ຄ່າແຮງງານຂັ້ນຕ່ຳສຸດ ຢູ່ລາວ
ຣັຖບານ ລາວ ຄວນຂຶ້ນ ຄ່າ ແຮງງານ ຂັ້ນຕ່ຳ ສຸດ ເພາະ ປັຈຈຸບັນ ຍັງເຫັນວ່າ ຕ່ຳ ຫຼາຍ ແລະ ຄ່າ ຄອງຊີພ ກໍ ແພງຂຶ້ນ ນັບມື້.
-
ອະວາຣີ
2014-12-01 -
-
-
Your browser doesn’t support HTML5 audio
ຣັຖບານ ລາວ ຄວນຂຶ້ນ ຄ່າ ແຮງງານ ຂັ້ນຕ່ຳ ສຸດ ເພາະ ປັຈຈຸບັນ ຍັງເຫັນວ່າ ຕ່ຳ ຫຼາຍ ແລະ ຄ່າ ຄອງຊີພ ກໍ ແພງຂຶ້ນ ນັບມື້. ໃນ ທຸກມື້ນີ້ ຍ້ອນຄ່າ ຄອງຊີບ ສູງ ຈົນ ເກືອບວ່າ ບໍ່ມີ ຄົນງານ ຜູ້ໃດ ຢາກ ເຮັດວຽກ ເພື່ອ ຄ່າແຮງງານ ຕ່ຳສຸດ ສ່ວນຫຼາຍ ແລ້ວ ຕ້ອງຫາ ເຮັດວຽກ ທີ່ ໄດ້ເງິນເດືອນ ຢ່າງນ້ອຍ 1 ລ້ານ 5 ແສນ ກີບ ຊຶ່ງຫຼາຍກວ່າ ເງິນເດືອນ ຂັ້ນຕ່ຳສຸດ ຮອດ ສອງເທົ່າ. ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ໃນແຂວງ ພາກໃຕ້ ຂອງລາວ ອະທິບາຍ ວ່າ:
“ບາງ ບໍຣິສັດ ຈະ ເອົາຕົວນັ້ນ ມາຄິດໄລ່ ມັນ ບໍ່ມີ ຄົນໄປ ເນາະ ຄືຢູ່ ແຂວງ ຈຳປາສັກ ມາຕຖານ ເຂົາ ກໍ 1.6 ລ້ານ ກີບ ຕໍ່ຄົນ ຕໍ່ເດືອນ ເຂົາເອົາ ສວັດດີການ ມາ ສາຣະວັນ ພື້ນຖານ ມັນ ກໍ 626,000 ກີບ ຕໍ່ຄົນ ຕໍ່ເດືອນ ແຕ່ວ່າມັນ ບໍ່ມີຜູ້ ໄປເຮັດເນາະ ແລະ ເຮົາປະກາດ ໃຫ້ຜູ້ມາ ສມັກ ມັນບໍ່ມີ ຜູ້ສົນໃຈ ຢາກໄປນຳ.”
ຫລາຍ ບໍຣິສັດ ຈຳເປັນ ຕ້ອງ ຈ່າຍຄ່າແຮງ ສູງ ເພື່ອຍາດ ເອົາຄົນງານ ໂດຍສະເພາະ ຄົນງານ ລາວ ທີ່ ມັກໄປ ອອກແຮງງານ ຢູ່ໄທ ເພາະຄ່າຈ້າງ ສູງກວ່າ. ຣັຖບານ ລາວ ຂຶ້ນຄ່າ ແຮງງານ ຂັ້ນຕ່ຳສຸດ ເປັນ 626,000 ກີບ ຕໍ່ຄົນ ຕໍ່ເດືອນ ນັບແຕ່ ປີ 2011. ເດືອນ ພຶສພາ ປີນີ້ ກັມມະບານ ກໍໄດ້ສເນີ ໃຫ້ ຣັຖບານ ຂຶ້ນ ຄ່າແຮງງານ ຂັ້ນຕ່ຳສຸດ ແຕ່ຈົນເຖິງ ປັດຈຸບັນ ທາງ ຣັຖບານ ກໍຍັງ ມິດງຽບ ຢູ່.
ໃນສະພາບ ຂອງ ເສຖກິດ ປັດຈຸບັນ ສຳລັບ ປະຊາຊົນ ໂດຍສະເພາະ ຜູ້ ຢູ່ໃນ ຕົວເມືອງ ເງິນ ເດືອນ ຂັ້ນຕ່ຳສຸດ ນັ້ນ ບໍ່ພໍຢູ່ ບໍ່ພໍກິນ. ຊາວລາວ ຄິດວ່າ ຣັຖບານ ຄວນຂຶ້ນຄ່າ ແຮງງານ ຂັ້ນຕ່ຳສຸດ ໃຫ້ເປັນ ຢ່າງໜ້ອຍ 1 ລ້ານ 5 ແສນ ກີບ ຕໍ່ຄົນ ຕໍ່ເດືອນ.