ກໍາພູຊາຈະຮັບເຄາະ ຈາກເຂື່ອນໜັກກວ່າໝູ່
2012.04.30

ກົດຟັງສຽງ
ທ່ານ ສີສຸວັນ ຄວນຄະຈອນ ຜູ້ອໍານວຍການ ໂຄງການ ຟື້ນຟູ ລະບົບ ນິເວດ ໃນພູມີພາກ ລຸ່ມ ແມ່ນໍ້າຂອງ ໄດ້ເປີດເຜີຍ ໃນກອງປະຊຸມ ກ່ຽວກັບ ເຂື່ອນ ໃນແມ່ນໍ້າຂອງ ແລະ ການປ່ຽນແປງ ຂອງ ສະພາບ ພູມີ ອາກາດ ໃນວັນທີ 26 ຫາ 27 ເມສາ 2012 ຢູ່ແຂວງ ນະຄອນພະນົມ ປະເທດໄທ ວ່າ ຫາກສ້າງເຂື່ອນ ໄຊຍະບຸຣີ ໃສ່ແມ່ນໍ້າຂອງ ແລ້ວເມື່ອໃດ ຍັງຈະມີ ໂຄງການ ສ້າງເຂື່ອນ ຕື່ມອີກຫລາຍໆ ແຫ່ງໃສ່ ແມ່ນໍ້າ ຂອງ ຕິດຕາມມາ ແລະ ປະເທດ ທີ່ຈະໄດ້ຮັບ ຜົນກະທົບ ຫລາຍທີ່ສຸດ ແມ່ນ ປະເທດ ກໍາພູຊາ. ດັ່ງທ່ານ ໄດ້ເວົ້າ ໃນຕອນນຶ່ງວ່າ:
"ເມື່ອສ້າງເຂື່ອນ ໄຊຍະບຸຣີ ແລ້ວ ກໍຈະມີ ການສ້າງເຂື່ອນ ຫລວງພຣະບາງ ປາກຊົມ ແລະ ອີກຫລາຍໆເຂື່ອນ ຕິດຕາມມາ ຢ່າງແນ່ນອນ ແລະ ແມ່ນໍ້າຂອງ ກໍຈະບໍ່ເປັນ ແມ່ນໍ້າ ທີ່ທ່ານເຄີຍເຫັນ ກໍາພູຊາ ຈະໄດ້ຮັບ ຜົນກະທົບ ຫລາຍກວ່າໝູ່ ເພາະວ່າຄົນ ກໍາພູຊາ 70 ກວ່າຫາ 80 ສ່ວນຮ້ອຍ ເປັນຊາວປະມົງ ຫາປາ ເປັນອາຊີບ ການປະມົງ ກໍາພູຊາ ຈະເຖິງຂັ້ນ ວິບັດ ຫາຍຍະນະ".
ທ່ານເວົ້າ ຕໍ່ໄປວ່າ ປະຊາຊົນ 3 ລ້ານຄົນ ໃນຈໍານວນ ປະຊາກອນ ທັງໝົດ ເຮັດການ ປະມົງ ຕລອດປີ. ຫາກສ້າງເຂື່ອນ ໄຊຍະບຸຣີ ແລະ ເຂື່ອນອື່ນໆໃສ່ ແມ່ນໍ້າຂອງ ກໍຈະເຮັດ ໃຫ້ຄົນເປັນ ຜູ້ຄວບຄຸມ ການໄຫລ ຫລືຂຶ້ນລົງ ຂອງນໍ້າ ແລະນໍ້າກໍຈະບໍ່ໄຫລ ຕາມ ທັມມະຊາດ. ຄວາມຜິດ ປົກກະຕິ ຈະສົ່ງຜົນ ກະທົບ ຕໍ່ການເພາະພັນ ການວາງໄຂ່ ຂອງ ປາໃນ ແມ່ນໍ້າຂອງ ເຮັດໃຫ້ ປະຣິມານປາ ຫລຸດລົງ ຫລື ສູນພັນໄປ ແລະ ປະຊາກອນ ທີ່ຈະໄດ້ຮັບ ຜົນກະທົບ ຫລາຍທີ່ສຸດ ກໍແມ່ນ ຊາວ ກໍາພູຊາ ທີ່ມີອາຊີພ ການປະມົງ ເປັນຫລັກ.
ກອງປະຊຸມ ຢູ່ແຂວງ ນະຄອນພະນົມ ປະເທດໄທ ເທື່ອນີ້ຍັງໄດ້ ເປີດເຜີຍວ່າ ປັດຈຸບັນ ທັງຄົນລາວແລະໄທ ທີ່ອາສັຍ ຢູ່ຕາມແຄມຝັ່ງ ແມ່ນໍ້າຂອງ ໄດ້ຮັບ ຜົນກະທົບ ຈາກເຂື່ອນໃນ ແມ່ນໍ້າຂອງ ໃນປະເທດຈີນ ແລ້ວ ທັງທາງດ້ານ ເສຖກິດ ກະສິກັມ ແລະ ການປະມົງ ຫາກເຂື່ອນ ໄຊຍະບຸຣີ ແລະ ເຂື່ອນອື່ນໆ ຖືກສ້າງໃສ່ ແມ່ນໍ້າຂອງ ແທ້ ຜົນກະທົບ ກໍຈະຮຸນແຮງ ຂຶ້ນຕື່ມອີກ.