ແພນອອສທ໌ຈະເລີ້ມ ຂຸດຄຳບ້ານຫ້ວຍຊາຍ

ບໍຣິສັທ ແພນອອສເຕຣເລັຽ ທີ່ຈະຂຸດຄຳ ຢູ່ເຂຕບ້ານ ຫ້ວຍຊາຍ ແຂວງວຽງຈັນ ເປັນແຫ່ງ ທີ່ 2 ຈະສາມາຖ ຜລິຕຄຳ ອອກຂາຍໄດ້ ກ່ອນກໍາໜົດ ໃນໄວໆນີ້ ແລະ ໃນເວລາ ດຽວກັນ ຣາຄາຫຸ້ນ ກໍສູງຂຶ້ນ .14 ເຊັນ ທີ່ຄິດເປັນ ອັຕຣາເສລັ່ຽ 4.61% ຫລືປະມານ 3.30 ດອລລາຣ໌ ສະຫະຣັຖ ຕໍ່ຫຸ້ນ ຕາມຕລາດ ຫລັກຊັພ ໃນຕອນບ່າຍ ຂອງວັນ ທີ່ 2 ເມສາ 2012 ນີ້.
ຫວາດ ສີມູນ
2012.04.03
F-Pan-aus-Phubia ການຂຸດຄົ້ນ ບໍ່ຄໍາບໍ່ເງີນ ຂອງບໍຣິສັດ ແພນອອສທ໌ ຢູ່ບ້ານ ຫ້ວຍຊາຍ ທີ່ຈະເລີ້ມ ການຜລິດ ໃນກາງເດືອນ ເມສາ ປີ 2012.
panaust

ກົດຟັງສຽງ

ທາງໜັງສືພີມ ອອສເຕຣເລັຽ ໄດ້ແຈ້ງໃນ ວັນຈັນ ນີ້ວ່າ ໂຄງກາຣ ຂຸດຄົ້ນຄໍາ ທີ່ບ້ານ ຫ້ວຍຊາຍ ຊື່ງເປັນ ໂຄງກາຣ ແຫ່ງທີ່ 2 ຮອງຈາກໂຄງກາຣ ບໍ່ຄໍາພູເບັ້ຽ ໂດຽມີກາຣ ລົງທຶນ ເຖີງ 195 ລ້ານດອລລາຣ໌ ສະຫະຣັຖ ແລະ ວ່າຈະສາມາຖ ຜລິຕຄໍາໄດ້ ໃນແຕ່ລະປີ ເຖີງ 100,000 ອອນສ໌ ແລະເງິນ 700,000 ອອນສ໌ ແລະຄາດວ່າ ຈະເຣີ່ມຜລິຕ ແທ່ງຄໍາໄດ້ ເປັນເທື່ອ ທຳອິດ ພາຍໃນ 2 ສັປດາ ຂ້າງໜ້ານີ້ ໂດຽມີ ກຳໜົດ ທີ່ຈະຜລິຕຄຳ ໄດ້ເຖີງ 85,000 ອອນສ໌ ໃນປີ 2012 ນີ້ ຊຶ່ງ ແຕ່ລະອອນສ໌ ຈະຕົກເປັນ ຣາຄາ ປະມານ 1,670 ດອລລາຣ໌.

ໃນຂນະດຽວກັນ ທາງ ບໍຣິສັທ SARCO ຊຶ່ງເປັນ ບໍຣິສັທ ຮ່ວມມື ໃນກາຣລົງທຶນ ຂຸດຄົ້ນ ອະລູມີນຽມ (Aluminium/Bauxite) ຢູ່ໃນເມືອງລາວ ໂດຽບໍຣິສັທ ອອສເຕຣເລັຽ ຖືຫຸ້ນ 49% ແລະ ບໍຣິສັທ ຂອງຈີນ 51% ນັ້ນ ກໍໄດ້ສິ້ນສຸດ ກາຣເຈາະ ເພື່ອກາຣ ສຳຣວຈວິຈັຍ ຕາມເຂຕພື້ນທີ່ ສັມປະທານ ໄປແລ້ວ ໂດຽມີກາຣ ຢືນຢັນວ່າ ຈະສາມາຖ ດຳເນີນ ກາຣຂຸດຄົ້ນ ແລະຜລິຕ ອະລູມີນຽມ ໄດ້ເຖີງ 69 ລ້ານຕັນ ທີ່ຈະ ສາມາຖ ດຳເນີນ ກາຣຜລິຕ ຕລອດຣະຍະ ບໍ່ຕໍ່າກວ່າ 34 ປີ ໃນອະນາຄົຕ ຂ້າງໜ້າ ຢ່າງແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 04, 2012 06:32 AM

ລັດຖະບານລາວ ບໍ່ັຫົວຊາ ຕໍ່ອະນາຄົດ ຂອງ ປະເທດ ເອົາຄຳ,ເງິນ, ທອງ ຂາຍ ໄປ ໃຫ້ຕ່າງປະເທດຫມົດ ໄດ້ເປີເຊັນຫນ້ອຍດຽວກໍດີໃຈເຂົາເຈົ້່້າບໍ່ຄິດລູກຫລານລາວ ກວ່າລູກຫລານລາວຈະໄດ້ຮຽນຮູ້ບໍ່ມີຫຍັງແລ້ວ

Anonymous
Apr 04, 2012 06:08 PM

ຂໍຄວາມເຫັນໃຈຈາກລັດຖະບານປະຈຸບັນ ຈົ່ງກະລຸນາຮັກສາຊັພຍາກອນທຳມະຊາດເຍົາວະຊົນລາວລຸ້ນຫລັງແດ່ທ້ອນ, ຢ່າເຫັນແກ່ຕົວຫລາຍ.
ຂອບໃຈ

Anonymous
Apr 04, 2012 04:48 PM

The outcome is Lao government earns is income and personnel profit tax. But we lose many things. Please authorised only Sepon and Phobia to them and leave other resources ot our Lao generation. One other thing foreigners want to invest in Laos is cost of living and labour are very cheap and can running or doing any thing without control from the labour law and leadership.

Anonymous
Apr 03, 2012 03:59 PM

Wonder how much(percentage) will the Lao PDR gets from this event?

Anonymous
Apr 05, 2012 12:27 AM

ເອົາແຕ່ໄນປັດຈຸບັນ,ບໍ່ຄຳນຶງເຖິງອານາຄົດ ມັນກໍ່ເກີດແຕ່ຄວາມ ທຸກຈົນລົ່ມຈົມ ຕໍ່ລູກຫລານແລະຜູ້ເກີດໃໝ່ໃຫ່ຍຕາມພາຍໄນຄັ້ງຫນ້າ ເທົ່ານັ້ນແລ້ວ.ຊັພພະຍາກອນທັມມະຊາຕ ກໍ່ນັບມື້ກຸດຫ່້ຽນໄປໂດຍບໍ່ມີຂໍ້ົໄດ ຍົກເວັ້ນໄດ້,ອັນນີ້ກໍ່ເກີດມາຈາກ ຄວາມຢາກບໍ່ຮູ້ຈັກພໍ ຂອງຄົນບາງກຸ່ມເທົ່ານັ້ນ,ຈັງແມ່ນຊາຕາກັມ ຂອງປະຊາຊົນ ແລະແຜ່ນດິນຂອງລາວເຮົາແທ້ໆ.