ແຮງງານ ຕ່າງດ້າວ ລັກລອບເຂົ້າໄປ ອາໃສຢູ່ລາວ

ແຮງງານ ຕ່າງດ້າວ ທີ່ລັກລອບເຂົ້າໄປ ອາໃສຢູ່ລາວ ເພື່ອປະກອບອາຊີບ ຕ່າງໆນັ້ນ ມີຈໍານວນບໍ່ໜ້ອຍ ໃນປັຈຸບັນ.
ມະນີຈັນ
2009.02.04

ແຮງງານ ຕ່າງດ້າວ ທີ່ລັກລອບ ເຂົ້າໄປ ອາໃສຢູ່ລາວ ເພື່ອປະກອບ ອາຊີບ ຕ່າງໆນັ້ນ ມີຈໍານວນ ບໍ່ໜ້ອຍ ໃນປັຈຸບັນ. ແຕ່ປາກົດວ່າ ທາງການລາວ ຍັງບໍ່ມີ ການຮວບ ຮວມຂໍ້ມູນ ກ່ຽວກັບ ຄົນງານ ຜິດກົດໝາຍ ດັ່ງກ່າວ ນີ້ເທື່ອ.

ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຄຸ້ມຄອງ ແຮງງານ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ໃນນະຄອນ ຫລວງວຽງຈັນ ທ່ານກ່າວວ່າ: ມັນກໍມີ ທັງໄທ ທັງຈີນ ທັງ ວຽດນາມ ທີ່ເຂົ້າມາ ແບບບໍ່ ຖືກຕ້ອງ ຕາມກົດໝາຍ ບໍ່ມີການ ສໍາຣວດ ເທື່ອ ເຂົາເຈົ້າ ເຂົ້າມາ ແບບຫາຄ້າ ຫາຂາຍ ບໍ່ໄດ້ ທໍາງານ ແບບອຶ່ນດອກ ລູກຈ້າງ ບໍ່ມີດອກ ສ່ວນຫລາຍ ຂະເຈົ້າ ເຂົ້າມາແລ້ວ ກໍຫາ ຂາຍເຄື່ອງ ຂາຍຂອງໄປ.

ຄົນງານ ທີ່ເຂົ້າມາ ລາວ ແບບຜິດກົດໝາຍ ເພື່ອທໍາການຄ້າ ການຂາຍນັ້ນ ຄາດວ່າມີ ຢູ່ທົ່ວ ປະເທດລາວ  ໂດຍທີ່ບໍ່ຮູ້ ແນ່ນອນວ່າ ມີຢູ່ແຂວງໃດ ຫລາຍກວ່າໝູ່ ແລະ ເຂົ້າມາລາວ ໄດ້ແນວໃດ. ທັງນີ້ ກໍເປັນເພາະ ບໍ່ທັນມີການ ຮວບຮວມ ຂໍ້ມູນ ຈາກພາກສ່ວນ ກ່ຽວຂ້ອງເທື່ອ.

ທ່ານກ່າວຕໍ່ໄປວ່າ: ເພິ່ນຍັງ ບໍ່ທັນໄດ້ທໍາ ເພາະວ່າ ເພິ່ນແຕ່ງຕັ້ງ ຄະນະ ກັມມະການ ແລ້ວຕົວນີ້ ແຕ່ງຕັ້ງຄະນະ ກັມມະການ ກໍເບີ່ງຄືວ່າ ສິເຮັດ ແນວໃດ ແຕ່ວ່າ ເອກ ກະສານ ຣາຍລະອຽດ ຍັງບໍ່ທັນ ໄດ້ວາງເທື່ອ ກໍຍັງບໍ່ທັນ ມີແຜນລະອຽດ ເທື່ອຕົວນີ້ ກໍລໍເບີ່ງ.

ຕາມຄໍາເວົ້າ ຂອງເຈົ້າ ໜ້າທີ່ລາວ ປາກົດວ່າ ທາງໜ່ວຍງານທີ່ ກ່ຽວຂ້ອງ ຢູ່ຣະຫວ່າງ ການກະກຽມ ແຜນການສືບຄົ້ນ ເພື່ອຮວມຮວມ ຂໍ້ມູນກ່ຽວກັບ ແຮງງານຕ່າງ ດ້າວ ໃນລາວ ກ່ອນໜ້າ ຈະລົງ ຮວບຮວມ ຂໍ້ມູນ ໃນພາກຕົວຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.