ອາຈມີການອະພັຍໂທດ ໃນລາວ

ສະພາ ແຫ່ງຊາດລາວ ກໍາລັງ ພິຈາຣະນາ ອະພັຍໂທດ ແກ່ນັກໂທດ
ສົມເນ
2010.11.17

ກົດຟັງສຽງ

ເຈົ້າໜ້າທີ່ ລະດັບສູງ ຈາກສະພາ ແຫ່ງຊາດ ເປີດເຜີຽວ່າ ພາກສ່ວນກ່ຽວຂ້ອງ ຂອງລາວ ກໍາລັງຮວບຮວມ ລາຍຊື່ນັກໂທດ ທີ່ປະພືດດີ ເພື່ອໃຫ້ຄນະ ກັມມະການ ສູນກາງ ພິຈາຣະນາ ໃຫ້ອະພັຍໂທດ ເພື່ອເປັນການຮ່ວມ ສເລີມສລອງ ຄົບຮອບ 450 ປີ ນະຄອນຫລວງ ວຽງຈັນ ແລະ ການສລອງ ວັນຊາດ ວັນທີ 2 ທັນວາ. ການປະກາດ ປ່ອຍນັກໂທດ ເປັນອິສຣະນັ້ນ ຈະມີຂື້ນ ໃນວັນທີ 2 ທັນວາ ດັ່ງເຈົ້າໜ້າທີ່ ສະພາແຫ່ງຊາດ ໄດ້ກ່າວ:

"ໝາຍຄວາມວ່າ 450 ປີ ກັບວັນຊາດ ທີ 2 ທັນວາ ມື້ບຸນດຽວກັນ ຖືວ່າມີການ ອະພັຍໂທດ ຊື່ງຄນະ ກັມມະການ ເພິ່ນຈະເປັນ ຜູ້ພິຈາຣະນາ ໝົດທົ່ວປະເທດ ທຸກໆແຂວງ ໃນທົ່ວປະເທດ ຈະຕ້ອງສົ່ງ ບັນຊີນັກໂທດ ຂື້ນມາໃຫ້ ສູນກາງ".

ທ່ານອະທິບາຍວ່າ ສໍາລັບ ຄະດີອາດຍາ ທີ່ຈະໄດ້ຮັບ ພິຈາຣະນາ ອະພັຍໂທດ ນັ້ນຈະບໍ່ມີ ການແບ່ງແຍກ ປະເພດ ແຕ່ຢ່າງໃດ ໝາຍຄວາມວ່າ ນັກໂທດການເມືອງ ນັກໂທດ ຄະດີອາດຍາ ທຸກຄະດີ ທີ່ເປັນຄົນລາວ ແລະ ຄົນຕ່າງຊາດ ຈະໄດ້ຣັບ ສິດທິໃນການ ພິຈາຣະນາ ເທົ່າທຽມກັນ ໝົດທຸກຄົນ ຫາກນັກໂທດ ປະພືດຕົວ ດີຕາມເງື່ອນໄຂ ຂອງສູນກາງ ກໍານົດໄວ້:

"ນື່ງກໍແມ່ນ ການປະຕິບັດ ໂທດ ອັນທີສອງ ການປະພືດດີ ຂອງນັກໂທດ ອັນທີ 3 ມາກໍແມ່ນ ໄດ້ມີຄວາມ ຈິງໃຈໃນການ ຮັບຜິດຊອບ ການຈ່າຍຄ່າ ເສັຽຫາຍທາງແຜ່ງ ຖ້າມີ".

ໃນຂນະນີ້ ຫ້ອງຄຸມຂັງ ນັກໂທດ ທົ່ວທຸກແຂວງ ກໍາລັງເຮັດ ບັນຊີລາຍຊື່ ນັກໂທດທີ່ມີ ຄວາມປະພືດ ຕົນດີ ເພື່ອສົ່ງໃຫ້ ຄນະກັມມະການ ພິຈາຣະນາ ອະພັຍໂທດ ເປັນຜູ້ຄັດເລືອກ ກ່ອນຈະສົ່ງໃຫ້ ປະທານປະເທດ ເປັນຜູ້ລົງນາມ ອະນຸມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.