ທະນາຄານພົບບັນຫາ ຊາວນາໃຊ້ໜີ້ບໍ່ໄດ້

ທະນາຄານ ສົ່ງເສີມ ກະສິກັມ ແຂວງ ອັຕຕະປື ພົບບັນຫາ ໃນການ ດໍາເນີນ ທຸຣະກິດ ເນື່ອງຈາກ ຊາວກະສິກອນ ຈໍານວນຫລາຍ ບໍ່ສາມາດ ໃຊ້ໜີ້ຄືນໄດ້ ຕາມກໍານົດ.
ມະນີຈັນ
2010.11.30

ກົດຟັງສຽງ

ທະນາຄານ ສົ່ງເສີມ ກະສິກັມ ແຂວງ ອັຕຕະປື ພົບກັບບັນຫາ ຫຍູ້ງຍາກ ໃນການດໍາເນີນ ທຸຣະກິດ ຍ້ອນວ່າ ບາງຄັ້ງ ຊາວກະສິກອນ ຈໍານວນຫລາຍ ບໍ່ສາມາດ ໃຊ້ໜີ້ໄດ້ ຕາມກໍານົດ ຍ້ອນເກັບກ່ຽວ ຜົລຜລິດ ໃນແຕ່ລະປີ ບໍ່ໄດ້ຕາມ ເປົ້າໝາຍ. ຕໍ່ບັນຫາ ດັ່ງກ່າວ ທາງ ທະນາຄານ ໄດ້ພິຈາຣະນາ ກ່ຽວກັບການ ໃຫ້ກູ້ຢືມ ເງິນເພີ້ມ ໃນແຕ່ລະບ້ານ. ດັ່ງເຈົ້າໜ້າທີ່ ທະນາຄານ ສົ່ງເສີມ ກະສິກັມ ແຂວງ ອັຕຕະປື ກ່າວວ່າ:

"ມີບັນຫາ ສ່ວນໃຫຍ່ ແມ່ນເລື້ອງ ການຜລິດ ມັນກໍຈະ ຕອບແທນ ບໍ່ໄດ້ດີ ເທົ່າທີ່ຄວນ ບາດນີ້ການ ຕອບແທນ ເງິນກູ້ມາຄືນ ມັນກໍຍາກ ໜ້ອຍນຶ່ງ ຊໍາຣະບໍ່ໄດ້ ຕາມເວລາ ບໍ່ຕາມກໍານົດ ມັນກໍມີ ຜົລກະທົບ ຕໍ່ທາງດ້ານການ ດໍາເນີນ ທຸຣະກິດ ຂອງ ທະນາຄານ ມັນກໍມີສູງ ເພາະການ ດໍາເນີນງານ ຂອງ ທະນາຄານ ບໍ່ຄ່ອງຕົວ".

ແລະວ່າ ຜົລຜລິດ ທີ່ຜ່ານມາ ຂອງຊາວ ກະສິກອນ ໃນແຂວງ ອັຕຕະປື ສ່ວນຫລາຍແລ້ວ ກໍເປັນເຂົ້າ ຜັກ ແລະ ການລ້ຽງສັດ. ຊາວກະສິກອນ ຈໍານວນນຶ່ງ ມີຣາຍໄດ້ ຈາກການຂາຍ ຜົນຜລິດນັ້ນ ແລະ ຈຳນວນນຶ່ງ ກໍພໍແຕ່ ກຸ້ມກິນ ໃນຄອບຄົວ ຂອງຕົນເອງ.

ໃນການ ຊໍາຣະໜີ້ສິນ ທະນາຄານ ຊາວກະສິກອນ ສ່ວນຫລາຍ ຍັງບໍ່ທັນມີ ເງື່ອນໄຂເທື່ອ ຕ້ອງໄດ້ລໍ ການຊຳຣະ ໄປເລື້ອຍໆ ສ່ວນວ່າຜູ້ທີ່ ສາມາດ ໃຊ້ໜີ້ຄືນ ທາງທະນາຄານ ກໍຈະໃຫ້ຢືມ ເງິນທຶນຕື່ມ ດັ່ງເຈົ້າໜ້າ ທີ່ທ່ານດຽວ ກັນນີ້ ເວົ້າວ່າ:

"ຈຸດນີ້ ມັນກໍຖືວ່າ ໄດ້ເບິ່ງຕາມ ຕົວຈິງ ຂອງຄອບຄົວ ຄອບຄົວທີ່ມີ ເງື່ອນໄຂ ພວກເຮົາກໍຕ້ອງ ໄດ້ສົ່ງເສີມ ທຶນເຂົ້າຕື່ມ ໃຫ້ເຂົາເຈົ້າເຮັດ ເພື່ອວ່າໃຫ້ເຮັດ ໃຫ້ເຂົາເຈົ້າ ໄດ້ມີໂອກາດ ຄອບຄົວທີ່ ບໍ່ມີໂອກາດ ເຂົາເຈົ້າ ກໍຕ້ອງໄດ້ ຫາທາງອື່ນ ດ້ວຍການລ້ຽງສັດ ບາງເທື່ອ ບາງຄົນສ່ວນໃຫຍ່ ເຂົາເຈົ້າ ກໍບໍ່ຢາກ ເປັນໜີ້ຫລາຍ".

ທະນາຄານ ສົ່ງເສີມ ກະສິກັມ ເປັນທະນາຄານ ຂອງຣັດ ມີເປົ້າໝາຍ ແກ້ໄຂບັນຫາ ຄວາມທຸກຍາກ ຂອງປະຊາຊົນ ແບບບໍ່ຫວັງ ຜົນກຳໄຣ ແຕ່ຕໍ່ມາໃນ ປີ 2007 ທະນາຄານ ຫັນມາ ເຮັດທຸຣະກິດ ແຕ່ກໍຍັງ ໃຫ້ຊາວ ກະສິກອນ ກູ້ຢືໃເງິນ ເພື່ອການຜລິດຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.