ສປປລາວຍາກທີ່ຈະເຫັນ ປະຊາທິປະໄຕ
2012.05.11
ກົດຟັງສຽງ
ເຖິງແມ່ນຈະມີ ການເຄື່ອນໄຫວ ຕໍ່ສູ້ຂອງ ນັກຮຽນຮູ້ ປັນຍາຊົນ ແລະ ປະຊາຊົນ ລາວ ທັງຢູ່ພາຍໃນ ແລະ ນອກປະເທດ ໃຫ້ຜູ້ນໍາລາວ ມີການປຽ່ນແປງ ຣະບອບ ການປົກຄອງ ຈາກ ສັງຄົມນິຍົມ ຜະເດັດການ ໄປສູ່ ປະຊາທິປະໄຕ ນັ້ນກໍດີ ແຕ່ນັກ ປັນຍາຊົນ ໃນໄທ ກໍຍັງເຫັນວ່າ ການປ່ຽນແປງ ຮູບແບບ ການປົກຄອງ ຢູ່ປະເທດລາວ ນັ້ນຍັງເປັນໄປ ໄດ້ຍາກ ຍ້ອນວ່າ ກຸ່ມຜູ້ ບໍຣິຫານ ທີ່ມີຫົວ ອະນຸຮັກ ນິຍົມ ຫລື ຄອງເດີມ ຍັງເຂັ້ມແຂງຢູ່. ດັ່ງທ່ານ ດຸນລະຍະ ພາກປີຊາຣັດ ອາຈານ ປະຈໍາສາຂາ ເອເຊັຍຕາເວັນອອກ ສ່ຽງໃຕ້ ມະຫາວິທຍາໄລ ທັມມະສາຕ ຂອງໄທເວົ້າວ່າ:
"ທ່ານວ່າ ລາວຍັງເປັນ ຣັດຄອມມິວນິສ ທີ່ໜຽວແໜ້ນ ຢູ່ເອເຊັຍ ຕາເວັນອອກ ສ່ຽງໃຕ້ ກະແສການ ຫັນເປັນ ປະຊາທິປະໄຕ ເກີດຂຶ້ນມາໜ້ອຽ ບໍ່ສາມາດ ໂຄ່ນລົ້ມອໍານາດ ຂອງຣັຖບານ ທີ່ເປັນ ຄອມມິວນິສ ໄດ້ ແຕ່ກໍມີ ການກໍ່ຕົວ ຂອງຄຣູອາຈານ ມະຫາວິທຍາໄລ ນັກສຶກສາ ປະຊາຊົນ ຜູ້ລີ້ໄພ ຢູ່ຕ່າງປະເທດ ຢູ່ສະຫະຣັດ ອະເມຣິກາ ພາກັນເຄື່ອນໄຫວ ເພື່ອ ປະຊາທິປະໄຕ ແຕ່ກໍຍັງ ບໍ່ທັນເປັນຜົນ ເພາະວ່າກຸ່ມ ອະນຸຮັກ ນິຍົມ ຍັງຄອງອໍານາດ ໃນລາວຢູ່".
ທ່ານ ດຸນລະຍະ ໄດ້ເວົ້າເຖິງ ພາບລວມ ຂອງ ປະເທດລາວ ໃນຣາຍການ ອາຊຽນ ວິກກລີ ຂອງໄທວ່າ ແຜນການ ບໍຣິຫານ ການກໍານົດ ນະໂຍບາຍ ການປົກຄອງ ໃນລາວ ທັງໝົດຍັງມາ ຈາກພັກການເມືອງ ພຽງພັກດຽວ ຄື ພັກປະຊາຊົນ ປະຕິວັດລາວ. ຫາກກຸ່ມຜູ້ມີ ອໍານາດເຫລົ່ານີ້ ຍັງມີຄວາມ ເຂັ້ມແຂງ ກໍຍາກທີ່ ຈະມີການ ປ່ຽນແປງ ໄປສູ່ ປະຊາທິປະໄຕ ໄດ້.
ສາສດາຈານ Martin Start-Fox ຜູ້ຊ່ຽວຊານ ອະເມຣິກັນ ທີ່ສຶກສາ ບັນຫາຂອງລາວ ກໍມີຄວາມຄິດເຫັນ ໃນລັກສນະ ດຽວກັນວ່າ ເຖິງແມ່ນ ປະຊາຊົນ ຮຽກຮ້ອງ ໃຫ້ມີການ ປ່ຽນແປງກໍຕາມ ແຕ່ການປ່ຽນແປງ ການປົກຄອງ ຄົງເກີດຂຶ້ນ ໄດ້ຍາກ ຫາກກຸ່ມ ທະຫານ ຣະດັບສູງ ຊຶ່ງເປັນຜູ້ ບໍຣິຫານ ປະເທດ ຍັງຍຶດແນວທາງ ການປົກຄອງ ແບບເກົ່າຢູ່.