ໂຣກໄຂ້ເລືອດອອກ ແພ່ຜາຍສູ່ວຽງຈັນ

ໂຣກໄຂ້ ເລືອດອອກ ຣະບາດ ເຖິງເຂດ ນະຄອນຫລວງ ແລະ ແຂວງ ບໍຣິຄໍາໄຊ ແລ້ວ.

0:00 / 0:00

ກົດຟັງສຽງ

ເຈົ້າໜ້າທີ່ ກະຊວງ ສາທາຣະສຸຂ ກ່າວວ່າ ເຈົ້າໜ້າທີ່ ການແພດ ເລິ້ມກວດ ພົບເຫັນ ຜູ້ເປັນ ໄຂ້ເລືອດອອກ ຫລາຍຂື້ນ ຢູ່ໃນເຂດ ນະຄອນຫລວງ ວຽງຈັນ ແລະ ໃນແຂວງ ບໍຣິຄຳໄຊ. ຜູ້ຕິດເຊື້ອ ສ່ວນຫລາຍ ແມ່ນ ເດັກນ້ອຍ ແລະ ຜູ້ເຖົ້າ. ເຈົ້າໜ້າທີ່ ກ່ຽວຂອງ ຊີ້ແຈງ ກ່ຽວກັບ ເຣື່ອງນີ້ວ່າ:

“ເປັນ Primitive ມາຕັ້ງແຕ່ ເດືອນຫົກ ພຸ້ນນ່າ ຕັ້ງແຕ່ ເດືອນຫົກ ມາເຖິງ ປັດຈຸບັນ ມັນກໍມີ ຢູ່ໃນ ນະຄອນຫລວງ ແລະ ແຂວງ ບໍຣິຄຳໄຊ ແຕ່ມັນ ກໍບໍ່ແມ່ນ ມີທຸກ ທິດດອກ ເປັນສະສົມ ຈຳນວນ ສະສົມ 255 ກະຣະນີ.”

ແຕ່ເຈົ້າໜ້າທີ່ ການແພດ ທ່ານນີ້ ກ່າວຢ້ຳວ່າ ເຖິງວ່າມີ ຄົນ ເລິ້ມຕິດ ເຊື້ອໂຣກ ຫລາຍຂື້ນ ແຕ່ຍັງ ບໍ່ຖືວ່າ ເປັນການ ຣະບາດເທື່ອ ຢູ່ໃນເຂດ ນະຄອນຫລວງ ແລະ ແຂວງ ບໍຣິຄຳໄຊ ແຕ່ຢູ່ແຂວງ ອື່ນໆ ເຊັ່ນ ແຂວງ ວຽງຈັນ ຄຳມ່ວນ ສວັນນະເຂດ ແລະ ຈຳປາສັກ ມີຄົນເປັນ ໄຂ້ເລືອດອອກ ນີ້ຫລາຍ ຢ່າງໜ້າ ເປັນຫ່ວງ.

ເຈົ້າໜ້າທີ່ ການແພດ ຂໍຮຽກຮ້ອງ ໃຫ້ ປະຊາຊົນ ຊ່ວຍກຳຈັດ ບ່ອນຢູ່ ອາໄສ ແລະ ບ່ອນອອກໄຂ່ ຂອງຍຸງລາຍ ທີ່ເປັນ ໂຕການໃຫຍ່ ທີ່ພາໃຫ້ ເຊື້ອໂຣກ ໄຂ້ເລືອດອອກ ແພ່ຣະບາດ. ວິທີທີ່ດີ ທີ່ສຸດ ໃນການ ກຳຈັດ ຍຸງລາຍ ກໍຄື; ຕ້ອງຣະບາຍນ້ຳ ອອກຈາກ ບ້ານເຮືອນ ຕ້ອງຂ້າ ໜອນນ້ຳ ແລະ ຕ້ອງຂ້າ ເຊື້ອໂຣກ ຢູ່ ບໍຣິເວນ ບ່ອນຢູ່ ເລື້ອຍໆ.