 2012 07:54 AM

ຢູ່ລາວເຮົາໄນປັດຈຸບັນ ກໍ່ມີຄວາມຕື່ນຕົວຫລາຍແລ້ວ ດ້ານຄວາມຈະເລີນທາງດ້ານ ວັດຖຸນິຍົມແຕ່ມັນແກ່ກາຍເກີນ ຄົນທັມມະດາສາມັນຈະແກ້ໄດ້ ສະນັ້ນ ມີທາງດຽວທີ່ຄົນຮຸ້ນນ້ອຽ ຄວນຮູ້ໄວ້ ຄື ຕ້ອງຫາຕົວເອງໃຫ້ພົບ ແລະ ຢ່າປະໝາດ ເຮົາຕ້ອງແກ່ສັງຄົມ ຢ່າໃຫ້ສັງຄົມແກ່ເຮົາ ແຕ່ລະວັນຕ້ອງຫາ ຕົວເອງໃຫ້ພົບ ຕົນຕ້ອງເປັນທີ່ເພິ່ງຂອງຕົນ ສະນັ້ນ ຄິດສິ່ງໄດກໍ່ໄດ້ ແຕ່ໃຫ້ຄິດໃນທາງດີ ເວົ້າອັນໄດກໍ່ໄດ້ ແຕ່ໃຫ້ເວົ້າໃນທາງທີ່ດີ ແລະສຸດທ້າຍນີ້ ເຮັດອັນໄດກໍ່ໄດ້ ແຕ່ໃຫ້ເຮັດໄນສິ່ງທີ່ດີ ແກ່ຕົວເອງແລະຕໍ່ສັງຄົມ ສຳຄັນທີ່ສຸດແມ່ນ ຮູ້ຈັກຄວາມພໍດີ.