ໜຸ່ມລາວ ນອກ ກົດໝາຍ ເຂົ້າເມືອງ ລຳບາກ ໃນ ປະເທດໄທ

ວັຍໜຸ່ມລາວ ທີ່ລັກລອບ ເຂົ້າໄປໃນປະເທດໄທ ແບບຜິດກົດໝາຍ ປະເຊີນກັບ ຊີວິດ ທີ່ທຸກຍາກລໍາບາກ
ຈະເຣີນສຸກ ຣາຍງານ
2008.05.30

ໜຸ່ມນ້ອຍລາວ ຜູ້ນຶ່ງ ທີ່ເຂົ້າໄປໃນປະເທດໄທ ແບບຜິດກົດໝາຍ ສ້າງຄວາມປລາດໃຈ ໃຫ້ແກ່ ຕໍ່າຣວດໄທ ໃນເວລາ ທີ່ລາວ ຂໍຮ້ອງໃຫ້ຕໍາຣວດ ຈັບລາວ, ລາວ ຈຶ່ງຈະໄດ້ກັບຄືນບ້ານ, ອີງຕາມຣາຍງານ ຂອງ ໜັງສືພິມ ບາງກອກ ໂພສທ໌.

ທ້າວ ແຫລ້ ອາຍຸ 15 ປີ, ຈາກແຂວງຈໍາປາສັກ, ລັກໜີອອກຈາກບ້ານ ເຂົ້າໄປຍັງປະເທດໄທ ໂດຍຜ່ານຊາຍແດນ ຈໍາປາສັກ-ອຸບົນ, ເພື່ອໄປເຮັດວຽກ. ລາວ ໄດ້ເຂົ້າມອບໂຕ ກັບເຈົ້າໜ້າທີ່ 5 ມື້ຜ່ານມາ ແລະ ເວົ້າວ່າ ລາວ ຖືກບັງຄັບ ໃຫ້ເຮັດວຽກ ຢ່າງໜັກໜ່ວງ ເພື່ອແລກກັບ ຄ່າເງິນເດືອນ ໜ້ອຍທີ່ສຸດ.

ລາວ ຍ່າງເຂົ້າໄປ ໃນສະຖານີ ຕໍາຣວດ, ຊຶ່ງ ສ້າງຄວາມປະລາດໃຈ ໃຫ້ກັບຕໍາຣວດຫລາຍ ໃນເວລາ ທີ່ລາວ ເວົ້າວ່າ “ກະຣຸນາ ຈັບຂ້ອຍ”, ຂ້ອຍ ຢາກກັບບ້ານ.

ທ້າວ ແຫລ້ ກ່າວວ່າ ເວລາທີ່ ໝູ່ເພື່ອນ ຂອງລາວ ກັບບ້ານ, ຂະເຈົ້າ ເອົາເງິນເມືອ ຢ່າງຫລວງຫລາຍ, ແລະ ລາວ ຕ້ອງການ ຢາກຈະເຮັດ ແບບດຽວກັນ. ແຕ່ວ່າ ປັດຈຸບັນ ລາວ ປ່ຽນໃຈເສັຍແລ້ວ. ລາວ ບອກວ່າ ລາວ ມີຊີວິດ ທີ່ດີກ່ວາ ຢູ່ກັບຄອບຄົວ. ລາວ ບໍ່ຕ້ອງການເງິນ ອີກຕໍ່ໄປ.

ລາວ ຄຶດຮອດ ແມ່ຂອງລາວ. ລາວ ບໍ່ຢາກເຮັດວຽກ ກໍ່ສ້າງ ທີ່ໜັກອີກຕໍ່ໄປ, ລາວ ຢາກກັບໄປ ເຮັດນາ ຄືແຕ່ກ່ອນ.

ບອກວ່າ ພວກນາຍໜ້າ ຕິດຕໍ່ລາວ ເມື່ອ 2 ເດືອນຜ່ານມາ ແລະ ຖາມລາວ ຖ້າຫາກວ່າ ລາວ ຢາກໄປເຮັດວຽກ ໃນປະເທດໄທ. ລາວ ໄດ້ຈ່າຍຄ່າ ນາຍໜ້າ 4,500 ບາດ. ໃນເວລາ ທີ່ລາວ ໄປຮອດດິນໄທ ລາວ ຖືກນໍາສົ່ງ ໄປຍັງ ແຂວງຊົນບູຣີ.

ລາວ ໄດ້ຮັບຄ່າຈ້າງ ມື້ລະ 100 ກ່ວາບາດເສດໆ ແລະ ເຮັດວຽກ ຢູ່ໃນຟາມ ໄດ້ 28 ມື້, ແລ້ວ ລັກໜີ. ຈາກນັ້ນ ໝູ່ຄົນໄທ ຊວນໃຫ້ລາວ ໄປເຮັດວຽກ ກໍ່ສ້າງ ທີ່ພັທຍາ, ແຕ່ວ່າ ວຽກງານ ດັ່ງກ່າວ ຍິ່ງໜັກໄປກ່ວາເກົ່າ. ລາວ ເຮັດວຽກ ຢູ່ທີ່ນັ້ນ ບໍ່ເຖິງເດືອນ ແລະ ກໍເດີນໄປບາງກອກ.

ຄຳສັບ ຊອກຫາຂໍ້ມູນ: ກັມມະກອນ laborer

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.