ຫ້ອງການຄົ້ນຄວ້າຣະບົບ ເງີນຕຣາອາຊ໊ຽນບວກ 3
2012.02.01
ກົດຟັງສຽງ
ເຖີງເທົ່າ ປັຈຈຸບັນ ກໍໃກ້ຈະເປັນຈິງ ແດ່ແລ້ວ ຊຶ່ງທາງກາຣ ກ່ຽວຂ້ອງ ໄດ້ເປີດ ຫ້ອງກາຣຂຶ້ນ ຢ່າງເປັນ ທາງກາຣ ຢູ່ສິງຄະໂປ ໃນມື້ ວັນອັງຄາຣ ທີ່ 31 ມົກຣານີ້ ເພື່ອ ດຳເນີນ ກາຣສຳຣວຈ ກວດເບີ່ງ ຄວາມເປັນ ໄປໄດ້ ພາຍຫລັງ ທີ່ໄດ້ມີ ກາຣສເນີ ແນວຄິດ ແລະ ພິຈາຣະນາ ເປັນເທື່ອ ທຳອິດ ຄາວມີ ກາຣປະຊຸມ ຄນະຣັຖມົນຕຣີ ກາຣຄັງ ທີ່ຈັດຂຶ້ນ ຢູ່ນະຄອນ ຊຽງໃໝ່ ໃນປີ 2000 ຊຶ່ງກໍເປັນ ທີ່ຮູ້ກັນວ່າ 'Chiang Mai Initiative'.
ແຜນກາຣ ສໍາລັບ ກາຣສັບປ່ຽນ ເງິນຕຣາ ດັ່ງກ່າວນີ້ ຊຶ່ງນອກຈາກ ບັນດາ ປະເທສ ໃນກຸ່ມອາຊ໊ຽນ ແລ້ວ ກໍຍັງມີ ສປຈີນ ເກົາຫລີໃຕ້ ແລະຍີ່ປຸ່ນ ທີ່ເປັນຄູ່ ກາຣເຈຣະຈາ ໂດຽມີກາຣ ຕົກລົງ ເພື່ອນຳເອົາ ເງິນທຶນ ເຂົ້າສະສົມໄວ້ ຢູ່ ທະນາຄາຣ ເປັນເງິນ ກອງກາງ ທີ່ມີເປົ້າໝາຍ ໃຫ້ໄດ້ເຖີງ 120 ຕື້ ດອລລາຣ໌ ສະຫະຮັຖ ຕາມກາຣ ສັນຍາ ຣະຫວ່າງກັນ ແຕ່ເດືອນມີນາ 2010 ເປັນຕົ້ນມາ.
ທ່ານ Wei Benhua ຜູ້ອຳນວຍກາຣ ຫ້ອງກາຣ ທີ່ຫາກໍເປີດ ຂຶ້ນໃໝ່ ຢູ່ ສິງຄະໂປ ດັ່ງກ່າວ ເພື່ອກາຣ ສຳຣວຈ ແລະຄົ້ນຄວ້າ ທາງດ້ານ ເສຖກິຈ ມະຫາພາຄ ຂອງອາຊ໊ຽນ ແລະ 3 ປະເທສ ຄູ່ເຈຣະຈາ ຫລື AMRO ໄດ້ແຈ້ງຕໍ່ ທາງ ສື່ມວລຊົນ ວ່າ ພາຣະກິຈ ໃນຂັ້ນເຣີ່ມ ຕົ້ນນີ້ ກໍແມ່ນ ສຳຫລັບ ກາຣຕິດຕາມ ທາງດ້ານກາຣ ເຄື່ອນໄຫວ ຂອງ ເສຖກິຈໂລກ ໂດຽສະເພາະ ໃນບັນດາ ປະເທສ ໃນເຂຕ ຢູໂຣປ ແລະ ນຳມາ ຣາຍງານ ໃຫ້ບັນດາ ປະເທສອາຊ໊ຽນ ແລະຄູ່ ເຈຣະຈາ ທັງ 3 ປະເທສ ເພື່ອບໍ່ໃຫ້ ໄດ້ຮັບຜົລ ກະທົບຈາກ ວິກິຕກາຣ ເງິນ ແລະ ເສຖກິຈ ຕົກຕໍ່າ ທີ່ອາຈຈະ ເກີດຂຶ້ນ ຕື່ມອີກ ໃນທົ່ວໂລກ.