ເອດີບີຊ່ວຍທຶນສ້າງ ໂຄງຮ່າງພື້ນຖານພາກໃຕ້
2012.01.09
ກົດຟັງສຽງ
ແວັບໄຊທ໌ ທະນາຄານ ພັທນາເອເຊັຍ ຣາຍງານວ່າ ທະນາຄານ ພັທນາເອເຊັຍ ໃຫ້ເງິນ ຊ່ວຍເຫລືອ ແກ່ຣັຖບານ ສປປລາວ ກໍເພື່ອຊ່ວຍ ສ້າງສາ ພັທນາ ເສຖກິດ ໃນແຂວງ ຈຳປາສັກ ແລະ ໂດຍທົ່ວໄປ ຂອງ ສປປລາວ ໃຫ້ເຕີບໃຫຍ່ ຂຍາຍຕົວ ເພື່ອຊ່ວຍ ພັທນາ ຄວາມສາມາດ ແລະສົ່ງເສີມ ການພັທນາແບບ ຍືນຍົງ ຊື່ງໝາຍເຖີງ ການພັທນາ ທີ່ປາສຈາກ ການທຳລາຍ ທັມມະຊາຕ ສິ່ງແວດລ້ອມ.
ທະນາຄານ ພັທນາເອເຊັຍ ຖແລງວ່າ ໂຄງການນີ້ ຈະຊ່ວຍສ້າງ ໂຄງການ ພື້ນຖານ ຖນົນ ຫົນທາງ ແລະ ຂົວ ຢູ່ເມືອງ ປາກເຊ ເພື່ອການ ຄົມມະນາຄົມ ຂົນສົ່ງ ເຊື່ອມຕໍ່ ພາກໃຕ້ ຂອງລາວ ກັບປະເທດ ໄທ ກຳພູຊາ ແລະວຽດນາມ. ແຂວງ ຈຳປາສັກ ມີ ສະຖານທີ່ ທ່ອງທ່ຽວ ເຊັ່ນ ຄອນພະເພັງ ວັດພູ ຈຳປາສັກ ແລະ ນ້ຳຕົກ ຫຼາຍແຫ່ງ ໃນປີນຶ່ງ ມີນັກທ່ອງທ່ຽວ ເກືອບເຖິງ ສາມແສນຄົນ.
ທາງແວັບໄຊທ໌ ທະນາຄານ ພັທນາເອເຊັຍ ໃຫ້ຣາຍງານ ອີກວ່າ ດຽວນີ້ ກໍມີການ ສ້າງສາພັທນາ ຢູ່ແລ້ວ ໃນເມືອງປາກເຊ ໃນອະນາຄົດ ອັນໃກ້ນີ້ ນັກທ່ອງທ່ຽວ ຈະເພີ້ມຂື້ນ ທັງການຄ້າ ການຂົນສົ່ງ ສະນັ້ນ ເມືອງ ປາກເຊ ຕ້ອງຂຍາຍ ຖນົນຫົນທາງ ຕື່ມ ອີກ ຫລາຍ.
ປັດຈຸບັນ ເມືອງປາກເຊ ມີບ່ອນຖິ້ມ ຂີ້ເຫຍື້ອ ແຫ່ງດຽວແລະ ຍັງບໍ່ຖືກ ຕາມຫລັກ ອະນາໄມ ຊື່ງຄວນມີ ການພັທນາ ໃຫ້ກວ້າງຂວາງ ແລະໃຫ້ຢູ່ ນອກເມືອງ.