ລາວມີ ໂຮງງານ ແຍກແຮ່ທາດຫາຍາກ

ລາວມີ ໂຮງງານ ແຍກແຮ່ທາດຫາຍາກ ຫລື rare earth ຢູ່ບ້ານລິ່ງຊັນ ເມືອງທຸຣະຄົມ ແຂວງວຽງຈັນ. ໂຮງງານ ແຍກແຮ່ທາດຫາຍາກ ບ້ານລິ່ງຊັນ ແມ່ນນັກທຸຣະກິຈຈີນ ເປັນຜູ້ລົງທຶນ.

2012.10.17
f-rare earth ຖັງເຄມີ ທີ່ໂຮງງານແຍກແຮ່ທາດຫາຍາກ, ບ້ານລິງຊັນ
RFA/Lanxang

ຊາວບ້ານລິ່ງຊັນ ຜູ້ນຶ່ງ ເວົ້າກັບ ຜູ້ສື່ຂ່າວ ວິທຍຸເອເຊັຍເສຣີ ວ່າ:

”ຈີນນະ, ຂະເຈົ້າ ເຊົາແລ້ວ, ຊິມີຜົລກະທົບ ໄປໃສ່ຮອດນໍ້າ ພຸ້ນລະ. ກະວ່າ ໃຫ້ມັນເຊົາຫັ໋ນລະ. ກັມມະກອນ ມັນກະບໍ່ມີແລ້ວ, ມີແຕ່ 5-6 ຄົນ. ແຕ່ວ່າ ມັນຊິເຊົາແທ້ ຫລືບໍ່”
ແຮ່ທາດຫາຍາກ ເປັນແຮ່ທາດ ທີ່ເປັນອັນຕະລາຍ ຕໍ່ຄົນ ແລະ ສິ່ງແວດລ້ອມ ຢ່າງຮ້າຍແຮງ ຖ້າຫາກວ່າ ບໍ່ມີການຄວບຄຸມ ແລະ ບໍລິຫານຈັດການ ຢ່າງລະມັດລະວັງ. ຖ້າຫາກວ່າ ເກີດເຫດການ ຮົ່ວໄຫລ ລົງສູ່ດິນ ພື້ນທີ່ດິນ ກໍຈະມີພິດ ບໍ່ສາມາດປູກຝັງໄດ້. ຫາກໄຫລລົງໃສ່ນໍ້າ ນໍ້າກໍຈະເປັນພິດ ໃຊ້ກິນ ແລະ ດື່ມບໍ່ໄດ້, ແລະ ຫາກຖືກຜິວໜັງ ກໍຈະເຮັດໃຫ້ ໜັງລອກ ເປັນພະຍາດ. ດັ່ງທີ່ ວິທຍຸ ເອເຊັຍເສຣີ ເຄີຍຣາຍງານ ກ່ຽວກັບ ເຫດທີ່ເກີດຂຶ້ນ ໃນປະເທດມາເລເຊັຍ ເມື່ອບໍ່ດົນມານີ້.

ຊາວບ້ານລິງຊັນ ອີກຜູ້ນຶ່ງ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

”ເອີ ໂຕນັ້ນ, ເບື້ອງຕົ້ນ ຈີນ ຂະເຈົ້າ ຊິມາເຮັດໂຮງງານແຍກທາດ, ແຍກທາດ ທີ່ຫາຍາກ, ທາດທີ່ເຂົາເອົາມາແຕ່ພຸ້ນລະ, ເອົາມາແຕ່ຕ່າງປະເທດ. ສຸດທ້າຍ ຂະເຈົ້າ ເຮັດບໍ່ແລ້ວ. ແບບວ່າ ມັນຊິເສັຍ, ຄັນລົງນໍ້າ ມັນຊິເຮັດໃຫ້ນໍ້າເສັຍ ແລະ ເປັນມົລພິດ ທາງອາກາດ.”

ເຖິງຢ່າງໃດກໍດີ ໂຮງງານ ແຍກແຮ່ທາດຫາຍາກ ດັ່ງກ່າວ ຍັງບໍ່ທັນໄດ້ເລີ້ມ ດໍາເນີນການເທື່ອ ຍ້ອນວ່າ ໄດ້ມີຊາວບ້ານ ແລະ ອໍານາດປົກຄອງ ບ້ານລິ່ງຊັນ ພາກັນທັກທ້ວງ ເພື່ອໃຫ້ທາງໂຮງງານ ຮັບປະກັນ ຄວາມປອດພັຍ ແລະ ການບໍລິຫານ ຈັດການຢ່າງໂປ່ງໃສ.

ການທັກທ້ວງ ຂອງ ຊາວບ້ານ ແລະ ອໍານາດປົກຄອງ ບ້ານລິງຊັນ ກໍເພື່ອປ້ອງກັນ ບໍ່ໃຫ້ເກີດ ຜົລກະທົບ ຮ້າຍແຮງ ດັ່ງເຊັ່ນ ທີ່ປະເທດມາເລເຊັຍ ໄດ້ປະສົບມາ ແລ້ວນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.