ທາງການລາວພົບ ບັນຫາທ້ອນໂຮມບ້ານ

ນະໂຍບາຍ ທ້ອນໂຮມ ບ້ານນ້ອຍ ໃຫ້ເປັນບ້ານໃຫຍ່ ຂອງ ຣັຖບານ ເກີດມີ ບັນຫາ ເຣື່ອງຄວາມ ແຕກຕ່າງ ໃນບັນດາ ຊົນເຜົ່າ.
ໂພໄຊສວັດ
2012.04.19
F-Yao-ethnic ຊົນເຜົ່າຢ້າວ ທີ່ເມືອງສີງ ຂ.ຫຼວງນໍ້າທາ
Muangsing-web

ກົດຟັງສຽງ

ເຈົ້າໜ້າທີ່ ທາງການ ຜູ້ບໍ່ປະສົງ ອອກຊື່ ຈາກແຂວງ ຜົ້ງສາລີ ເປີດເຜີຍວ່າ ນະໂຍບາຍ ໂຮມບ້ານ ພາຍໃນແຂວງ ຜົ້ງສາລີ ປະສົບ ກັບບັນຫາ ຍ້ອນເກີດຄວາມ ຂັດແຍ່ງ ລະຫວ່າງ ຊາວບ້ານເອງ ເພາະນະໂຍບາຍ ໂຮມບ້ານ ຂອງ ຣັຖບານ ກໍບໍ່ໄດ້ ຄໍານຶງເຖິງ ຄວາມແຕກຕ່າງ ເຣື່ອງຊົນເຜົ່າ ເຮັດໃຫ້ຊາວບ້ານ ເກີດຄວາມ ບໍ່ພໍໃຈ. ທ່ານເວົ້າວ່າ:

"ຍຸທສາດ ເພິ່ນວ່າບ້ານນຶ່ງ ຕ້ອງໃຫ້ມີຢູ່ 200 ຄອບຄົວ ແຕ່ຢູ່ລາວ ບາງບ້ານມີແຕ່ 20 ປາຍຫລັງຄາ ເຮືອນ ການໂຮມກໍມີ ບັນຫາອີກເນາະ ມີມັນຕ່າງ ຊົນຊາດ ມັນກໍບໍ່ຢາກ ຢູ່ນໍາກັນ ດິນການຜລິດ ເຂົາກໍຢູ່ໄກກັນ".

ຄວາມແຕກຕ່າງ ລະຫວ່າງ ຊົນເຜົ່າ ພາຍໃນແຂວງ ຜົ້ງສາລີ ມີຫລາຍ ຫລາຍໆບ້ານທີ່ ປາກເວົ້າໃຊ້ ພາສາ ແຕກຕ່າງກັນ ແລະ ຫລາຍໆຄົນ ໃນຫລາຍໆບ້ານ ກໍບໍ່ສາມາດ ໃຊ້ ພາສາລາວ ຕິດຕໍ່ ກັນໄດ້ ນອກນັ້ນ ຫລາຍບ້ານ ຍັງເຊື່ອຖື ປະເພນີ ທີ່ ແຕກຕ່າງກັນອີກ ເມື່ອຖືກສັ່ງໃຫ້ ໂຍກຍ້າຍ ພວກຂະເຈົ້າ ກໍຕ້ອງ ປະຕິບັດຕາມ ແຕ່ພໍມາ ໂຮມກັນຢູ່ ໃນບ້ານໃໝ່ ກໍເກີດມີ ບັນຫາ ແຕ່ບໍ່ເຖິງຂັ້ນ ຮຸນແຮງ.

ເຈົ້າໜ້າທີ່ ເວົ້າຕໍ່ໄປ ອີກວ່າ ຊາວບ້ານ ພາຍໃນ ແຂວງ ຜົ້ງສາລີ ທີ່ໄດ້ຖືກ ໂຍກຍ້າຍ ສ່ວນໃຫຍ່ ແມ່ນຊາວບ້ານ ເລັກໆນ້ອຍໆ ທີ່ຢູ່ຕາມເຂດ ພູດອຍ ແລະ ບັນຫາຂັດແຍ່ງ ກໍຈະກ່ຽວກັບ ພື້ນທີ່ ທາງການ ກະເສຕ ຍ້ອນວ່າໄດ້ ປະຖິ້ມ ບ້ານເຮືອນ ພື້ນທີ່ດິນ ປູກຝັງ ເກົ່າມາ ບຸກເບີກໃໝ່.

ທ່ານເວົ້າ ສລຸບວ່າ ເຖິງແມ່ນວ່າ ນະໂຍບາຍ ໂຮມບ້ານ ຂອງ ຣັຖບານ ຈະມີຈຸດ ມຸ້ງໝາຍທີ່ດີ ແຕ່ເມື່ອ ນໍາເອົາມາ ປະຕິບັດ ຄວນສຶກສາ ກ່ຽວກັບ ຄວາມຮູ້ສຶກ ຂອງຊາວບ້ານ ຜູ້ທີ່ຈະໄດ້ ຮັບຄວາມ ເດືອດຮ້ອນ ນັ້ນນໍາ ເພື່ອກັນບໍ່ໃຫ້ ເກີດບັນຫາ ໃຫຍ່ ຕາມພາຍຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 24, 2012 03:23 PM

c est tres bien que l etat regrouper les petits villages pour facilite de developper

Anonymous
Apr 22, 2012 06:38 AM

ທາງຂັ້ນເທິງເພິ່ນ ບໍ່ໄດ້ພົບບັນຫາດັ່ງທີ່ຄິດດອກ ພຽງແຕ່ເພິ່ນບໍ່ທັນສັບຊ້້ອນຖືກຈຸດ ຕາມແນວທາງ ທີ່ໄດ້ວາງໄວ້ເທື່ອ.ຈັກຫນ້ອຍຈຶ່ງເບິ່ງມີບັນຫາ ຫລືບໍ່ມີບັນຫາກໍ່ແລ້ວກັນບາດສຸດທ້າຍ.