ລາວສົນໃຈການປ້ອງກັນ ການສໍ້ຣາສໃນຈີນ
2010.11.17
ກົດຟັງສຽງ
ຜູ້ແທນ ສປປລາວ ທີ່ເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍ ການຕໍ່ຕ້ານ ການທຸຈຣິດ ຄັ້ງທີ 14 ທີ່ບາງກອກ ປະເທດໄທ ຊື່ງດໍາເນີນ ມາແລ້ວ ເປັນມື້ທີ່ 3 ສົນໃຈນໍາ ວິທີການ ຈັດຕັ້ງ ປະຕິບັດ ຂອງຈີນ ທີ່ມີ ອົງການປ້ອງກັນ ການທຸຈຣິດ ສໍ້ຣາສບັງຫລວງ ແລະ ຍັງມີອົງການ ສໍາລັບ ຕັດສີນລົງໂທດ ສະເພາະຜູ້ມີ ຄວາມຜິດ ກ່ຽວກັບການ ທຸຈຣິດ ໂດຍບໍ່ຜ່ານ ການພິຈາຣະນາ ຄະດີຂອງສານ. ເຈົ້າໜ້າທີ່ ລາວ ຫລັງຈາກທີ່ໄດ້ ເຂົ້າກອງປະຊຸມ work shop ໃນຫລາຍ ບັນຫາແລ້ວ ເຫັນວ່າ ວິທີ ຂອງຈີນນີ້ ເປັນບົດຮຽນໃໝ່ ສໍາລັບ ສປປລາວ. ດັ່ງທ່ານ ທຸມມີ ທັມມະວົງ ຮອງຫົວໜ້າ ອົງການ ກວດກາແຫ່ງຣັຖ ໄດ້ກ່າວກັບ ວິທຍຸເອເຊັຽ ເສຣີ ວ່າ:
"ຄືໂຕໃໝ່ນີ້ ທີ່ຂ້າພະເຈົ້າ ໄດ້ຮັບຮູ້ນີ້ ຄືຈີນ ຈີນນີ້ເຂົາເຈົ້າ ໄດ້ຕັ້ງ ອົງການປ້ອງກັນ ນອກຈາກນັ້ນ ເຂົາເຈົ້າຍັງ ມີອົງການ ລົງໂທດ ແຕ່ວ່າຜູ້ໃດ ຜິດກໍແມ່ນ ລົງໂທດໂລດ ຄື ສປຈີນ ຕ່າງ ບາງປະເທດ ເພາະ ບາງປະເທດ ເຂົາເຈົ້າມອບ ໃຫ້ສານ ອັຍການ ແຕ່ວ່າຈີນນີ້ ມີອົງການ ລົງໂທດ ສະເພາະ ອັນນີ້ເປັນ ບົດຮຽນໃໝ່ ສໍາລັບ ຂ້າພະເຈົ້າ".
ທ່ານ ທຸມມີ ຍອມຮັບວ່າ ວຽກງານ ຕໍ່ຕ້ານການ ສໍ້ຣາສບັງຫລວງ ນີ້ເປັນເຣື້ອງ ທີ່ສໍາຄັນ ຢ່າງຍິ່ງ ເພາະວ່າ ຖ້າປະເທດໃດ ເຮັດບໍ່ດີ ບໍ່ຮອບຄອບ ກໍຈະເຣັດໃຫ້ ລະບົບການເມືອງ ເສຖກິດ ສັງຄົມ ການພັທນາ ປະເທດຊາດ ຫລຸດນ້ອຍຖອຍລົງ. ທ່ານວ່າການ ທຸຈຣິດ ນີ້ມີຜົນ ສະທ້ອນ ໃນທາງບໍ່ດີ ເປັນຕ່ອງໂສ້ໄປ, ດັ່ງທ່ານໄດ້ ກ່າວຕື່ມ:
"ຖ້າໃຫ້ສິນບົນ ພະນັກງານ ແລ້ວ ມັນ ກໍຈະເຣັດໃຫ້ ວຽກງານນັ້ນ ບໍ່ເດີນຕາມ ຈະມີການ ຫລຸດຜ່ອນ ເຣື້ອງການກວດກາ ໂຄງການນີ້ ຈະເຣັດໃຫ້ ພະນັກງານ ເຮົານີ້ເຊື່ອມຖອຍ ເຣື້ອງຄວາມຕັ້ງໃຈ ຕໍ່ວຽກງານ ຈະເຮັດໃຫ້ ພາກຣັຖເສັຽ ງົບປະມານຫລາຍ ແຕ່ວ່າ ຄຸນນະພາບ ຂອງວຽກມັນ ບໍ່ໄດ້ ເພາະລົງວ່າໄດ້ ຮັບສິນບົນ ຂອງເຂົາແລ້ວ ມັນຈະບໍ່ໄດ້ ເອົາໃຈໃສ່ ເທົ່າທີ່ຄວນ ແລະ ບໍ່ເຂັ້ມງວດ ຕໍ່ການກວດ".
ກອງປະຊຸມ ສາກົນ ທີ່ມີຜູ້ ເຂົ້າຮ່ວມ 1 ພັນ ກ່ວາຄົນນີ້ ໄດ້ແບ່ງອອກເປັນ ຫລາຍຄນະ ເພື່ອສືກສາ ແລະ ແລກປ່ຽນ ຄວາມຄິດຄວາມເຫັນ ວຽກງານການ ຕໍ່ຕ້ານການ ສໍ້ຣາສບັງຫລວງ ໃນຫລາຍໆດ້ານ ຕລອດຮອດ ບັນຫາ ການຄ້າມະນຸດ.