ທຸຣະກິຈສົ່ງຊີ້ນໝາ ໄປວຽດນາມ

ທຸຣະກິຈ ໃນລາວ ທີ່ຮັບຊື້ໝາ ຈາກໄທຽ ເພື່ອສົ່ງຊີ້ນ ຂາຍໄປ ວຽຕນາມ ກຳລັງ ຂຍາຍຕົວ.
ຫວາດ ສີມູນ
2012.03.29

ກົດຟັງສຽງ

ທຸຣະກິຈ ຄ້າໝາ ໃນລາວ ປັຈຈຸບັນນີ້ ກໍາລັງ ຂຍາຍຕົວ ເນື່ອງຈາກວ່າ ຢູ່ປະເທສ ວຽຕນາມ ມີຄົນນິຍົມ ຊື້ໝາ ໄປບໍຣິໂພຄ ມີຫລາຍ ເພີ່ມຂຶ້ນ ແລະ ກາຣຊື້ໝາ ຈາກໄທຽ ໄປຂາຍ ຕໍ່ໃຫ້ຊາວ ວຽຕນາມ ກໍບໍ່ຄ່ອຍຈະ ມີບັນຫາ ພຽງແຕ່ວ່າ ໃຫ້ເງິນສິນບົນ ເລັກໆນ້ອຍໆ ແກ່ເຈົ້າໜ້າທີ່ ພນັກງານ ຕາມເຂຕດ່ານ ຊາຍແດນ ຣະຫວ່າງ ໄທຽ-ລາວ-ວຽຕນາມ ກໍຈະເຮັດໃຫ້ ຜູ້ດໍາເນີນ ທຸຣະກິຈ ດ້ານນີ້ ໄດ້ຮັບຄວາມ ສະດວກ ສະບາຍ ຫລາຍຂຶ້ນ. ດັ່ງເຈົ້າໜ້າທີ່ ຜູ້ຮັບຜິດຊອບ ຈາກ ມູລນີທິ ຊ້າງ ແຂວງຊຽງໃໝ່ ໄດ້ກ່າວວ່າ:

"ເຈົ້າໜ້າທີ່ ບໍ່ວ່າ ປະເທສໃດ ກໍມີ ຄໍຣັປຊັ່ນ ກັນທັ້ງນັ້ນ ແຕ່ວ່າ ຣັຖບາລລາວ ອາຈຈະບໍ່ຮູ້ ຣະດັບສູງ ອາຈຈະບໍ່ຮູ້ ແຕ່ຂັ້ນລຸ່ມ ຄືຖ້າປ່ອຍ ຈາກດ່ານ ແນ່ນອນ ເຂົ້າໄປເຖີງ ຣະດັບນັ້ນ ຣະດັບອື່ນໆໃດ ກໍບໍ່ຮູ້ ເຣື່ອງນຳ ເພາະວ່າ ໃນເມື່ອເຂົ້າໄປ ເຖີງຝ່ັງລາວ ແລ້ວ ກໍກາຍເປັນ ໝາລາວ ໄປໝົດ ແລະ ທາງເຈົ້າໜ້າທີ່ ຝ່າຍລາວ ກໍບໍ່ຮູ້ ຊໍ້າວ່າ ໝານັ້ນ ເປັນໝາໄທຽ ຫລືໝາໄປ ຈາກໃສ ກັນແທ້ ເພາະ ເປັນກາຣຄ້າ ຢູ່ໃນຝັ່ງລາວ ແລະ ໃນເມື່ອເຂົ້າ ໄປເຖີງດ່ານ ໃນຊາຍແດນ ວຽຕນາມ ກໍຍິ່ງສະບາຍ ເພາະເຈົ້າໜ້າທີ່ ດ່ານວຽຕນາມ ກໍມັກຈະ ຊື້ໝາ ໄປກິນ ຢູ່ແລ້ວ".

ເຈົ້າໜ້າທີ່ໄທຽ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ກາຣສົ່ງ ສິນຄ້າ ປະເພທໝາ ໄປວຽຕນາມນັ້ນ ສ່ວນຫລາຍ ຈະມີກາຣ ໃຊ້ເສັ້ນທາງ ຜ່ານທາງ ແຂວງ ບໍຣິຄຳໄຊ ຊຶ່ງກໍຮວມທັງ ຊີ້ນໝາ ໜັງ ແລະ ຂົນໝາ ເພື່ອນຳໄປ ຜລິຕເປັນ ເຄື່ອງນຸ່ງ ແມ້ກະທັ້ງ ກະດູກໝາ ກໍໄປຕົ້ມ ເປັນນໍ້າຊຸປ ນໍ້າແກງ ແລະວ່າ ໃນເມື່ອກ່ອນນີ້ ກໍມີໂຮງ ປາດຊີ້ນໝາ ຢູ່່ເມືອງລາວເອງ ແຕ່ປັຈຈຸບັນ ຖືກສັ່ງປິດ ໄປແລ້ວ ຈື່ງກັບມາປາດ ຢູ່ ປະເທສໄທຽເອງ ໃນປັຈຈຸບັນ ນີ້ ດັ່ງທີ່ທ່ານ ໄດ້ກ່າວເນັ້ນວ່າ:

"ຕອນນີ້ ມີໂຮງແລ່ ກັນຢູ່ທີ່ ສະກົນນະຄອນ ຢູ່ນະຄອນພະນົມ ແລ້ວເອົາລົງ ແຊ່ຕູ້ນໍ້າກ້ອນ ຂາຍກັນ ໂຕລະ 100 ກວ່າບາທ ແຕ່ໃນເມື່ອ ນຳໄປຂາຍກັນ ຢູ່ປະເທສ ປາຍທາງ ທີ່ວຽຕນາມ ຈະຕົກເປັນ ໂຕລະ ບໍ່ຕໍ່າ ກວ່າ 1000 ບາທ".

ກ່ຽວກັບບັນຫາ ກາຣລັກລອບ ຄ້າຂາຍ ສິນຄ້າໝາ ດັ່ງກ່າວນີ້ ທ່ານກໍວ່າ ທາງກາຣ ກ່ຽວຂ້ອງ ຝ່າຍໄທຽ ກໍກຳລັງ ປະກອບ ເອກສາຣ ເພື່ອຍື່ນຕໍ່ໄປ ຍັງທາງກາຣ ສປປລາວ ເພື່ອໃຫ້ມີກາຣ ປະສານງານ ແລະ ຮ່ວມມື ກັນກຳຈັດ ໃນຂັ້ນຕໍ່ໄປ ໃຫ້ໄດ້ດີ ຂຶ້ນກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 02, 2012 05:01 PM

ບໍ່ຖ້າໄປຂາຍຢູ່ວຽດນາມດອກ,ຜູ້ນຳລາວຍອດກິນໝາກັນທັງນັ້ນ,ແຕ່ຄາວບໍ່ທັນປົດປ່ອຍ,ໝານີ້ລະແມ່ນ ຍອດຊີ້ນຂອງພວກ ຫົວຫນ້າທັງນັ້ນ,ດຽວນີ້ເພິ່ນທຳທ່າຄືຊື່ໆດອກ,ໄຜຈະບໍ່ ຍົກສູງໃນການກິນຍອດຊີ້ນດັ່ງກ່າວນີ້ ຕັ້ງແຕ່ຄາວກ່ອນ.

Anonymous
Apr 03, 2012 04:58 PM

ໃນແຕ່ກ່ອນ, ໝາເປັນສັດປະເສີດຂອງພະພຸທເຈົ້າ ແຕ່ໃນປັດຈຸບັນໝາກາຍມາເປັນສັດປະເສີດຂອງສັງຄົມກິນ, ໂອຍ! ເປັນຕາຢາກຫົວແທ້ນໍ! ອັນວ່າຄົນນີ້ນ່າ ກິນໄດ້ໝົດທຸກຢ່າງ ແມ໋ກະທັ້ງຂີ້ກະເດືອນ ກໍຍັງນຳມາຜະລິດ ເປັນກະປິເພື່ອປຸງແຕ່ງອາຫານ, ຫຼາຍຄົນກໍນິຍົມກັນຈົນແຍກບໍ່ອອກ.. ໂອ່ຍ! ຈັ່ງແມ່ນມັກກິນແບບບໍ່ເລືອກເອົາແທ້ເອົາວ່ານໍ່ຄົນ..ເບິ່ງແລ້ວ ເປັນຕາຢ້ານເນາະ.....!

Anonymous
Mar 29, 2012 08:33 AM

ຄວາມທຸກຈົນ ລຳບາກຍາກແຄ້ນ ໃນຕົວແລະນອກຕົວ ຂອງປະຊາຊົນລາວທົ່ວປະເທດ ແມ່ນອາຫານໂປດປານ ຂອງພວກມີອຳນາດ ວາສະຫນາທັງນັ້ນ ເຂົາບໍ່ຮູ້ວ່າການ ສໍ້ໂກງ ຄໍຣັບຊັນເປັນແນວໄດ ແຕ່ພວກເຂົາຮູ້ດີໄນການ ສໍ້ກິນ ເປັນອາຈີນ ທີ່ລ້ຳຄ່າ ຈະດ່າກໍ່ໄດ້ ບໍ່ດ່າກໍ່ແຫ່ງດີ ຂໍໃຫ້ໄດ້ ກິນແມ່ນບໍ່ໄດ້ ຍິນຈັກຢ່າງ.