ທາງການລາວ ປາບປາມ ແຮງງານຕ່າງດ້າວ
2009.02.02
ເຈົ້າຫນ້າທີ່ ຣະດັບສູງ ຈາກກະຊວງ ແຮງງານ ແລະສັວດດີ ການສັງຄົມ ສປປລາວ ໃຫ້ການວ່າ ທາງການລາວ ຈະໄຊ້ວິທີ ອອ່ນໂຍນ ໃນການ ພັກດັນແຮງງານ ຕ່າງດ້າວ ໃນລາວ ໃຫ້ອອກ ຈາກປະເທດ ເພືອ່ສງວນ ວຽກງານໃຫ້ແກ່ ກັມມະກອນລາວ ຜູ້ທີ່ວ້າງງານ. ທ່ານ ທອງແດງ ສີງທິຣາດ ຮອງ ອະທິບໍດີ ກົມແຮງງານ ດ້ານຝືກອາຊີບ ແລະການຫາງານ ໃຫ້ການວ່າ ຣັຖບານ ໄດ້ມອບຫນ້າທີ່ ຄວາມຮັບຜິດຊອບ ແຮງງານຕ່າງດ້າວ ໃນລາວ ໃຫ້ແກ່ ກະຊວງແຮງງານ ກະຊວງການ ຕ່າງ ປະເທດ ແລະກະຊວງ ພາຍໃນ ໃນການພັກດັນ ໃຫ້ພວກຂະເຈົ້າ ກັບຄືນບ້ານເດີມ ດັ່ງເຈົ້າ ຫນ້າທີ່ແຮງງານ ຕ່າງດ້າວອີກທ່ານ ນື່ງເວົ້າວ່າ--
ເພີ່ນແຕ່ງຕັ້ງ ຄນະກັມມະການແລ້ວ ເພືອ່ເບີ່ງ ລາຍລະອຽດ ວ່າຈະເຮັດ ແນວໃດ ກຳລງັຫາ ຂໍ້ມູນວ່າ ຂະເຈົ້າເຂົ້າມາ ໄດ້ແນວໃດ.ທ່ານວ່າ 3 ກະຊວງທີ່ ໄດ້ຮັບມອບ ຫມາຍ ໄດ້ຕົກລົງກັນ ຈະໃຊ້ວິທີ ອອ່ນໂຍນ ໃນການ ພັກດັນແຮງງານ ຕ່າງດ້າວ ດ້ວຍການຊັກຊວນ ໃຫ້ພວກຂະເຈົ້າ ກັບຄືນບ້ານເກີດ ເມືອງນອນ ແທນທີ່ຈະບີບ ບັງຄັບ ຂະເຈົ້າໂລດ, ສຳລັບແຮງງານ ຜູ້ທີ່ຕ້ອງການ ຄວາມຊ່ອຍເຫລືອ ໃນການ ເດີນທາງກັບບ້ານນັ້ນ ທາງການລາວ ກໍ່ຈະຈັດ ບໍຣີການ ຣົຖເມຂົນສົ່ງ ໄປສູ່ຊາຍ ເຂດແດນ ປະເທດຂະເຈົ້າໃຫ້. ທ່ານກ່າວ ເພີ້ມອີກວ່າ---ຂະເຈົ້າ ເຂົ້າມາຫາ ຄ້າຫາຂາຍ ຄັນເຂົ້າມາ ບໍ່ຖືກຕອ້ງ ກໍ່ຢາກໃຫ້ຖືກຕ້ອງ ກໍ່ທັງຫມົດ ນັ້ນແລ້ວ ມີວຽດນາມ ຈີນແລະໄທ.
ເປັນທີ່ຄາດກັນວ່າ ມີແຮງງງານ ຕ່າງດ້າວ ຫລາຍສິບພັນຄົນ ທີ່ມາເຮັດວຽກ ໃນລາວ ໃນເວລານີ້ ສ່ວນໃຫຍ່ ຈະມາຈາກ ວຽດນາມແລະຈີນ ມາຮັບເຫມົາ ກໍ່ສ້າງແລະ ທຳການຄ້າຂາຍ ໃນລາວ ແຕ່ທາງການລາວ ຈະອະນຸຍາດ ໃຫ້ຢູ່ໄດ້ ພຽງແຕ່ 5 ພັນຄົນ ຜູ້ທີ່ມີ ຄວາມຊຳນານ ແລະມີຫນັງສືຖືກ ຕ້ອງຕາມກົດຫມາຍ ເທົ່ານັ້ນ ເພາະ ຈະມີແຮງງານ ລາວ ກວ່າ 14 ພັນຄົນ ຜູ້ທີ່ຕົກ ງານຈາກ ປະເທດ ເພື່ອນບ້ານ ຍ້ອນເສຖາກິດ ທົດຖອຍ ຈະກັບບ້ານ ໃນປີນີ້ ຕ້ອງການວຽກ ເຮັດງານທຳ.