ບັນຫາແຮງງານໃນລາວ ຕ້ອງແກ້ໄຂ

ສະພາແຫ່ງຊາຕ ສເນີໃຫ້ ຣັຖບາລ ສປປລາວ ແກ້ໄຂບັນຫາ ແຮງງານ ພາຍໃນປະເທສ ຢ່າງຮີບດ່ວນ.
ຫວາດ ສີມູນ
2010.07.05

ສະພາແຫ່ງຊາຕໄດ້ເສນີໃຫ້ ຣັຖບາລ ສປປລາວ ປັບປຸງແລະແກ້ໄຂ ບັນຫາແຮງງານ ທີ່ພວມເກີດຂຶ້ນ ໃນປັຈຈຸບັນນີ້ ໂດຽໃຫ້ມີກາຣ ເຣັ່ງທາງດ້ານພັທນາ ຝີມືແຮງງານ ຊາວລາວ ໃຫ້ສາມາດ ປະຕິບັຕ ຕາມວຽກງານຕ່າງໆ ທີ່ກຳລັງມີ ກາຣຂຍາຍຢ່າງ ຫລວງຫລາຍ ເພື່ອທົດແທນແຮງງານ ຈາກຕ່າງປະເທສ ດັ່ງເຈົ້າໜ້າທີ່ ກອງເລຂາກາຣ ປະຊຸມສະພາ ແຫ່ງຊາຕ ທ່ານໜຶ່ງໄດ້ກ່າວວ່າ:

“ອອກມາຕຣາກາຣ ຄຸ້ມຄອງຄົນ ແລະແຮງງານຕ່າງ ປະເທສ ທີ່ເຂົ້າມາ ທຳມາຫາກິນຢູ່ ສປປລາວ ຢ່າງເຂັ້ມງວດ ພ້ອມກັນນັ້ນ ກໍເອົາໃຈໃສ່ ພັທນາ ສົ່ງເສີມຝີມື ແຮງງານພາຍໃນ ແລະຈັດຫາ ວຽກເຮັດງານທຳ ໃຫ້ຄົນລາວຫລາຍຂຶ້ນ”.

ພ້ອມດຽວກັນນີ້ ທ່ານກໍວ່າ ເຖິງແມ່ນທຶນ ຈາກຕ່າງປະເທສ ຈະເຮັດໃຫ້ເສຖກິຈ ຂຍາຍໂຕ ແລະນຳຣາຍຮັບເຂົ້າ ສູ່ປະເທສຢ່າງ ຕໍ່ເນື່ອງ ແຕ່ໂຄງກາຣພັທນາ ຈຳນວນໜຶ່ງ ກໍຕ້ອງໄດ້ອາສັຍ ແຮງງານ ຕ່າງຊາຕ ໂດຽບັນດາ ເອກກະຊົນເຫລົ່ານັ້ນ ອ້າງວ່າ ແຮງງານພາຍໃນ ຂອງລາວ ບໍ່ມີຝີມື ເທຄນິຄວິຊາກາຣ ຈຶ່ງຈຳເປັນຕ້ອງໄດ້ ນຳພາແຮງງານ ຈາກຕ່າງປະເທສ ມາທົດແທນ.

ກ່ຽວກັບບັນຫາ ດັ່ງກ່າວນີ້ ເຮັດໃຫ້ທາງ ຣັຖບາລາວຕ້ອງໄດ້ ອອກນະໂຍບາຍ ແລະກົດຣະບຽບເພື່ອ ເບິ່ງແຍງຢ່າງ ເອົາຈິງເອົາຈັງ ເພື່ອຄວບຄຸມ ປະຣິມານ ບໍ່ໃຫ້ມີແຮງງານ ຕ່າງຊາຕເກີນ ຄວາມຕ້ອງ ກາຣ ອັນທີ່ເກີດມີ ບັນຫາກາຣຍາດແຍ່ງ ວຽກກາຣງານໄປ ຈາກປະຊາຊົນລາວ ພ້ອມດຽວກັນນັ້ນ ກໍຕ້ອງໃຫ້ມີ ກາຣພັທນາ ຝືມືແຮງງານ ໃຫ້ແກ່ ປະຊາຊົນລາວ ຢ່າງຮີບດ່ວນ.

ຢ່າງໃດກໍຕາມ ນອກຈາກບັນຫາ ໃນເບື້ອງຕົ້ນ ດັ່ງກ່າວນີ້ແລ້ວ ສປປລາວ ຍັງປະສົບກັບ ບັນຫາແຮງງານ ຊາວລາວເອງ ທີ່ຫລັງໄຫລ ອອກນອກປະເທສ ຊຶ່ງສ່ວນຫລາຍ ກໍແມ່ນໄປຫາ ປະກອບວຽກງານ ຕາມປະເທສໃກ້ຄຽງ ແບບທີ່ບໍ່ຖືກຕ້ອງ ແລະບາງຄັ້ງ ກໍຕົກເປັນເຫຍື່ອ ຂອງຂະບວນກາຣ ຄ້າມະນຸສ ທີ່ທາງກາຣ ສປປລາວ ຄວນຈະຕິດຕາມ ແກ້ໄຂບັນຫາ ດັ່ງກ່າວນີ້ ຢ່າງໃກ້ຊິດ ເຊັ່ນດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jul 24, 2011 12:32 AM

lao GV should look after lao emplyees or workers thoughtly,not only get the tax from them

Anonymous
Aug 03, 2010 04:24 PM

ມັນບໍ່ແມ່ນວ່າ ແຮງງານລາວເຮົາບໍ່ມີ ມີຫຼາຍແຕ່ຄ່າແຮງຕໍ່າ ແລະທັງຂັ້ນເທິງຍັງບໍ່ກວດກາແຮງ ງານຕ່າງດ້າວນັ້ນວ່າມີຄວາມສາມາດເທົ່າທຽມກັນບໍ່
ຊໍ້າບໍ່ພໍ ຄົນຂັບລົດກໍ່ນໍາເຂົ້າຈາກຕ່າງປະເທດ ຊ່າງສ້ອມແປງກໍ່ນໍາເຂົ້າຈາກ ຕ່າງປະເທດ ຊ່າງໄມກໍ່ນໍາເຂົ້າຈາກຕ່າງປະເທດ ແລະໜ້າວຽກອື່ນໆ ຄົນລາວເຮົາກໍ່ລ້ວນແຕ່ເຮັດໃດ້