ຕໍາຣວດ ໄທ ບຸກເຂົ້າ ຊ່ອຍເຫລືອ ຍິງສາວ ລາວ 4 ຄົນ

ຕໍາຣວດ ໄທ ບຸກເຂົ້າໄປ ຕຶກຫ້ອງແຖວ ແຫ່ງນຶ່ງ ທີ່ບາງກອກ ເພື່ອຊ່ອຍເຫລືອ ຍິງສາວ ຊາວລາວ 4 ຄົນ ອອກຈາກ ນາຍຈ້າງ ທີ່ກັກຂັງ ໜ່ວງໜ່ວຍ ແລະ ບັງຄັບ ເຮັດວຽກ 12 ຊົ່ວໂມງ ຕໍ່ມື້
ຈະເຣີນສຸກ
2009.03.03

ເມື່ອວັນທີ 24 ກຸມພາ ຜ່ານມາ ຕໍາຣວດ ໄທ ໄດ້ບຸກເຂົ້າ ຊ່ອຍເຫລືອ ເດັກຍິງ ຊາວລາວ 4 ຄົນ ທີ່ຖືກກັກຂັງ ໜ່ວງໜ່ຽວ ໃຊ້ແຮງງານເດັກຜິດກົດໝາຍ ແລະ ບັງຄົບໃຫ້ເຮັດວຽກ 12 ຊົ່ວໂມງ ຕໍ່ມື້, ອີງຕາມຣາຍງານຂ່າວ ຈາກທ້ອງຖິ່ນ.

ເຈົ້າໜ້າທີ່ ກ່າວວ່າ: ພາຍຫລັງ ທີ່ໄດ້ບຸກເຂົ້າໄປ ກໍພົບເຫັນ ເດັກຍິງ 4 ຄົນ ກໍາລັງ ນັ່ງເຮັດວຽກ ຮ້ອຍສາຍຄໍາ ຢູ່, ໄດ້ແກ່ ນາງ ບົວ, ອາຍຸ 13 ປີ, ນາງ ຫາ ອາຍຸ 14 ປີ, ນາງ ໝອນ ອາຍຸ 18 ປີ ແລ ະນາງ ບວນ ອາຍຸ 22 ປີ, ຊຶ່ງທັງໝົດ ເປັນຊາວລາວ ມາຈາກແຂວງສວັນນະເຂດ. ດັ່ງນັ້ນ ເຈົ້າໜ້າທີ່ ຈຶ່ງໄດ້ຊ່ອຍເຫລືອ ແລະ ນໍາໂຕ ໄປສອບປາກຄໍາ.

ຈາກນັ້ນ ເຈົ້າໜ້າທີ່ ໄດ້ຈັບ ເຈົ້າຂອງບ້ານ, ຊື່ວ່າ ນາງ ສິຣິປັນຍາ ກິສນະໂສພາ, ອາຍຸ 53 ປີ, ດ້ວຍຂໍ້ຫາ ໜ່ວງໜ່ຽວ ຮັບບຸກຄົນຕ່າງດ້າວ ເຂົ້າເຮັດວຽກ ໂດຍບໍ່ໄດ້ຮັບອະນຸຍາດ  ໃຫ້ທີ່ພັກອາສັຍ ແກ່ບຸກຄົນ ຕ່າງດ້າວ ແລະ ຮັບເດັກນ້ອຍ ອາຍຸ ຕໍ່າກ່ວາ 18 ປີ ເຂົ້າເຮັດວຽກ ໂດຍບໍ່ໄດ້ແຈ້ງ ຕໍ່ເຈົ້າໜ້າທີ່ ລົງທະບຽນ.

ກ່ອນໜ້ານີ້, ນາງ ອະພິນຍາ ອາຍຸ 17 ປີ, ຊາວລາວ ເຂົ້າແຈ້ງ ເຈົ້າໜ້າທີ່ ສອບສວນ ວ່າ ນາງ ບົວ ຜູ້ເປັນນ້ອງສາວ, ຖືກກັກຂັງ ແລະ ບັງຄັບ ໃຫ້ເຮັດວຽກ ຮ້ອຍສາຍສ້ອຍຄໍາ ໃນຫ້ອງແຖວ ດັ່ງກ່າວ  ໂດຍບໍ່ໄດ້ອອກ ໄປຂ້າງນອກ ເປັນເວລາ 3 ປີ, ດັ່ງນັ້ນ, ທາງເຈົ້າໜ້າທີ່ ຈຶ່ງງຂໍໝາຍສານ  ແລະ ເຂົ້າກວດຄົ້ນ ເພື່ອຊ່ອຍເຫລືອ ເດັກເຫລົ່ານັ້ນ ອອກມາ.

ນາງບົວ ກ່າວວ່າ ເມື່ອປີ 2006, ຕົນໄດ້ຈ່າຍເງິນ ໃຫ້ນາຍໜ້າ ຄົນລາວ ຈໍານວນ 4,000 ບາດ ເພື່ອມາຊອກວຽກເຮັດ ໃນເມືອງໄທ. ຈາກນັ້ນ ຖືກນໍາສົ່ງ ເຮັດວຽກ ທີ່ໂຮງງານ ດັ່ງກ່າວ. ທໍາອິດ ຖືກທຸບຕີ ແລະ ໄດ້ຄ່າແຮງງານ ເດືອນລະ 1,000 ບາດ, ພ້ອມກັບ ຖືກບັງຄັບ ເຮັດວຽກ ມື້ລະ 12 ຊົ່ວໂມງ. ໃນຕອນນັ້ນ, ຈະຂໍລາ ກັບບ້ານ ແຕ່ຖືກປະຕິເສດ. ເນື່ອງຈາກວ່າ ກ່ອນໜ້ານີ້ ມີຊາວລາວ ທີ່ເຮັດວຽກ ນໍາກັນ ຫລົບໜີ ອອກໄປ 2 ຄົນ ແລະ ຕົນເອງ ທົນບໍ່ໄຫວ ຈຶ່ງບອກ ໃຫ້ເອື້ອຍ ແຈ້ງຕໍາຣວດ ເພື່ອຂໍຄວາມຊ່ອຍເຫລືອ. ສ່ວນ ເຈົ້າຂອງບ້ານ ໃຫ້ການປະຕິເສດ ຂໍ້ກ່າວຫາ ຕລອດ, ໂດຍອ້າງວ່າ ຕົນເອງ ບໍ່ໄດ້ກັກຂັງໜ່ວງໜ່ຽວ ຫລື ທຸບຕີ ເດັກເຫລົ່ານັ້ນ, ແຕ່ເຈົ້າໜ້າທີ່ ໄດ້ນໍາສົ່ງໂຮງພັກ ເພື່ອສອບສວນ ແລະ ດໍາເນີນ ຄະດີ ຕໍ່ໄປ.  ຈາກການກວດສອບ ຕຶກຫ້ອງແຖວ ດັ່ງກ່າວ, ເຈົ້າໜ້າທີ່ ພົບວ່າ ມີຮົ້ວກັ້ນໄວ້ ແລະ ປິດປະຕູ ຕລອດເວລາ, ຊຶ່ງຄົນຂ້າງນອກ ບໍ່ສາມາດ ເບິ່ງເຫັນພາຍໃນໄດ້. 


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.