ທະນາຄານພັທນາເອເຊັຽ ຊ່ວຍເຫລືອ ລາວ-ວຽດນາມ
2010.11.30
ກົດຟັງສຽງ
ທະນະຄານ ພັທນາເອເຊັຽ ໄດ້ຮັບຜ່ານ ມະຕິ ກ່ຽວກັບການ ຊ່ວຍເຫລືອ ທາງດ້ານການເງິນ ສໍາລັບ ໂຄງການປັບປຸງ ການຄົມນາຄົມ ເຂດອະນຸ ພູມີພາກ ແມ່ນໍ້າຂອງ ຕອນເໜືອ ຂັ້ນທີ່ 2 ຊຶ່ງເປັນໂຄງການ ປັບປຸງເສັ້ນທາງ ທີ່ມີຄວາມຍາວ 340 ກິໂລແມັດ ຈາກເແຂວງ Thanh Hoa ໃນພາກເໜືອ ຂອງ ວຽດນາມ ຜ່ານລາວ ໄປເຖິງບາງກອກ. ທ່ານ Jeffrey Miller ນັກວິຊາການ ຝ່າຍຄົມນາຄົມ ຂອງເອດີບີ ເວົ້າວ່າ ແລວການ ຄົມນາຄົມ ຈາກ ແຂວງທັນຫາວ ຜ່ານ ແຂວງຫົວພັນ ໃນພາກເໜືອ ຂອງລາວ ກໍຕ້ອງໄດ້ ຮັບການປັບປຸງ ເພື່ອຈະໃຊ້ ປໂຍດ ໄດ້ຢ່າງເຕັມ ອັດຕຣາ ຮ່ວມທັງອໍານວຍ ໃຫ້ລາວ ໄປເຖິງທ່າເຮືອ ໃນແຂວງ ທັນຫາວ ແປະທະເລ ຈີນໃຕ້ ໄດ້ຕລອດ ທັງປີ.
ແລວການ ຄົມນາຄົມ ຂ້າມແດນ ເປັນສ່ວນທີ່ ສໍາຄັນ ຂອງໂຄງການ ຮ່ວມມືທາງ ເສຖກິດ ຂອງອະນຸ ພູມີພາກ ແມ່ນໍ້າຂອງ ໃນການເປີດ ກວ້າງການຄ້າ ການທ່ອງທ່ຽວ ແລະໂອກາດ ເລື່ອງການລົງທຶນ ໃນ 6 ປະເທດ ຢູ່ຂົງເຂດນີ້. ພ້ອມກັບການ ປັບປຸງ ເສັ້ນທາງແລ້ວ ໂຄງການດັ່ງກ່າວ ຍັງຈະແກ້ໄຂ ບັນຫາ ຣົດບັນທຸກ ເກີນນໍ້າໜັກ ຊຶ່ງຈະສ້າງ ຄວາມເສັຽຫາຍ ໃຫ້ເສັ້ນທາງ ໃນ 2 ປະເທດ ລາວ-ວຽດນາມ ຮວມເຖິງການ ສນັບສນູນ ໂຄງການ ໂຄສະນາ ເພື່ອຕ້ານ ແລະ ສະກັດກັ້ນ ເຊື້ອ HIV/AIDS ການຄ້າມະນຸດ ແລະ ການເກັບກູ້ ຣະເບີດ ທີ່ຕົກຄ້າງ ຕາມເສັ້ນທາງ ນັ້ນນໍາດ້ວຍ.
ໃນເງິນຈໍານວນ 95 ລ້ານໂດລາ ຂອງ ADB ນັ້ນ ຈະໃຫ້ວຽດນາມ ກູ້ຢືມ 75 ລ້ານໂດລາ, ແລະຊ່ວຍເຫລືອລ້າ ແກ່ ສປປລາວ 20 ລ້ານໂດລາ ແລະກໍຄາດວ່າ ກອງທຶນ OPEC Fund ຈະພິຈາຣະນາ ໃຫ້ເງິນກູ້ແກ່ ສປປລາວ 12 ລ້ານໂດລາ ໃນເດືອນ ມີນາ 2011 ນີ້.