ສນາມກ໊ອຟວຽດນາມ ດົງໂພສີ ເຣີ້ມສ້າງແລ້ວ

ປະຊາຊົນ ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ກ່າວວ່າ ປັດຈຸບັນ ໂຄງການ ສນາມກ໊ອຟ ລັອງທັ໋ນ ຂອງ ບໍຣິສັດ ວຽດນາມ ທີ່ບ້ານ ດົງໂພສີ ໃກ້ກັບ ບໍຣິເວນ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 1 ນັ້ນ ໄດ້ເຣີ້ມ ລົງມື ກໍ່ສ້າງ ຢ່າງເປັນ ທາງການແລ້ວ.
ຈະເຣີນສຸກ
2012.02.10

ກົດຟັງສຽງ

ທາງເຈົ້າຂອງ ໂຄງການ ກໍ່ສ້າງ ກໍສັ່ງຫ້າມ ບໍ່ໃຫ້ຄົນ ພາຍນອກ ເຂົ້າໄປໃນເຂດ ກໍ່ສ້າງນັ້ນ. ອີງຕາມ ຄໍາເວົ້າ ຂອງ ຊາວບ້ານຜູ້ນຶ່ງ ທີ່ບໍ່ປະສົງ ອອກຊື່:

”ເຣີ້ມກໍ່ສ້າງແລ້ວ ເພາະວ່າ ຂະເຈົ້າ ຂົນພວກເຫລັກ ຂົນຫຍັງມາ ກໍເກີດຝຸ່ນ ເຂົາບໍ່ໃຫ້ ເຂົ້າໄປ ເພາະມັນມີ ຣ.ປ.ພ. ຢູ່ໜ້າທາງເຂົ້າ.”

ທ່ານເວົ້າຕໍ່ໄປ ອີກວ່າ ທາງໂຄງການ ໄດ້ນໍາເອົາ ຄົນງານມາ ຢ່າງຫລວງຫລາຍ ຊຶ່ງຕົນ ກໍບໍ່ຮູ້ວ່າ ມີຄົນລາວ ຫລື ຄົນວຽດນາມ ຫລາຍປານໃດ ເນື່ອງຈາກວ່າ ບໍ່ສາມາດ ເຂົ້າໄປເບິ່ງ ໃກ້ໆໄດ້ ມີພຽງແຕ່ ເບີ່ງຢູ່ໄກໆ ເທົ່ານັ້ນ. ໃນຂນະດຽວກັນ ບໍຣິສັດ ວຽດນາມ ກໍໄດ້ ສ້າງເຮືອນພັກ ໃຫ້ແກ່ ຄົນງານ ເຫລົ່ານັ້ນ.

ສໍາລັບ ປະຊາຊົນ ທີ່ມີບ້ານ ຢູ່ໃນເຂດ ໂຄງການ ສນາມກ໊ອຟ ນັ້ນ ປັດຈຸບັນ ພວກຂະເຈົ້າ ໄດ້ໂຍກຍ້າຍ ໄປສ້າງເຮືອນ ຢູ່ບ່ອນໃໝ່ ເປັນທີ່ ຮຽບຮ້ອຍແລ້ວ ຊຶ່ງດິນ ທີ່ຂະເຈົ້າ ໄປປຸກເຮືອນ ໃສ່ນັ້ນ ກໍເປັນຂອງ ຍາດຕິ ພີ່ນ້ອງ ບໍ່ແມ່ນດິນ ຂອງຣັຖ. ເຖິງຢ່າງໃດ ກໍຕາມ ແຕ່ລະ ຄອບຄົວ ຢູ່ແບບ ກະຈັກກະຈາຍ ບໍ່ໄດ້ຢູ່ ເປັນກຸ່ມ ໃກ້ກັນ ຄືແຕ່ກ່ອນ:

”ຍ້າຍບ່ອນອື່ນ ກະບໍ່ຮູ້ວ່າ ຈະໄປໃສແດ່ ພີ່ນ້ອງ ຂະເຈົ້າ ຢູ່ໃສ ບາງຄົນ ກໍຈະມີພີ່ນ້ອງ ດິນດອນແຖວໃສ ຂະເຈົ້າ ກໍອາດສິໄປ ຢູ່ກັບພີ່ນ້ອງ.”

ເຖິງແມ່ນວ່າ ໂຄງການ ສນາມກ໊ອຟ ໄດ້ເຣີ້ມຂຶ້ນ ແລະ ຈະເລັ່ງໃຫ້ ສໍາເລັດ ຕາມເປົ້າໝາຍ ກໍຕາມ, ແຕ່ຍັງບໍ່ ທັນຮູ້ວ່າ ຜູ່ທີ່ຕ້ອງ ສູນເສັຍ ທີ່ດິນ ໃຫ້ບໍຣິສັດ ລັອງທັນ ນັ້ນ, ໄດ້ຄ່າຊົດເຊີຍ ຫລື ໄດ້ຮັບ ຄ່າເວນຄືນ ຫລືບໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 11, 2012 06:39 PM

ມີຫລາຍໂຄງການທີ່ຂ້າພະເຈົ້າບໍ່ເຫັນດ້ວຍກັບພວກຣັຖກະທຳຢູ່ໃນປັຈຸບັນນີ້ ຣັຖບານກຳລັງເລງລັດເພື່ອພັທນາປະເທດຊາດໃຫ້ສີວິໄລທຽບເທົ້ານານາປະເທດ,ແຕ່ຄວາມຈະເຣິນເຫລົ່ານັ້ນສ້າງຄວາມທຸກຍາກອັນສາຫັດໃຫ້ແກ່ປະຊາຊົນທີ່ອາສັຍມາຫລາຍສັຕວັດ, ຖ້າຈະສ້າງໃຫ້ຣາສດອນມີງານທຳ ແຕ່ກໍບໍ່ຮູ້ວ່າຄົນງານວຽດນາມຫລືລາວກັນແນ້ຄືບໍ່ໃຫ້ປະຊາຊົນຕຣວດຊອບເບິ່ງແນ່.ຄ່າຊົດເຊີຍພວກຄົນເຫລົ່ານັ້ນເດ,ຫາທີ່ທຳກິນໃຫ້ໃໝ່ຫລືບໍ?