ເຂື່ອນໃນແບບແຜນໃໝ່ ຄາດວ່າຈະປອຕພັຍ

ທີ່ປຶກສາ ຈາກ ຕ່າງປະເທດ ຖແລງວ່າ ການອອກແບບໃຫມ່ ຂອງ ເຂື່ອນ ໄຊຍະບູຣີ ຈະສາມາດ ປົກປ້ອງ ສີ່ງແວດລ້ອມ ໄວ້ໄດ້ ເປັນຢ່າງດີ.
ສິດນີ
2012.07.17
FS-Xayaburi-camp ໃນເຂດກໍ່ສ້າງ ເຂື່ອນ ໄຊຍະບູຣີ
international-river

ກຸ່ມທີ່ປຶກສາ ຈາກ ຕ່າງປະເທດ ໄດ້ຖແລງ ຕໍ່ໂຕແທນຈາກ ພາກສ່ວນທີ່ ກ່ຽວຂ້ອງ ໃນເວທີ ການໃຫ້ ຄວາມ ກະຈ່າງແຈ້ງ ກ່ຽວກັບ ໂຄງການ ເຂື່ອນ ໄຊຍະບູຣີ ໃນວັນ ອັງຄານ ນີ້ວ່າ ການອອກແບບໃຫມ່ ຂອງ ເຂື່ອນ ໃນ ແມ່ນ້ຳຂອງ ຂອງລາວ ທີ່ມີ ຄວາມຂັດແຍ່ງ ກັນນັ້ນ ຈະບໍ່ສົ່ງ ຜົລກະທົບ ຕໍ່ ສີ່ງແວດລອ້ມ ແຕ່ຢ່າງໃດ ເພາະເປັນ ເຂື່ອນ ນ້ຳລີນ.

ແຕ່ກຸ່ມປົກປ້ອງ ສີ່ງແວດລ້ອມ ທີ່ມີສູນກາງ ຢູ່ ປະເທດໄທ ບອກວ່າ ເທກໂນໂລຈີ ດ່ັງກ່າວ ຍັງບໍ່ເຄີຍ ທົດລອງ ໃນການສ້າງ ເຂື່ອນ ໃສ່ ແມ່ນ້ຳ ໃນ ເອເຊັຽຕາເວັນ ອອກສ່ຽງໃຕ້ ເທື່ອ. ໂຄງການ ເຂື່ອນ ໄຊຍະບູຣີ ທີ່ມີມູນຄ່າ ປະມານ 3 ພັນ 5 ຮ້ອຍລ້ານ ໂດລາ ຈະເປັນ ໂຄງການ ທຳອິດ ທີ່ຈະສ້າງ ຂັ້ນໃດ ໃຫ້ປາ ຂື້ນລົງໄດ້ ຊື່ງພີທີການ ດັ່ງກ່າວ ເຄີຍໃຊ້ກັນ ໃນການສ້າງ ເຂື່ອນ ໃນປະເທດ ຢູໂຣບ ພາກເຫນືອ. ບໍຣິສັດ ທີ່ປຶກສາ ຟອຍຣີ ຈາກປະເທດ ຟີນແລນ ແລະ ບໍຣິສັດ Du Rhone ແຫ່ງຊາດ ຝຣັ່ງເສດ ຖແລງ ຕໍ່ນັກຂ່າວ ແລະ ອົງການ ທີ່ກ່ຽວຂ້ອງ ວ່າ ການອອກແບບ ໃຫມ່ ຈະຄ້ຳປະກັນ ການຂື້ນລົງ ຂອງປາ ໃນແມ່ນ້ຳຂອງ ໄດ້ຕາມ ປົກກະຕິ.
ແຕ່ທ່ານ Kirk Herbertson ຜູ້ປະສານງານ ອົງການ ແມ່ນ້ຳສາກົນ ປະຈຳເຂດ ເອເຊັຽຕາ ເວັນອອກ ສ່ຽງໃຕ້ ເວົ້າວ່າ ຈາກຄວາມຄິດເຫັນ ຂອງ ພວກທ່ານ ແລ້ວ ບັນຫາ ເລື້ອງປາ ຍັງບໍ່ຖືກ ແກ້ໄຂ ເທື່ອ ເພາະກຸ່ມ ນັກວິທຍາສາດ ເຄີຍເວົ້າວ່າ ຍັງບໍ່ມີ ຂໍ້ມູນ ທີ່ແນ່ນອນ ທີ່ຈະຮູ້ ຢ່າງຈະແຈ້ງ ກ່ຽວກັບ ການຂື້ນລົງ ຂອງຝຸງປາ ຊນິດຕ່າງໆ ໃນແມ່ນ້ຳຂອງ ເທື່ອ ແຕ່ຈະມາ ສລຸບເອົາໂລດ ວ່າ ເທັກໂນໂລຈີ ດັ່ງກ່າວ ຈະສາມາດ ແກ້ໄຂໄດ້ ນັ້ນ ມັນອາດຈະງ່າຍ ເກີນໄປ.

ທາງການລາວ ໄດ້ເຊື້ອເຊີນ ພາກສ່ວນ ທີ່ກ່ຽວຂ້ອງ ມາຮັບຟັງ ຄຳອະທິບາຍ ກ່ຽວກັບ ຂໍ້ຂອ້ງໃຈ ໃນບັນຫາ ຜົລກະທົບ ຕໍ່ສີ່ງແວ້ດລ້ອມ ໃນໂຄງການ ເຂື່ອນ ໄຊຍະບູຣີ ເປັນຄັ້ງທຳອິດ ໃນມື້ວານນີ້ ທ່ີ່ ນະຄອນ ຫລວງພຣະບາງ ເພື່ອຕອບສນອງ ຄວາມກັງວົນ ຂອງ ປະເທດລຸ່ມ ແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.