ເຂດເສຖກິດບໍ່ເຕັນ ຈະເປັນສູນການຄ້າ

ເຂດເສຖກິດ ສະເພາະ ບໍ່ເຕັນ ແຂວງ ຫລວງນໍ້າທາ ເຂດຊາຍແດນ ລາວ-ຈີນ ກໍາລັງ ຢູ່ໃນການ ປ່ຽນແປງພັທນາ ໂດຍນັກລົງທຶນ ຊາວຈີນ ຄົນໃໝ່. ອີງຕາມຣາຍງານ ຂອງ ຣັຖບານລາວ.

ໝູ່ບ້ານໃນເຂດ ເມືອງສິງ ແຂວງຫຼວງນໍ້າທາ ທີ່ຕິດກັບ ຊາຍແດນຈີນ RFA

ຜູ້ລົງທຶນ ຈະເນັ້ນໃສ່ 4 ໂຄງການໃຫຍ່ ພາຍໃນເຂດ ເສຖກິດສະເພາະ ແຫ່ງນີ້ ຊຶ່ງຮວມທັງ ສູນສິນຄ້າ ປອດພາສີ ຄິວຣົຖໂດຍສານ ສາງເກັບສິນຄ້າ ແລະ ສະຖານທີ່ ພັກຜ່ອນ ໂຮງແຮມ ຫ້ອງປະຊຸມ ໜອງບຶງ ຂນາດໃຫຍ່ ແລະ ສະຖານທີ່ ບັນເທີງ ອີກຫລາຍໆຢ່າງ. ບໍຣິສັດ ຍຸນນານໄຮແຈ໊ງ ຜູ້ລົງທຶນ ຈະສ້າງຣະບົບນໍ້າເສັຍ ພາຍໃນ ເຂດພັທນາ ແລະກໍາລັງ ສຶກສາສໍາຣວດ ການກໍ່ສ້າງ ເດີ່ນກ໋ອຝ ດັ່ງທີ່ໄດ້ລົງນາມ ໃນສັນຍາ ກັບ ຣັຖບານ.

ກາຊີໂນ ບໍ່ເຕັນ ໄດ້ປິດໄປ ໃນປີກາຍນີ້ ຍ້ອນບັນຫາ ດ້ານຄວາມປອດພັຍ ບໍຣິສັດ ຮົງກົງ ຜຸກຮິງ ທ່ອງທ່ຽວ ໄດ້ຂາຍຮຸ້ນ ຂອງບໍຣິສັດ 85 ສ່ວນຮ້ອຍ ໃຫ້ບໍຣິສັດ ຍຸນນານ ໄຮແຈ໊ງ ຊື່ງຈະຫັນປ່ຽນ ຈາກກິຈການ ການພະນັນ ໃຫ້ເປັນ ສູນການຄ້າ ແລະ ການທ່ອງທ່ຽວ ແທນ. ໂດຍຈະສ້າງ ໂຮງແຮມ 4-ດາວ ເດີ່ນກ໋ອຝ ສວນສະນຸກ ຫ້າງຊັພສິນຄ້າ ຊຸບເປີ້ ມາກເກັດ ນອກນັ້ນ ກໍຍັງມີ ໂຄງຮ່າງພື້ນຖານ ໃກ້ນໍ້າຕົກ ແລະ ສະຖານທີ່ ທ່ອງທ່ຽວ ແລະອື່ນໆ ໃນເຂດເ ສຖກິດ ສະເພາະ ແຫ່ງນີ້.

ເພື່ອໃຫ້ໄດ້ຮັບ ຜົນສໍາເຣັດ ຕາມເປົ້າໝາຍ ໃນການພັທນາ ເຂດເສຖກິດ ສະເພາະ ບໍ່ເຕັນ ທາງຜູ້ລົງທຶນ ຈະເພີ້ມ ງົບປະມານ ການກໍ່ສ້າງ ຂຶ້ນຈາກ 130 ລ້ານໂດລາ ມາເປັນ 500 ລ້ານໂດລາ ສະຫະຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org