ກຸ່ມຕ້ານຄວາມທຸກຍາກ ຢາກໃຫ້ G8 ຊ່ອຍເຣື່ອງອາຫານ
2012.04.10

ກົດຟັງສຽງ
ຜູ້ຮ່ວມ ຈັດຕັ້ງ ອົງການ ຕ້ານ-ຄວາມຍາກຈົນ ກຸ່ມນື່ງດຽວ ເປັນນັກເຄື່ອນໄຫວ ແລະ ນັກດົນຕຣີ ນາຍ ໂບໂນ ແລະ ນາຍ ບອບ Geldof ຖແລງ ໃນມື້ ວັນອັງຄານ ນີ້ວ່າ ກຸ່ມຜູ້ນຳ ຈາກ 8 ປະເທດ ອຸດສາຫະກັມ ທີ່ຮັ່ງມີ ໃນໂລກ ທີ່ຈະປະຊຸມ ກັນທີ່ ກຸງວໍຊີງຕັນ ໃນອາທີດນີ້ ຕ້ອງເນັ້ນໃສ່ ການລົງທືນ ທາງດ້ານ ການກະເສດ ໃນປະເທດ ທີ່ທຸກຍາກ ແລະ ແກ້ໄຂບັນຫາ ຄວາມອຶດຢາກ ໃຫ້ຫມົດໄປ ໃນທົ່ວໂລກ ຮ່ວມທັງບັນຫາ ການຂາດ ສານອາຫານ ໃນຝຸງຊົນ ທີ່ທຸກຍາກ ໃນປະເທດ ດ້ອຍພັທນາ ທັງຫລາຍ.
ອົງການ ກຸ່ມນື່ງດຽວ ຣະບຸວ່າ ກຸ່ມປະເທດ ເສຖກີດ ທີ່ຮັ່ງມີ G8 ຕ້ອງເພີ້ມການ ບໍຣິຈາກ ສນັບສນູນ ການລົງທືນ ດ້ານການກະເສດ ໃຫ້ແກ່ 30 ປະເທດ ທີ່ທຸກຍາກ ໃນອະຝຣິກກາ ເອເຊັຽ ແລະ ອະເມຣິກາ ກາງ ການຊ່ອຍເຫລືອ ດັ່ງກ່າວ ຈະເຮັດໃຫ້ ປະຊາຊົນ ຜູ້ທີ່ທຸກຈົນ ກວ່າ 50 ລ້ານ ຄົນສາມາດ ຫລຸດພົ້ນ ຈາກ ຄວາມທຸກຍາກໄດ້.
ກຸ່ມຜູ້ນຳ ຈາກ ປະເທດ ອຸດສາຫະກັມ ທີ່ຮັ່ງມີ ປະກອບດ້ວຍ ສະຫະຣັຖ ອັງກິດ ເຍັຽຣະມັນ ຝຣັ່ງເສດ ອີ່ຕາລີ ການາດາ ຍີ່ປຸ່ນ ແລະ ຣັຖເຊັຽ ຈະປະຊຸມ ກັນ ທີ່ກຸງ ວໍຊີງຕັນ ຊື່ງບັນຫາ ເຣື້ອງຄວາມ ປອດພັຍທາງ ດ້ານອາຫານ ການກີນ ຈະເປັນປະເດັນ ທີ່ສຳຄັນ ທີ່ກຸ່ມດັ່ງກ່າວ ຈະໄດ້ ໂອ້ລົມກັນ.
ເຫດວິກິດ ທາງດ້ານ ອາຫານ ໃນປີ 2008 ເປັນສາເຫດ ເຮັດໃຫ້ມີ ຄວາມອຶດຫິວ ເພີ້ມຂື້ນ ຮ່ວມທັງ ການຂາດ ສານອາຫານ ແລະ ເຫດຄວາມ ວຸ້ນວາຍ ທາງດ້ານ ສັງຄົມ ເກິດຂື້ນ ໃນໂລກ.