ຜູ້ໄດ້ຮັບຜົລກະທົບ ຄວນໄດ້ຮັບຄ່າຊົດເຊີຍ ທີ່ເໝາະສົມ
ການຊົດເຊີຍ ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກ ໂຄງການສ້າງເຂື່ອນ ຄວນສຶກສາ ຕີຣາຄາໃຫ້ຮອບຄອບ.
-
ໂພໄຊສວັດ
2012-10-18 -
-
-
ນັກວິຊາການ ທີ່ສຶກສາກ່ຽວກັບ ໂຄງການສັມມະປະທານ ໃນລາວ ໄດ້ສແດງຄວາມຄິດເຫັນ ວ່າ ຄວນປັບປຸງແກ້ໄຂ ການຕີຣາຄາ ຄ່າຊົດເຊີຍ ທີ່ຈ່າຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນ ໃນລາວ ຍ້ອນວ່າ ທີ່ຜ່ານມາ ການຕີຣາຄາ ຄ່າຊົດເຊີຍ ຕ່າງໆ ຖືວ່າ ບໍ່ຖືກຕ້ອງ ເທົ່າທີ່ຄວນ ເຮັດໃຫ້ເກີດບັນຫາ ຂັດແຍ່ງ ຫລື ເຮັດໃຫ້ຊາວບ້ານ ຜູ້ທີ່ໄດ້ຖືກ ໂຍກຍ້າຍນັ້ນ ບໍ່ດີໃຈ.ທ່ານ ເວົ້າວ່າ:
”ຄືໄດ້ເວົ້າ ຢູ່ໃນບ້ານນຶ່ງ ມີຄວາມຫລາກຫລາຍ ຕັ້ງແຕ່ ເຮືອນນ້ອຍ ຈົນຮອດເຮືອນໃຫຍ່ ຜູ້ທຸກຍາກ ຈົນຮອດຜູ້ຮັ່ງມີ ຖ້າເຮົາມາ ຈັດປະເພດ ພວກທີ່ວ່າ ມີຖານະ ດ້ານສັງຄົມ ທຸກຈົນແນ່ ຜູ້ທີ່ມີເຮືອນນ້ອຍ ການປັບໂຕ ຂອງຂະເຈົ້າ ກໍຈະແຕກຕ່າງ ກັບວ່າ ຜູ້ທີ່ມີເງິນຫລາຍ ມີຖານະການຜລິດ ມີດິນ ມີແຮງງານຫລາຍ ເຮົາສິ ເຮັດແນວໃດ ເພື່ອປະເມີນ ຜົນກະທົບ ຈາກເຂື່ອນ”
ທ່ານ ຍົກຕົວຢ່າງວ່າ ທີ່ຜ່ານມາ ໃນໂຄງການສັມປະທານ ເຊັ່ນການສ້າງເຂື່ອນ ມັກຕີຣາຄາ ຄ່າຊົດເຊີຍ ຈາກຄວາມກວ້າງ ຂອງໜ້າດິນ ແລະ ຄວາມໃຫຍ່ ຄວາມນ້ອຍ ຂອງເຮືອນ ແຕ່ບໍ່ເຄີຍ ນໍາເອົາ ຖານະຄອບຄົວ, ອາຊີບຮວມ ແລະ ຄວາມຮັ່ງມີ ຂອງຄອບຄົວ ມາພິຈາຣະນາເລີຍ ຈຶ່ງເກີດມີບັນຫາ. ເມື່ອຈ່າຍຄ່າຊົດເຊີຍ ໄປແລ້ວ ຫລາຍຄອບຄົວ ກໍຍັງຂາດເຂີນ ບໍ່ພໍໃຊ້ພໍຈ່າຍ ພາຍໃນຄອບຄົວ. ສໍາລັບ ຄອບຄົວ ທີ່ມີເງິນຮັ່ງມີ ມີຖານະດີ ຢູ່ແລ້ວ ກໍຈະສາມາດ ປ່ຽນແປງ ໃຫ້ເຂົ້າກັບສະພາບ ການໄດ້ງ່າຍ ກວ່າຄອບຄົວ ທີ່ຂາດເຂີນ ຢູ່ແລ້ວ. ດັ່ງນັ້ນ ທ່ານຈຶ່ງໄດ້ສເນີ ໃຫ້ເອົາປັດໄຈ ເຫລົ່ານີ້ ຂຶ້ນມາຮ່ວມ ໃນການພິຈາຣະນາ ຕີຣາຄາ ການຊົດເຊີຍ.
ສໍາລັບ ການສ້າງອາຊີບ ໃຫ້ຜູ້ໄດ້ຮັບຜົນກະທົບ ທ່ານກ່າວວ່າ ມັນບໍ່ຖືກຕ້ອງ ທີ່ຈະຫາອາຊີບ ແບບດຽວ ໃຫ້ກັບ ຄົນໝົດທັງໝູ່ບ້ານ ຍ້ອນວ່າ ໃນແຕ່ລະບ້ານ ກໍມີຫລາຍຄົນທີ່ມີອາຊີບແຕກຕ່າງກັນ, ເຊັ່ນ ຈະໃຫ້ປູກ ໝາກສາລີ ຫລື ຢາງພາຣາ ທັງໝົດໝູ່ບ້ານ ແມ່ນບໍ່ຖືກຕ້ອງ.