ຊາວບໍ່ແກ້ວຍັງ ຖາງປ່າເຮັດໄຮ່
2012.03.27
ກົດຟັງສຽງ
ປະຊາຊົນ ໃນເມືອງ ຕົ້ນເຜີ້ງ ແຂວງບໍ່ແກ້ວ ທີ່ຖືກ ທາງການລາວ ສັ່ງໃຫ້ໂຍກຍ້າຍ ອອກຈາກ ທີ່ເດີມ ຂອງຕົນ ເພື່ອສ້າງ ສນາມບິນ ໃນເຂດ ເສຖກິດພິເສດ ໄປຢູ່ແຫ່ງອື່ນ ທີ່ທາງການ ຈັດສັນ ໃຫ້ນັ້ນ ປັດຈຸບັນ ຍັງບໍ່ມີ ວຽກເຮັດ ແລະ ຈໍາເປັນຕ້ອງໄດ້ ຖາງປ່າ ຈູດປ່າ ເພື່ອປຸກສ້າງ ບ້ານເຮືອນ ເຮັດໄຮ່ ພໍໄດ້ຢູ່ໄດ້ກິນ. ດັ່ງຊາວບໍ່ແກ້ວ ຜູ້ນຶ່ງ ເວົ້າວ່າ:
"ຂະເຈົ້າຈະຍຶດ ເອົາດິນດອນ ຕ່ອນຫຍ້າ ອັນເປັນໄຮ່ ເປັນນາ ຂອງ ປະຊາຊົນໝົດ ເພື່ອເອົາໃຫ້ ພວກເສຖກິດ ສາມຫລ່ຽມຄໍາ ແລ້ວທີ່ນີ້ ປະຊາຊົນ ກໍບໍ່ມີ ວຽກເຮັດ ຂະເຈົ້າກໍໄປ ຟັນໄຮ່ ຈູດໄຮ່ ແລ້ວມັນກໍເປັນ ສະພາບ ຈັ່ງຊີ້".
ນາງເວົ້າຕໍ່ ໄປວ່າ ພື້ນທີ່ ບ່ອນໃໝ່ ທີ່ທາງການ ຈັດສັນໃຫ້ ປະຊາຊົນ ມາເຣີ່ມຕົ້ນ ຊີວິດໃໝ່ນັ້ນ ສ່ວນຫລາຍ ເປັນພື້ນທີ່ ທີ່ເຕັມໄປ ດ້ວຍຕົ້ນໄມ້ ທີ່ຈໍາເປັນຕ້ອງ ໄດ້ບຸກເບີກໃໝ່ ດ້ວຍເຄື່ອງມື ທີ່ຕົນມີ ເຖິງຈະມີ ຜົນກະທົບ ຕໍ່ ສິ່ງແວດລ້ອມ ກໍຈໍາເປັນ ຕ້ອງໄດ້ເຮັດ ເຊັ່ນການເຜົາ ປ່າເຮັດໄຮ່ ເພື່ອຄວາມ ມີຊີວິດລອດ ຂອງຕົນ.
ໃນຂນະດຽວກັນ ທາງການ ທີ່ກ່ຽວຂ້ອງ ຢູ່ແຂວງ ບໍ່ແກ້ວ ກໍເວົ້າເຖິງ ເຣື່ອງນີ້ວ່າ ພື້ນທີ່ດິນ ທີ່ທາງການ ໄດ້ເອົາໃຫ້ ປະຊາຊົນ ໄປຢູ່ນັ້ນ ເປັນປ່າແທ້ ແຕ່ກໍບໍ່ຫລາຍ ຊຶ່ງ ປະຊາຊົນ ກໍຕ້ອງໄດ້ຖາງ ໄດ້ຈູດ ຂຍາຍອອກ ເປັນບາງສ່ວນ.
"ໂຕນີ້ມີ ບາງຈໍານວນ ບໍ່ມີຫລາຍ ທີ່ວ່າຂະເຈົ້າ ມີທີ່ດິນ ທີ່ຈັບຈອງ ໄວ້ແລ້ວ ກໍໄປເຮັດ ເປັນດິນ ທີ່ຮັບການ ແບ່ງດິນ ແບ່ງປ່າ ຄືເກົ່າເນາະ".
ກ່ອນໜ້ານີ້ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ເວົ້າວ່າ ກົດໝາຍ ຫ້າມຈູດ-ຖາງປ່າ ໃນລາວ ຍັງບໍ່ເຄັ່ງຄັດ ດັ່ງນັ້ນຈຶ່ງ ເກີດບັນຫາ ຄວັນໄຟ ປົກຄຸມ ໄປທົ່ວແຂວງ ມາຕັ້ງ ແຕ່ເດືອນ ກຸມພາ ຈົນຮອດ ດຽວນີ້.