ຫົນທາງອາຈແປງບໍ່ທັນ ກອງປະຊຸມອາເຊັມ

ການປັບປຸງ ເສັ້ນທາງ ຢູ່ນະຄອນຫລວງ ວຽງຈັນ ອາດຈະບໍ່ແລ້ວ ກ່ອນ ກອງປະຊຸມ ອາເຊັມ.
ຈໍາປາທອງ
2012.08.08
F-lanxang-ave ຖນົນລ້ານຊ້າງ ນະຄອນຫຼວງວຽງຈັນ
RFA

ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງ ວຽງຈັນ ແຈ້ງວ່າ ການສ້ອມແປງ ແລະ ປັບປຸງເສັ້ນທາງ ສາຍຕ່າງໆ ໃນເທສບານ ເມືອງວຽງຈັນ ເພື່ອຮອງຮັບ ກອງປະຊຸມ ສຸດຍອດ ຄັ້ງທີ 9 ເອເຊັຍ-ຢູໂຣບ ຫລື ອາເຊັມ ທີ່ຈະໄຂຂຶ້ນ ໃນຕົ້ນເດືອນ ພຶສຈິກາ 2012 ນີ້ ມີຄວາມຄືບໜ້າ ຫລາຍໂຄງການ ແຕ່ກໍມີຄວາມ ເປັນຫ່ວງນໍາ ເສັ້ນທາງຫລາຍສາຍ ທີ່ອາດຈະບໍ່ແລ້ວ ທັນເວລາ.

ມາຮອດປັດຈຸບັນ ເສັ້ນທາງ 10 ສາຍ ປັບປຸງແລ້ວພຽງ 50-60% ແລະ ອີກຫລາຍສາຍ ຍັງຢູ່ໃນຂັ້ນຕອນ ສໍາຣວດອອກແບບ. ສໍາລັບເສັ້ນທາງ ຟ້າງຸ່ມ 3 ແຍກ ປາກປາສັກ ຫາ ທາຕຂາວ ກໍສໍາເຣັດໄດ້ ພຽງ 20%.

ຜູ້ຕາງໜ້າຜແນກ ໂຍທາທິການ ແລະຂົນສົ່ງ ນະຄອນຫລວງ ວຽງຈັນ ໄດ້ຣາຽງານ ໃຫ້ຮອງເຈົ້າຄອງ ນະຄອນຫຼວງ ວ່າສະເພາະວຽກງານ ສ້ອມແປງ ເສັ້ນທາງ ທີ່ໃຊ້ເງິນ ກູ້ຢືມ ຈາກຕ່າງປະເທດ ນັ້ນເປັນວຽກງານ ທີ່ຫລໍ່ແຫລມ ຫລື ຢູ່ໃນຄວາມສ່ຽງ ແລະວ່າ ເສັ້ນທາງໃກ້ ຫໍປະຊຸມສາກົນ ກໍປັບປຸງໄດ້ ບໍ່ເຖິງ 40%.

ສໍາລັບການ ສ້ອມແປງ ເສັ້ນທາງສາຍນຶ່ງ ທີ່ນໍາໃຊ້ທຶນ ຂອງຜູ້ຮັບເໝົາ ກໍ່ສ້າງ ນັ້ນແມ່ນ ສໍາເຮັດໄດ້ ຫລາຍກວ່າໝູ່ ຄື 70%. ແຕ່ກໍຍັງບໍ່ຮູ້ວ່າ ເວລາໃດແທ້ ຈະສໍາເຣັດ ເວົ້າລວມແລ້ວ ການປັບປຸງ ເສັ້ນທາງທັງໝົດ ທີ່ວ່ານັ້ນ ແມ່ນໃຊ້ເງິນກູ້ຢືມ ຈາກຕ່າງປະເທດ ຮວມທັງຈາກ ສະຖາບັນ ການເງິນສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.