ຊາວໄທລຸ່ມນໍ້າຂອງ ຈະສົ່ງຟ້ອງ Egat

ປະຊຊົນ ຊາວໄທ ຈາກ 7 ແຂວງ ໃນເຂດລຸ່ມ ແມ່ນໍ້າຂອງ ທີ່ຄັດຄ້ານ ການສ້າງ ເຂື່ອນ ໄຊຍະບຸຣີ ຈະຍື່ນໜັງສື ຕໍ່ນາຍົກ ຣັຖມົນຕຣີ ພ້ອມທັງ ຈະມີການ ປຶກສາກັບ ທະນາຍຄວາມ ແລະ ຍື່ນ ຄໍາຟ້ອງ ຕໍ່ການໄຟຟ້າ ແຫ່ງ ປະເທດໄທ.
ໂພໄຊສວັດ
2012.02.08

ກົດຟັງສຽງ

ຫລັງຈາກ ທີ່ໄດ້ມີ ກອງປະຊຸມ ຢູ່ແຂວງ ນະຄອນພະນົມ ແລະ ມຸກດາຫານ ປະເທດໄທ ໃນວັນທີ 4 ແລະ 5 ກຸມພາ 2012 ກ່ຽວກັບເຣື່ອງ ໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ໄຊຍະບຸຣີ ຜູ້ຕາງໜ້າ ເຄືອຂ່າຍ ຊາວໄທ ຈາກ 7 ແຂວງ ລຸ່ມ ແມ່ນໍ້າຂອງ ໄດ້ເປີດເຜີຍວ່າ ພາຍໃນເດືອນນີ້ ພວກຂະເຈົ້າ ຈະຍື່ນໜັງສື ຄັດຄ້ານ ການກໍ່ສ້າງ ຕໍ່ນາຍົກ ຣັຖມົນຕຣີໄທ ແລະ ຈະໃຫ້ທະນາຍ ຍື່ນຟ້ອງ ການໄຟຟ້າ ຝ່າຍຜລິດແຫ່ງ ປະເທດໄທ ທີ່ໄດ້ຮີບ ຕົກລົງ ຊື້ກະແສ ໄຟຟ້າ ຈາກເຂື່ອນດັ່ງກ່າວ ໂດຍທີ່ບໍ່ມີ ການຮັບຟັງ ຄວາມເຫັນຈາກ ປະຊາຊົນ ທີ່ອາສັຍ ຢູ່ຕາມແຄມ ຝັ່ງແມ່ນໍ້າຂອງ ເສັຍກ່ອນ. ຜູ້ຕາງໜ້າ ເຄືອຂ່າຍພາກ ປະຊາຊົນ 7 ແຂວງລຸ່ມ ແມ່ນໍ້າຂອງ ເວົ້າວ່າ:

"ພີ່ນ້ອງຊິມາ ທວງຖາມເຣື່ອງນີ້ ກັບນາຍົກ ຣັຖມົນຕຣີ ໃນມື້ວັນທີ 20-21 ໃນເວລາທີ່ ຄນະຣັຖມົນຕຣີ ສັນຈອນ ມາເຖິງແຂວງ ອຸດອນທານີ ນອກຈາກນີ້ ກອງປະຊຸມ ຍັງມີ ມະຕິວ່າ ວັນທີ 27-28-29 ເດືອນນີ້ ພີ່ນ້ອງ ຈະປຶກສາ ທະນາຍຄວາມ ຝ່າຍ ສິດທິມະນຸດ ຊິເຮັດຄໍາຟ້ອງ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ".

ນາງເວົ້າ ຕໍ່ໄປວ່າ ເຄືອຂ່າຍພາກ ປະຊາຊົນໄທ 7 ແຂວງລຸ່ມ ແມ່ນໍ້າຂອງ ຈະນໍາ ເອກກະສານ ການສຶກສາ ຜົນກະທົບ ພ້ອມທັງ ຮຽກຮ້ອງ ໃຫ້ຣັຖບານ ໄທຍົກເລີກ ສັນຍ າຊື້ຂາຍ ໄຟຟ້າ ຈາກໂຄງການ ເຂື່ອນ ໄຊຍະບຸຣີ ແລະ ຮຽກຮ້ອງໃຫ້ ທະນາຄານ ຂອງໄທ ຍົກເລີກ ການປ່ອຍເງິນກູ້ ເພື່ອການກໍ່ສ້າງ ໂຄງການ ດັ່ງກ່າວ.

ນອກຈາກນີ້ ນາງຍັງໄດ້ ເວົ້າອີກວ່າ ທາງເຄືອຂ່າຍ ພາກ ປະຊາຊົນໄທ 7 ແຂວງລຸ່ມ ແມ່ນໍ້າຂອງ ຍັງຈະມີການ ຮວບຮວມ ລາຍຊື່ ຜູ້ທີ່ບໍ່ ເຫັນດີນໍາ ການສ້າງເຂື່ອນ ໄຊຍະບຸຣີ ຕື່ມອີກ ຊຶ່ງຈະຮວມ ທັງຊາວລາວ ແລະໄທ ແລ້ວກໍຈະຍື່ນ ລາຍຊື່ ຜູ້ຄັດຄ້ານ ທັງໝົດ ຕໍ່ນາຍົກ ຣັຖມົນຕຣີໄທ ໃນມື້ວັນທີ 20-21 ກຸມພາ 2012 ນີ້ ເຊັ່ນດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 10, 2012 02:24 AM

ຍັງຈະສ້າງອີກຢູ່ບໍ?ໃສ່ວ່າ ອົງວຽດແລະບອ່ງສະອົນບໍ່ເຫັນພ້ອມໃຫ້ລໍຖ້າການສຳລວດອີກໃໝ່ໃນລະຍະສິບຂ້າງໜ້າ.ຂ່າວໃໝ່ຫລືວ່າເກົ່າທີ່ທ່ານນຳມາສເນີໃນຕ່ອນນີ້!!

Anonymous
Feb 08, 2012 08:48 PM

ຈຳເປັນຫຍັງເຂົາເຈົ້າຈິ່ງຄັດຄ້ານການສ້າງເຂຶ່ອນຂອງລາວແຕ່ທີເຂົາເຈົ້າສ້າງຄວາມລຳຄານທີ່ຜ່ານມາຍັງບໍ່ພໍຫວາ?????

Anonymous
Feb 09, 2012 11:24 PM

ບັນດາທ່່ານ, ອ້າຍເອື້ອຍນນ້ອງທັງຫຼາຍ ແນວໃດປະເທດເຮົາຊິຈະເລີນກ້າວໜ້າ, ຮັ່ງມີເຂັ້ມແຂງ, ຫຼຸດພົ້ນອອກຈາກຄວາມທຸກຍາກໄວ ຂໍໃ້ຫ້ເຮັດໂລດ...ໃນໂລກນີ້ ໃຜມີເງິນຈຶ່ງມີກຽດ...ຖ້າບໍ່ມີເງິນ ກໍ່ຖືກແຕ່ໝູ່ເອົາປຽບຢູ່ຫັນແລ...ເຫັນບໍ່ ຄືຫຼາຍທ່ານຍົກຂຶ້ນມາເວົ້າ ສປ ຈີນ ເຮັດເດ ຄືບໍ່ເຫັນໃຜເຮັດຫຍັງລາວໄດ້, ເດີນໜ້າຕໍ່ໄປລາວ ເຮັດກໍ່ເພື່ອຊາດເຮົາ, ເຮັດກໍ່ເພື່ອປະຊາຊົນໃນຊາດເຮົາ

Anonymous
Feb 09, 2012 12:59 AM

ຈີນສ້າງເຂື່ອນໄຟຟ້ານ້ຳຂອງຫຼາຍແຫ່ງແລ້ວ ເປັນຫຍັງຊາວໄທລຸ່ມນ້ຳຂອງຄືບໍ່ໄປຄັດຄ້ານ.ແຕ່ບາດລາວຈະສ້າງເຂື່ອນນ້ຳຂອງພັດອອກມາຄັດຄ້ານ.ຂ້ອຍຄິດວ່າຖ້າບໍ່ສ້າງພວກເຈົ້າຊາວໄທຍເອງແຮງຈະເດືອດຮ້ອນ ເພາະອີກ 5ປີຂ້າງໜ້າປະເທດໄທຈະຂາດໄຟຟ້າໃຊ້ແລ້ວ.ຖ້າພວກທ່ານຄັດຄ້ານກໍ່ບໍ່ເປັນຫຍັງແລະຖ້າບໍລິສັດຊໍການຊ່າງບໍ່ສ້າງຂ້ອຍຄິດວ່າ ບໍ່ລິສັດຂອງປະເທດຈີນຈະມາສ້າງເຂື່ອນໄຊຍະບູລີເອງ ໂດຍທີ່ລັດຖະບານລາວກໍ່ບໍ່ຕ້ອງໄປງໍ້ງ່ຽງບໍ່ລິສັດຂອງປະເທດໄທ.