ກຸ່ມປົກປ້ອງແຮງງານ ປະນາມ ການລົງທະບຽນ ຄົນງານຕ່າງດ້າວ ຂອງໄທ
2009.08.03
ກຸ່ມປົກປ້ອງ ສິດທິແຮງງານ ຕໍານິ ນະໂຍບາຍໃໝ່ ຂອງຣັຖບານໄທ ທີ່ລົງທະບຽນ ໃຫ້ແກ່ເດັກນ້ອຍ ຫລືວ່າ ລູກຂອງຄົນງານ ຕ່າງດ້າວ, ພ້ອມກັບເຕືອນວ່າ ການບໍ່ລົງທະບຽນ ໃຫ້ແກ່ ລູກຂອງຄົນງານນັ້ນ ຈະເຮັດໃຫ້ ນາຍຈ້າງ ໄດ້ຮັບຜົນກະທົບ ໃນທີ່ສຸດ, ອີງຕາມຣາຍງານ ຂອງໜັງສືພິມ ບາງກອກ ໂພສທ໌ ໃນມື້ວັນທີ 1 ສິງຫາ.
ທ່ານ ສົມພົງ ສຣະແກ້ວ, ເຄືອຂ່າຍ ສົງເສີມ ສິດທິແຮງງານ ທີ່ສມຸດສາຄອນ ຂອງໄທ, ປະນາມ ການປ່ຽນນະໂຍບາຍ ຂອງຣັຖບານໄທ. ເມື່ອຫລາຍປີ ຜ່ານມາ, ຣັຖບານ ໄດ້ອະນຸຍາດ ໃຫ້ຄົນງານຕ່າງດ້າວ ລົງທະບຽນ, ຮວມທັງ ລູກໆ ຂອງຂະເຈົ້າ ດັ່ງນັ້ນ ພວກຂະເຈົ້າ ຈຶ່ງໄດ້ຢູ່ຮ່ວມກັນ ທັງພໍ່ແມ່ ແລະ ລູກ.
ແຕ່ວ່າ ໃນປີນີ້, ຣັຖບານໄທ ໄດ້ຕັດສິນໃຈ ບໍ່ໃຫ້ລູກ ຂອງຂະເຈົ້າ ລົງທະບຽນນໍາ. ການທີ່ບໍ່ໃຫ້ລູກ ຂອງແຮງງານຕ່າງດ້າວ ລົງທະບຽນນໍານັ້ນ, ເນື່ອງຈາກວ່າ ຣັຖບານ ຢາກຈະເຮັດໃຫ້ ພາບພົດ ຂອງປະເທດໄທ ເປັນປະເທດ ທີ່ບໍ່ມີການໃຊ້ແຮງງານເດັກນ້ອຍ, ແຕ່ວ່າ ທ່ານ ສົມພົງ ຍໍ້າວ່າ ຈະມີໃຜ ເຊື່ອວ່າ ຈະບໍ່ມີການໃຊ້ແຮງງານເດັກ ໃນປະເທດໄທ.
ພ້ອມດຽວກັນນັ້ນ, ທ່ານ ຍັງເຕືອນຕື່ມວ່າ ນະໂຍບາຍ ດັ່ງກ່າວນັ້ນ ຈະສົ່ງຜົນກະທົບ ຕໍ່ຣັຖບານໄທເອງ. ເພາະວ່າ ແຮງງານຕ່າງດ້າວ ແລະ ລູກຂອງຂະເຈົ້າ ຈະໜີໄປບ່ອນອື່ນ ຖ້າຫາກວ່າ ພວກຂະເຈົ້າ ບໍ່ມີທາງເລືອກ. ຖ້າຫາກວ່າ ເຫດການດັ່ງກ່າວ ເກີດຂຶ້ນ, ຈະແມ່ນ ນາຍຈ້າງເອງ ຈະເປັນຜູ້ທີ່ ຂາດຄົນງານເຮັດວຽກ.
ພາຍຫລັງ ທີ່ໄດ້ໃຫ້ສັຕຍາບັນ ວ່າດ້ວຍ ການຕໍ່ຕ້ານແຮງງານເດັກນ້ອຍ ກັບ ອົງການແຮງງານສາກົນ, ຣັຖບານໄທ ເຣີ່ມປ່ຽນນະໂຍບາຍ ການລົງທະບຽນ ແຮງງານຕ່າງດ້າວ ຂອງຕົນ. ແລະ ລູກຂອງຄົນງານ ກໍຖືກສົ່ງກັບ ປະເທດ ຂອງຂະເຈົ້າ.
ເມື່ອປີ 2004, ໄທ ໄດ້ລົງທະບຽນ ເດັກນ້ອຍ 93 ພັນກ່ວາຄົນ ທີ່ຕິດຕາມ ພໍ່ແມ່ນ ຂອງຂະເຈົ້າ ໄປເຮັດວຽກ ໃນປະເທດໄທ, ຊຶ່ງສ່ວນຫລາຍ ອາຍຸ ຕໍ່າກ່ວາ 11 ປີ.