ອົງການຕໍ່ຕ້ານການຄ້າ ສັດປ່າໃນລາວ

ອົງການ ACRES ແລະ ສວນສັດລາວ ຮ່ວມກັນ ຈັດຕັ້ງ ສູນຕໍ່ຕ້ານ ການຄ້າຂາຍ ສັດປ່າ ທີ່ ຜິດກົດໝາຍ.
ໂພໄຊສວັດ
2012.03.28

ກົດຟັງສຽງ

ອົງການ ອະນຸຮັກ ສັດປ່າ ຈາກ ປະເທດ ສິງກະໂປ ACRES ຫຼືວ່າ ອົງການ ສຶກສາ ຄົ້ນຄວ້າສັດປ່າ ຮ່ວມກັບ ສວນສັດລາວ ຮ່ວມກັນ ຈັດຕັ້ງ ສູນສຶກສາ ແລະ ຊ່ວຍເຫລືອ ສັດປ່າ ສຸກເສີນ ຂຶ້ນເປັນແຫ່ງ ທໍາອິດ ໃນນະຄອນຫລວງ ວຽງຈັນ. ການເຊັນ MoU ມີຂຶ້ນໃນມື້ ວັນພຸດ ວັນທີ 28 ມີນາ 2012.

ພາຍໃຕ້ ຂໍ້ຕົກລົງ ສູນສຶກສາ ແລະ ຊ່ວຍເຫລືອ ສັດປ່າ ສຸກເສີນ ທີ່ມີພື້ນທີ່ ກວ້າງ 5 ເຮັກຕາ ຈະໃຊ້ເປັນບ່ອນ ປ່າສງວນ ທີ່ໃຫ້ສັດ ໄດ້ເພິ່ງພາ ອາສັຍຢູ່ ຢ່າງປອດພັຍ ຫລັງຈາກ ທີ່ໄດ້ຊ່ວຍເຫລືອ ຈາກ ການຖືກນໍາໄປ ຄ້າຂາຍ ຢ່າງຜິດ ກົດໝາຍ ໂດຍຈະເນັ້ນໃສ່ ການຊ່ວຍເຫລືອ ໂຕໝີ ເປັນສ່ວນໃຫຍ່.

ນອກຈາກນີ້ ສູນດັ່ງກ່າວ ຈະໃຊ້ເພື່ອ ອໍານວຍ ຄວາມສະດວກ ໃນການສຶກສາ ຄົ້ນຄວ້າ ເພື່ອສ້າງຄວາມ ຮູ້ຄວາມເຂົ້າໃຈ ກ່ຽວກັບ ການຄ້າຂາຍ ສັດປ່າ ການອະນຸຮັກ ສິ່ງແວດລ້ອມ ແລະ ປະເດັນ ກ່ຽວກັບ ການປົກປັກ ຮັກສາ ອື່ນໆ. ອົງການ ACRES ຈະໃຫ້ການ ຊ່ວຍເຫລືອ ທາງດ້ານ ວິຊາການ ເພື່ອການໃຊ້ ແລະ ບໍຣິຫານ ສວນສັດ ແລະ ສົ່ງເສີມ ສວັດດີການ ຂອງສັດ ທີ່ຢູ່ໃນ ສວນສັດ.

ນອກຈາກນີ້ ສູນດັ່ງກ່າວ ຍັງຈະຕິດຕັ້ງ ໂທຣະສັບ ສາຍດ່ວນ 2 ສາຍ ຄືສາຍ ອາສຍາກັມ ແລະ ສາຍຊ່ວຍສັດ ປ່າສຸກເສີນ ເພື່ອຊ່ວຍ ຕໍ່ຕ້ານປາບປາມ ການຄ້າ ສັດປ່າ ຢ່າງຜິດ ກົດໝາຍ ແລະ ໃຫ້ຜູ້ທີ່ ພົບເຫັນ ລາຍງານ ການຄ້າຂາຍ ສັດປ່າ ຜິດກົດໝາຍ ແລະ ປົກປັກຮັກສາ ສັດປ່າ ຫວງຫ້າມ.

ໂຄງການ ດັ່ງກ່າວ ຈະຈ້າງ ຄົນງານ ແລະ ນັກວິຊາການ ລາວ ທັງໝົດ 24 ຄົນ ເພື່ອເຮັດວຽກ ຮ່ວມກັນກັບ ທີມງານ ຈາກ ປະເທດ ສິງກະໂປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 02, 2012 01:09 AM

Laos has to learn the rich experiences and the ways how to deal with the wildlife from the United States.

Anonymous
Mar 29, 2012 03:36 AM

ເຫັນດີ ແລະ ເຫັນພ້ອມທຸກຢ່າງ ເປັນການກັນ ໄນຮອບດ້ານດີກ່ວາຈະແກ້ ຕາມພາຍຫລັງ ເມື່ອມີບັນຫາ ເກີດຂຶ້ນ ດັ່ງທີ່ໄດ້ຮູ້ແລະເຫັນມາກ່ອນ ແລ້ວນັ້ນ.