ມູນນິທິເອເຊັຽຊ່ວຍຕ້ານ ການຄ້າມະນຸສ

ມູນນິທິ ເອເຊັຽ Asia Foundation ໃຫ້ການ ຊ່ວຍເຫລືອ ຕ້ານການ ຄ້າມະນຸດ ໃນລາວ ແລະ ກັມພູຊາ.
ມະນີຈັນ
2012.06.28

ມູນນິທິ ເອເຊັຽ Asia Foundation ປະກາດ ໃຫ້ການ ຊ່ວຍເຫລືອ ລ້າ ແກ່ 2 ໂຄງການ ທົດລອງ ຕ້ານການ ຄ້າມະນຸດ ໃນລາວ ແລະ ກັມພູຊາ ດ້ວຍເງິນ ຈໍານວນ 1 ແສນໂດລາ ສະຫະຣັຖ. ຕາມຄໍາເວົ້າຂອງ Dr. Chong-Moon Lee ປະທານ ແລະ ຫົວໜ້າຝ່າຍ ບໍຣິຫານ ຫ້ອງການ ກຸ່ມ ບໍຣິສັດ LeeAmbex .

ການບໍຣິຈາກ ດັ່ງກ່າວ ມີຂຶ້ນ ຂະນະທີ່ ພວກແມ່ຍິງ ຮວມທັງ ວັຍຫນຸ່ມສາວ ໃນລາວ ແລະ ກັມພູຊາ ຢູູ່ໃນສະພາບ ສ່ຽງຕໍ່ການຖືກ ຄ້າມະນຸດ ແລະ ຖືກຂູດຮີດ. ທາງ ມູນນິທິ ພ້ອມດ້ວຍ ພາກສ່ວນ ກ່ຽວຂ້ອງຕ່າງໆ ໃນລາວ ແລະ ກັມພູຊາ ຈະໂຄສະນາ ປ່າວເຕືອນ ແມ່ຍິງ ແລະ ເດັກນ້ອຍ ໃຫ້ຮູ້ເຖິງ ພັຍອັນຕຣາຍ ຂອງການ ຄ້າມະນຸດ.

ທີ່ກໍາພູຊາ ຈະມີການ ຕັ້ງເຄືອຂ່າຍ ເພື່ອນຊ່ວຍເພື່ອນ ຄົນວັຍຫນຸ່ມ ຈະມີການ ເຜີຍແພ່ຂໍ້ມູນ ໃຫ້ຊຸມຊົນ ທີ່ສ່ຽງ ໃນສອງແຂວງ ຄື Preyveng ແລະ Siemreap. ໃນ ສປປ ລາວ ຈະມີການ ໃຫ້ທຶນ ຝຶກອົບຮົມ ດ້ານວິຊາຊີພ ຕ່າງໆ ແກ່ຜູ້ຖືກ ເຄາະຮ້າຍ ຜູ້ຍິງ ແລະເດັກນ້ອຍ ທີ່ມີຄວາມສ່ຽງ ຕໍ່ການຖືກ ຄ້າມະນຸດ.

ດຣ. ຈອງ-ມູນ-ລີ ກ່າວວ່າ ທ່ານ ເປັນຜູ້ທີ່ ເຊື່ອຢ່າງ ໜັກແໜ້ນວ່າ ການເຕືອນ ປະຊາຊົນ ໄປພ້ອມໆກັບ ການໃຫ້ຄົນ ວັຍຫນຸ່ມນ້ອຍ ໄດ້ຮັບການ ສຶກສາ ແລະ ມີໂອກາດ ຕ່າງໆ ທາງດ້ານ ກູ້ມຕົນເອງນັ້ນ ຈະຊ່ວຍກໍາຈັດ ສາເຫດຕົ້ນຕໍ ຂອງການ ຄ້າມະນຸດ ຊຶ່ງເປັນ ບັນຫາ ທີ່ຮ້າຍແຮງ ຂຶ້ນຢູ່ນີ້.

ທ່ານ ລີ ກ່າວວ່າ ຜູ້ມີຄວາມສ່ຽງ ທີ່ສຸດ ໃນການຕົກສູ່ ການ ຄ້າມະນຸດ ນັ້ນ ແມ່ນຜູ້ຍິງ ພວກວັຍຫນຸ່ມ ເດັກນ້ອຍລາວ ແລະ ກັມພູຊາ ທີ່ຖືກກົດດັນ ໃຫ້ຍ້າຍຖີ່ນ ຍ້ອນຄວາມ ທຸກຍາກ ແລະ ບໍ່ມີທີ່ດິນ ທໍາກິນ ໃນຊຸມຊົນ ຂອງພວກຕົນ. ທ່ານລີ ກໍເຊື່ອໝັ້ນວ່າ ມູນນິທິ ເອເຊັຽ ຈະຊ່ວຍ ປ່ຽນແປງ ຊີວິດ ຂອງຄົນ ວັຍຫນຸ່ມໄດ້ ທັງຢູ່ລາວ ແລະ ກັມພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.