ເຂັ້ມງວດ ຕໍ່ ແຮງງານ ຜິດກົດໝາຍ

ນະຄອນຫລວງ ວຽງຈັນ ວາງ ມາຕການ ແກ້ໄຂ ແຮງງານ ຕ່າງປະເທດ ທີ່ ເຂົ້າມາ ອາໄສຢູ່ ໃນ ນະຄອນຫລວງ ໂດຍ ຜິດກົດໝາຍ.
ມະນີຈັນ ຣາຍງານ
2008.06.04

ໃນ ຂະນະ ທີ່ ແຮງງານ ຊາວ ລາວ ຈໍານວນ ຫລວງຫລາຍ ພາກັນ ລັກລອບ ເຂົ້າໄປ ໃນ ປະເທດ ໄທ ຊອກຫາ ວຽກເຮັດ ງານທໍາ; ແຕ່ ໃນ ນະຄອນຫລວງ ວຽງຈັນ ຊໍ້າພັດ ປະເຊີນ ກັບ ບັນຫາ ແຮງງານ ຕ່າງປະເທດ ທັງທີ່ ຖືກ ກົດໝາຍ ແລະ ບໍ່ຖືກ ກົດໝາຍ, ໂດຍສະເພາະ, ແຮງງານ ຕ່າງດ້າວ ຊາວຈີນ ແລະ ຊາວວຽດນາມ, ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ຜູ້ ບໍ່ປະສົງ ອອກຊື່ ທ່ານ ນຶ່ງ ໃນ ວັນທີ 3 ມິຖຸນາ ນີ້.

ທາງ ຜແນກ ແຮງງານ ແລະ ສະວັດດີການ ສັງຄົມ ນະຄອນຫລວງ ວຽງຈັນ ພ້ອມດ້ວຍ ຫລາຍ ໜ່ວຍງານ ກ່ຽວຂ້ອງ ໄດ້ ລົງ ກວດກາ ແຮງງານ ຢູ່ ຕາມ ຫົວໜ່ວຍ ການຜລິດ  ທຸຣະກິດ ຕ່າງໆ ໃນ ເຂດ ພື້ນທີ່ 9 ຕົວເມືອງ ໃນ ນະຄອນຫລວງ ເມື່ອ ໄວໆ ມານີ້ ແລະໄດ້ ກວດພົບ ແຮງງານ ຕ່າງປະເທດ ທັງໝົດ 1,594 ຄົນ,  ເປັນ ຍິງ 277 ຄົນ, ຊາຍ 1,317 ຄົນ. ໃນ ຈໍານວນ ດັ່ງກ່າວ, ມີ ແຮງງານ ເຂົ້າມາ ແບບ ຜິດກົດໝາຍ 460 ຄົນ ໃນ ເຂດ ເມືອງ ນາຊາຍທອງ, ເມືອງ ໄຊທານີ, ສີສັດຕະນາກ, ປາກງື່ມ, ຈັນທະບູລີ ແລະເມືອງ ສັງທອງ.

ດ້ວຍເຫດ ນັ້ນ, ຈຶ່ງ ໄດ້ ຈັດ ກອງປະຊຸມ ໂດຍ ມີ ພາກສ່ວນ ຕ່າງໆ ຈາກ ທ້ອງຖິ່ນ ແລະສູນກາງ ເຂົ້າຮ່ວມ ນໍາ, ໂດຍ ມີ ການເຜີຍແຜ່ ນິຕິກໍາ ທີ່ ພົ່ວພັນ ເຖິງ ການຄຸ້ມຄອງ ກວດກາ ແຮງງານ ຕ່າງປະເທດ, ເປັນຕົ້ນ ແມ່ນ ຂໍ້ຕົກລົງ ວ່າດ້ວຍ ການ ອະນຸຍາດ ນໍາເຂົ້າ ແຮງງານ ຕ່າງປະເທດ.

ພ້ອມດຽວກັນ ກໍ ຍັງມີ ການແນະນໍາ ໃຫ້ ແຕ່ ລະ ເມືອງ ສືບຕໍ່ ກວດກາ ແຮງງານ ເພື່ອຊຸກຍູ້ ຫົວໜ່ວຍ ທຸຣະກິດ ທີ່ ໃຊ້ ແຮງງານ ຕ່າງປະເທດ ນັ້ນ ໄປ ຂຶ້ນທະບຽນ ແລະຂໍ ອະນຸຍາດ ຊົ່ວຄາວ ຕາມ ຣະບຽບ ກົດໝາຍ.

ຄຳສັບ ຊອກຫາຂໍ້ມູນ: ກັມມະກອນ laborer

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.