ຈີນວ່າຕົນບໍ່ແມ່ນ ຕົ້ນເຫດນໍ້າຂອງແຫ້ງ
2010.11.19
ກົດຟັງສຽງ
ນັກກາຣທູຕ ສປຈີນ ກ່າວຢືນຢັນ ຢູ່ກອງປະຊຸມ ຮ່ວມກັບໜ່ວຍງານ ຣາຊກາຣ ຢູ່ສໍານັກງານ ທ່າເຮືອ ເມືອງຊຽງແສນ ແຂວງຊຽງຮາຍ ໃນມື້ວັນທີ່ 18 ພຶສຈິກາ ນີ້ວ່າ ຣະດັບນ້ຳຂອງ ທີ່ລຸດຕໍ່າຜິດ ປົກກະຕິ ໃນຣະຍະ ຫລາຍປີທີ່ ຜ່ານມາ ບໍ່ແມ່ນເກີດ ຈາກຜົລກະທົບ ຂອງກາຣສ້າງ ເຂື່ອນ ຢູ່ໃນເຂຕ ຊາຍແດນ ຂອງຈີນ ແຕ່ປະກາຣໃດ.
ທ່ານ ກ່ວນມູ່ ເອກອັຄຣາຊທູຕ ສປຈີນ ປະຈໍາ ປະເທສໄທຽ ແລະ ທ່ານເໝີຽໝິ່ນ ຫົວໜ້າ ກົງສຸນ ປະຈຳຊຽງໃໝ່ ໄດ້ໄປຮ່ວມ ກອງປະຊຸມ ກັບເຈົ້າໜ້າທີ່ ໄທຽ ກ່ຽວກັບ ຄວາມສັມພັນດ້ານ ເສຖກິຈ ແລະ ວັທນາທັມ ແລະ ພ້ອມດຽວກັນ ກໍມີກາຣ ຍົກເອົາບັນຫາ ຣະດັບ ແມ່ນ້ຳຂອງມາ ພິຈາຣະນາກັນ ຊື່ງທາງເຈົ້າ ໜ້າທີ່ຈີນ ຍັງຢືນຢັນວ່າ ບໍ່ໄດ້ເກີດຈາກ ກາຣສ້າງເຂື່ອນໃສ່ ແມ່ນ້ຳຂອງໆຈີນ ແຕ່ຢ່າງໃດ ແຕ່ຫາກເປັນດ້ວຍ ສະພາບຄວາມ ແຫ້ງແລ້ງ ໃນທົ່ວ ພູມີພາຄ ຕ່າງຫາກ ດັ່ງຈະເຫັນ ໄດ້່ຈາກ ສະພາບ ແຫ້ງແລ້ງ ໃນພາຄໃຕ້ ຂອງປະເທສຈີນ ທີ່ບໍ່ມີ ຝົກຕົກເປັນ ເວລາຕັ້ງ ຫລາຍໆເດືອນ.
ໃນຂນະດຽວກັນ ທາງເຈົ້າໜ້າທີ່ ຈີນ ກໍໄດ້ແຈ້ງໃຫ້ ທາງກາຣກ່ຽວຂ້ອງ ຝ່າຍໄທຽ ໃຫ້ຮັບຮູ້ ເຖິງສະພາບ ກາຣປ່ຽນແປງ ທາງອາກາສ ພ້ອມຍັງໄດ້ ເນັ້ນວ່າ ທາງກາຣຈີນ ກໍພ້ອມທີ່ຈະ ໃຫ້ຄວາມຊ່ວຍເຫລືອ ແລະຮ່ວມມື ກັບທຸກໆ ປະເທສ ໃນເຂຕລຸ່ມ ແມ່ນ້ຳຂອງ ທີ່ປະສົບກັພໄພ ແຫ້ງແລ້ງ ໃນແຕ່ລະປີ ດັ່ງກ່າວນີ້.
ຢ່າງໃດກໍຕາມ ເທົ່າປັຈຈຸບັນ ນີ້ ທາງກາຣຈີນ ມີກາຣສ້າງເຂື່ອນ ຜລິຕໄຟຟ້າ ໃສ່ແມ່ນໍ້າ ຂອງເປັນທີ່ ຮຽບຮ້ອຍໄປແລ້ວ ບໍ່ຕໍ່າກວ່າ 4 ເຂື່ອນ ພ້ອມຍັງມີ ໂຄງກາຣທີ່ຈະ ສ້າງຂຶ້ນຕື່ມອີກ ຫລາຍໆແຫ່ງ ເຊັ່ນກັນ ທີ່ຍິ່ງຈະເຮັດ ໃຫ້ບັນດານັກ ອະນຸຮັກ ສິ່ງແວດລ້ອມ ແລະອົງກາຣຈັດ ຕັ້ງສາກົລຕ່າງໆ ມີຄວາມເປັນຫ່ວງ ຕໍ່ຜົລກະທົບ ທີ່ອາຈຈະ ຕາມມາພາຍຫລັງ ນັ້ນເຊັ່ນກັນ.