ທຶນຕ້ານໂຣຄເອສ ໃນກໍາພູຊາອາຈຖືກຕັດ
2010.12.21
ກົດຟັງສຽງ
ການສຶກສາ ຄົ້ນຄວ້າເປີດເຜີຍ ໃນມື້ວັນ ອັງຄານ ທີ 21 ທັນວາ 2010 ນີ້ພົບວ່າ ເງິນຊ່ວຍເຫລືອ ຈາກອົງການ ຜູ້ບໍລິຈາກ ສາກົນ ໃນໂຄງການຕ້ານ ໂຣຄ HIV/AIDS ຂອງກຳພູຊາ ອາດຈະຖືກ ຕັດລົງ ພາຍໃນສອງ ທົສວັດ ຂ້າງໜ້ານີ້. ຄວາມຄືບໜ້າ ໃນການໂຄງການ ຕ້ານໂຣຄ AIDS ຂອງກຳພູຊາ ອາດຈະຕົກ ຢູ່ໃນຄວາມສ່ຽງ ຍ້ອນວ່າ ຮຸ້ນສ່ວນນາໆຊາດ ຍຸຕິການ ຊ່ວຍເຫລືອ ໄວເກີນໄປ.
ທ່ານ Richard Skolnik ຈາກສະຖາບັນ ຜົນເພື່ອການ ພັທນາ ກ່າວວ່າ ຣັຖບານ ກຳພູຊາ ຕ້ອງໄດ້ຊອກຫາ ເງິນທຶນເອງ ເພື່ອຕໍ່ສູ້ກັບ ເຊື້ອວາຍຣັສນີ້. ຈຳນວນຜູ້ປ່ວຍ ທີ່ຕິດເຊື້ອ HIV ໄດ້ຫລຸດລົງ ຈຳນວນ 15,500 ກໍຣະນີ ໃນແຕ່ລະປີ ຈາກຊຸ່ມຕົ້ນປີ 1990 ລົງເຫລືອ ປະມານ 2,100 ຄົນໃນປີ 2009. ປັດຈຸບັນນີ້ 93 ສ່ວນຮ້ອຍ ຂອງຜູ້ປ່ວຍ 33,500 ຄົນທີ່ເປັນ AIDS ໄດ້ຮັບຢາ ຕ້ານວາຍຣັສ.
ຮຸ້ນສ່ວນນາໆຊາດ ໃຫ້ການຊ່ວຍເຫລືອ ທຶນ 90 ສ່ວນຮ້ອຍ ຂອງໂຄງການ ຕ້ານໂຣຄ AIDS ຊຶ່ງໃນ ປັດຈຸບັນ ມີມູນຄ່າ 50 ກວ່າລ້ານໂດລາ ຕໍ່ປີ. ລາຍງານ ກ່າວອີກວ່າ ຍ້ອນວິກິດການ ທາງດ້ານການເງິນ ຂອງໂລກ ແລະ ຜູ້ບໍລິຈາກ ສາກົນ ໄດ້ຫັນຄວາມ ສຳຄັນ ໄປບ່ອນອື່ນ ຈຶ່ງເຮັດໃຫ້ ເງິນທຶນຊ່ວຍເຫລືອ ອາດຫລຸດໜ້ອຍລົງ ພາຍໃນ ບໍ່ເທົ່າໃດປີ ຂ້າງໜ້າ ແລະ ກຳພູຊາ ກໍຕ້ອງໄດ້ ຊອກຫາທຶນ ມາສົມທົບ ດ້ວຍຕົນເອງ.