ວັງວຽງ ຈັດລະບຽບ ການທ່ອງທ່ຽວໃໝ່

ຜແນກທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ວ່າ ປັດຈຸບັນນີ້ ທາງການເມືອງ ກໍາລັງອອກແບບ ຈັດລະບຽບທ່ອງທ່ຽວ ໃນແຫລ່ງທ່ອງທ່ຽວ ເມືອງວັງວຽງໃໝ່ ຫລັງຈາກ ແຫ່ລງທ່ອງທ່ຽວແຫ່ງນີ້ ໂດຍສະເພາະ ຢູ່ໃນຍ່ານ ບ້າຣ-ໄນທ໌ຄລັບ ແລະ ການຫລິ້ນນໍ້າ ລ່ອງກົງຢາງລົດ ຕາມນໍ້າຊອງ ຊຶ່ງເຫັນວ່າ ມີການມົ້ວສຸມຢາເສບຕິດ ແລະ ປະເວນີ.
ສົມເນ
2012.10.19
F-Vangvieng-tourist ນັກທ່ອງທ່ຽວ ໃນເມືອງວັງວຽງ
RFA

ມື້ນີ້ ເອເຊັຽເສຣີ ໄດ້ໂທຣະສັບ ຖາມຊາວວັງວຽງ ຄົນນຶ່ງ ນາງເວົ້າວ່າ:

”ໂດຍ ລ່ອງກົງນໍ້າ ຍັງມີຢູ່ ແຕ່ບໍ່ມພັ໊ບ ບໍມີບາຣ໌ ແລ້ວ. ເຫັນເພິ່ນປິດເທື່ອດຽວ ແລ້ວກໍແລ້ວ ເຂົາເຈົ້າ ກໍບໍ່ມີການເປີດອີກ”

ປັດຈຸບັນນີ້ ແຫລ່ງທ່ອງທ່ຽວ ເມືອງວັງວຽງ ແບ່ງອອກເປັນ ຍ່ານບັນເທີງ ຮ້ານອາຫານ ແລະ ຍ່ານຕລາດ ກາງຄືນ. ເມື່ອບໍ່ດົນມານີ້ ອໍານາດການ ປົກຄອງທ້ອງຖິ່ນ ເມືອງວັງວຽງ ໄດ້ສັ່ງປິດ ສະຖານທີ່ ບັນເທີງ 24 ແຫ່ງໃນ ຖານຜ່າຜືນ ກົດລະບຽບ ແລະສິນລະທັມ ຫລັງຈາກ ຖືກຕັກເຕືອນມາ
ຫລາຍຄັ້ງແລ້ວ ແຕ່ຫລາຍແຫ່ງ ຍັງຝ່າຝືນ ລະບຽບຄໍາ ສັ່ງຢູ່.

ແຫລ່ງທ່ອງທ່ຽວ ເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງ ແລະ ເປັນທີ່ຮູ້ກັນ ຫລາຍທີ່ສຸດ ໃນຈໍານວນ ນັກທ່ອງທ່ຽວໜຸ່ມນ້ອຍ ຈາກ ຢູໂຣບ ອາເມຣິກາ ແລະ ຫລາຍປະເທດໃນເອເຊັຽ. ແຕ່ລະປີ ມີນັກທ່ອງທ່ຽວ ຫລາຍແສນຄົນ ມາທ່ຽວ ອັນເປັນການນໍາ ລາຍໄດ້ມາສູ່ ທ້ອງຖິ່ນ ຫລາຍພໍສົມຄວນ.

ຜູ້ປະກອບການ ທຸຣະກິດບັນເທີງ ບາງຮ້ານ ແມ່ນດໍາເນີນ ໂດຍຊາວຕ່າງ ປະເທດກໍມີ ເຊັ່ນວ່າ ຈາກ Australia. ແຫລ່ງທ່ອງທ່ຽວ ແຫ່ງນີ້ ມີຄວາມສວຍງາມ ພິເສດທາງທັມມະຊາຕ. ນອກຈາກ ການທ່ອງທ່ຽວທັມມະຊາຕແລ້ວ ຍັງມີການ ທ່ຽວຫລິ້ນ ນໍ້າຊອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.