ທາງການລາວຈະພິຈາຣະນາ ໂທດ ທ່ານ ມົວຕົວເທີ

ທາງການ ລາວ ຈະ ສອບສວນ ສືບສວນ ແລະ ພິຈາຣະນາ ການ ໃສ່ໂທດ ທ່ານ ມົວຕົວເທີ.

ທາງການລາວຈະພິຈາຣະນາ ໂທດ ທ່ານ ມົວຕົວເທີ LPDR

ຫລັງຈາກ ເຈົ້າຫນ້າທີ່ ກວດຄົນ ເຂົ້າເມືອງ ຂອງໄທ ສົ່ງ ທ່ານ ມົວຕົວເທີ ອະດີດ ຜູ້ນຳ ຊາວມົ້ງ ທີ່ ເຄີຍ ເຄື່ອນໄຫວ ຕໍ່ຕ້ານ ຣັຖບານ ສປປລາວ ກັບໄປ ໃຫ້ ທາງການ ລາວ ເມື່ອວັນທີ 23  ມິຖຸນາ ຜ່ານມາ, ຫລ້າສຸດ ເຈົ້າຫນ້າທີ່ ລາວ ຜູ້ ບໍ່ປະສົງ ອອກຊື່ ເວົ້າວ່າ: ໃນເວລາ ນີ້ ເຈົ້າຫນ້າທີ່ ລາວ ຕ້ອງໄດ້ ສືບສວນ ສອບສວນ ວ່າ ຂໍ້ຫາ ຕ່າງໆ ທີ່ ທາງການ ລາວ ໄດ້ຕັ້ງໃສ່ ທ່ານ ມົວຕົວເທີ ໃນຫລາຍປີ ຜ່ານມາ ນັ້ນມີ ຄວາມຈິງ ຊໍ່າໃດ ແດ່ ເພື່ອຈະ ພິຈາຣະນາ ລົງໂທດ ຜູ້ກ່ຽວ.

ເຈົ້າຫນ້າທີ່ ລາວ ເວົ້າຕໍ່ວ່າ ປັດຈຸບັນ ທາງການ ລາວ ຍັງບໍ່ຮູ້ ເທື່ອວ່າ ຄວາມຜິດ ຂອງ ທ່ານ ມົວຕົວເທີ ນັ້ນ ມີຫຍັງແດ່ ເນື່ອງຈາກວ່າ ຕ້ອງໄດ້ ລໍຖ້າ ຄນະ ຮັບຜິດຊອບ ສືບສວນ ກ່ອນວ່າ ຜູ້ກ່ຽວ ໄດ້ເຮັດຜິດ ຫຍັງ ແດ່ ຄາດວ່າ ຈະໃຊ້ ເວລາ ໃນການ ສືບສວນ ຫລາຍ ພໍສົມຄວນ ເຖິງຢ່າງໃດ ກໍຕາມ ທ່ານວ່າ ການສືບສວນ ສອບສວນ ຕ່າງໆ ຈະດຳເນີນ ໄປຕາມ ຂັ້ນຕອນ ແລະ ຍຸຕິທັມ ຢ່າງ ແນ່ນອນ ຫາກ ເຫັນວ່າ ຜູ້ກ່ຽວ ມີ ຄວາມຜິດແທ້ ກໍຈະຖືກ ລົງໂທດ ຕາມ ກົດຫມາຍ.

ໃນອາທິດ ຜ່ານມາ ທ່ານ ROPERT ABBOT ເຈົ້າຫນ້າທີ່ ຈາກ ອົງການ ນິຣະໂທດກັມ ສາກົນ ກ່າວຕໍ່ ນັກຂ່າວວ່າ ເມື່ອ ນາຍ ມົວຕົວເທີ ຖືກສົ່ງກັບ ຄືນ ໄປລາວ ກໍອາດຈະ ຕົກຢູ່ໃນ ຊາຕາກັມ ແບບດຽວ ກັບ ຊາວມົ້ງ ຫລາຍພັນ ຄົນ ທີ່ ຖືກສົ່ງກັບ ຄືນໄປ ລາວ ໃນຣະຍະ ທີ່ ຜ່ານມາ ຄື ຈະມິດງຽບ ຫລື ຫາຍສາບສູນ. ທ່ານ Abbott ຄິດວ່າ ທ່ານ ມົວຕົວເທີ ຈະຖືກ ລົງໂທດ ຢ່າງຫນັກ ແລະ ໃນເວລານີ້ ອົງການ ຂອງ ທ່ານ ກໍກຳລັງ ຕິດຕາມ ຄວາມຄືບຫນ້າ ຢູ່ ຢ່າງໃກ້ຊິດ.

ທ່ານ ມົວທົວເທີ ເຄີຍເປັນ ຫົວຫນ້າ ຊາວເຜົ່າມົ້ງ ລາວ ທີ່ ຖືກ ທາງການລາວ ຕັ້ງຂໍ້ຫາວ່າ ເປັນຜູ້ນຳ ຊາວມົ້ງ ຕິດອາວຸດ ຕໍ່ຕ້ານ ຣັຖບານ ລາວ ຈົນຮອດ ປີ 2006 ຊາວມົ້ງ ກຸ່ມດັ່ງກ່າວ ສ່ວນຫລາຍ ກໍຍອມ ຈຳນົນ ຕໍ່ ທາງການລາວ ແຕ່ ທ່ານ ມົວຕົວເທີ ໂຕນຫນີ ໄປໄທ ແລະ ຖືກກັກຂັງ ຢູ່ ບາງກອກ ນັບແຕ່ ເດືອນ ສາມປີ 2013 ຈົນຖືກ ສົ່ງກັບລາວ ເມື່ອ ບໍ່ດົນ ຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org