ບັນຫາ ຄົນໄຮ້ສັນຊາດ ຕາມເຂດຊາຍແດນ ລາວ-ໄທ

ທາງການໄທ ຍັງສືບຕໍ່ ຕິດຕາມແກ້ໄຂ ບັນຫາ ຄົນໄຮ້ສັນຊາດ ຕາມເຂດຊາຍແດນ ລາວ-ໄທ ເພື່ອເຮັດໃຫ້ ພວກຈະເຈົ້າ ມີສິດທິ ຄືກັນກັບພົນລະເມືອງໄທ
ໂພໃຊສະວັດ
2009.01.14

ໃນເວລາທີ່ຜ່ານມາ ບັນຫາຄົນໄຮ້ ສັນຊາດ ຕາມເຂດຊາຍແດນ ລາວ-ໄທ ຊຶ່ງສ່ວນຫລາຍ ພວກຂະເຈົ້າຢາກເປັນ ຄົນໄທຢ່າງຖືກ ຕ້ອງຕາມກົດໝາຍ ຍັງເປັນສິ່ງສໍາຄັນ ທີ່ໜ່ວຍງານຂອງໄທ ຈະ ພະຍາຍາມ ຕິດຕາມແກ້ໄຂ ເພື່ອໃຫ້ພວກຂະເຈົ້າ ມີສິດຄືກັນກັບ ພົນລະເມືອງໄທ ທົ່ວໆໄປ ດັ່ງທ່ານ ທະນະຍົດ ພົມດ້າວ ຜູ້ປະສານງານ ມູນລະນິດທິໄທ ຊຶ່ງເປັນອົງກອນນຶ່ງທີ່ເຂົ້າໄປ ເບິ່ງແຍງ ຊີວິດ ຄວາມເປັນຢູ່ ຂອງພວກ ຂະເຈົ້າວ່າ:ກໍຍັງມີຫລາຍພັນຄົນ ທີ່ຕ້ອງພິສູດໃຫ້ໄດ້ວ່າ ເກີດຢູ່ເມືອງໄທ ພໍ່ເປັນຄົນໄທ ຊຶ່ງເຣື້ອງນີ້ ຜູ້ນໍາຊຸມຊົນ ທ້ອງຖິ່ນ ແລະ ອົງການພັດທະນາເອກກະຊົນຕ່າງໆ ພະຍາຍາມຊ່ອຍ ສນັບສນູນ ໂດຍສະເພາະ ໃນກຸ່ມ ເດັກນ້ອຍ ໄຮ້ສັນຊາດ ໃຫ້ສາມາດ ເປັນຄົນໄທ ຢ່າງຖືກຕ້ອງ ເພື່ອ ຈະໄດ້ເຂົ້າເຖິງ ລະບົບ ສາທາຣະນະສຸຂ ແລະ ການ ສຶກສາ ທ່ານ ທະນະຍົດ ເວົ້າຕື່ມວ່າ ກຸ່ມຄົນ ໄຮ້ສັນຊາດ ຕາມເຂດຊາຍແດນ ລາວ-ໄທ ສ່ວນໃຫຍ່ຈະເກີດ ຊຸ່ມປີ 1975 ຊຶ່ງລາວປ່ຽນແປງ ລະບອບການປົກຄອງ ເປັນປະເທດ ຄອມມິວນິສ ເຮັດໃຫ້ ຄົນລາວສ່ວນນຶ່ງ ຍ້າຍຂ້າມມາຢູ່ຝັ່ງໄທ ໂດຍຖືບັດປະຈໍາໂຕຊົ່ວຄາວ ທີ່ທາງການໄທ ໄດ້ອອກໃຫ້. ແລະຫລັງຈາກເວລາ ຜ່ານໄປຫລາຍສິບປີ ຄົນກຸ່ມດັ່ງກ່າວກໍມີ ລູກຫລານເກີດຂື້ນມາ ນັບມື້ຈຶ່ງຢາກເປັນ ຄົນໄທໃຫ້ຖືກຕ້ອງຕາມ ກົດໝາຍເພື່ອຈະໄດ້ມີ ສິດທິຕ່າງໆເຊັ່ນ ການສຶກສາ ສາທາຣະນະສຸຂ ແລະ ສິດທິໃນຊັບສິນຕ່າງໆ.ເຖິງຢ່າງໃດກໍຕາມ ກົມການປົກຄອງ ຂອງໄທກໍກໍາລັງພິສູດແລະ ມອບສັນຊາດໄທ ໃຫ້ຄົນກຸ່ມນຶ່ງທີ່ມີ ເງື່ອນໄຂແຕ່ກໍຕ້ອງ ໃຊ້ເວລາໃນການ ປະຕິບັດການ. ປັດຈຸບັນນີ້ມີ ຄົນລາວໄຮ້ສັນຊາດ ແລະຊຸມຊົນກຸ່ມນ້ອຍ ອື່ນໆຕາມເຂດຊາຍແດນ ທັງໝົດ18ກຸ່ມ ຮວມກັນປະມານ 500,000 ຄົນ ທີ່ກໍາລັງລໍຖ້າ ການຮັບສັນຊາດໄທ. ການ ພິສູດກໍແມ່ນການ ບໍ່ເປັນພິດພັຍຕໍ່ ຄວາມໝັ້ນຄົງ ມີເຊື້ອສາຍເປັນຄົນໄທ ແລະ ຢູ່ເມືອງໄທບໍ່ຕໍ່າກວ່າ 10 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.