ກົມແຮງງານໄທ ຍູ້ຣັຖບານ

ກົມແຮງງານ ຂອງໄທ ຍູ້ໃຫ້ ຣັຖບານ ເອົາໃຈໃສ່ ການນໍາເຂົ້າ ຄົນງານຈາກ ຕ່າງປະເທດ.
ສົມເນ
2010.08.05

ກົມແຮງງານ ຂອງໄທ ພຍາຍາມ ຍູ້ ຣັຖບານ ໄທ ໃຫ້ຈັດຕັ້ງ ປະຕິບັດ ນະໂຍບາຍ ນໍາເຂົ້າ ແຮງງານ ຕ່າງດ້າວ ລາວ ກໍາພູຊາ ແລະ ພະມ້າ ເພື່ອເຂົ້າມາ ເຮັດວຽກຢູ່ ປະເທດໄທ ຢ່າງຖືກຕ້ອງ ຕາມກົດໝາຍ ໄວຂື້ນ ເພາະວ່າ ໃນອະນາຄົດ ບໍ່ໄກນີ້ ໄທ ຈະຂາດແຄນ ແຮງງານຢ່າງໜັກ ດັ່ງທ່ານ ສຸພພະມາດ ພະຫຸໂລ ເຈົ້າໜ້າທີ່ ຂັ້ນສູງຂອງໄທ ໄດ້ກ່າວ:

"ຈາກຜົນຂອງ ການວິໄຈ ຫລື ສໍາຣວດຂອງ TDRI ຮ່ວມກັບ ອົງການ ແຮງງານສາກົນ ປະມານ ຕົ້ນປີ ກໍຍອມຮັບວ່າ ພາຍໃນ 5-10 ປີ ປະເທດໄທ ຈະຂາດ ກໍາລັງ ແຮງງານຢ່າງສູງ".

ທ່ານວ່າ ບັນຫາ ຄົງຄ້າງ ກ່ຽວກັບ ແຮງງານຕ່າງດ້າວ 3 ຊາດ ໃນປະເທດໄທ ໃນປັດຈຸບັນ ໂດຍສະເພາະ ລະຫ່ວາງ ລາວ ກັບ ໄທ ກໍມີຫລາຍ ເຣື້ອງ ເຊັ່ນ:
ຣັຖບານໄທ ເຮັດວຽກຊ້າ ໃນການກໍານົດ ແລະ ດັດແກ້ ນະໂຍບາຍ ສະບັບໃໝ່.

ການພິສູດ ສັນຊາດ ການຈົດ ທະບຽນ ແຮງງານ ທີ່ດໍາເນີນ ໂດຍເຈົ້າໜ້າທີ່ ໄທແລະລາວ ຄັ້ງລ້າສຸດ ຍັງບໍ່ສໍາເຣັດ. ປັດຈຸບັນ ຝ່າຍລາວ ໄດ້ສົ່ງ ເຈົ້າໜ້າທີ່ ເຂົ້າ
ມາເຮັດ ວີຊາ ພິສູດສັນຊາດ ແລະຝ່າຍໄທ ກໍາລັງເຮັດ ພັສປອດທ໌ ຊົ່ວຄາວໃຫ້.

ອີກບັນຫານື່ງ ກໍຄື ການສືກສາ ຂອງຄົນງານ ໜຸ່ມນ້ອຍ ແລະລູກຫລານ ຂອງຄົນງານ ຊື່ງຣັຖບານ ໄທ ບໍ່ທັນ ສາມາດ ປະກອບໃຫ້ ເຂົາເຈົ້າໄດ້ ເທືອ. ເຣື້ອງນີ້ເຮັດ ໃຫ້ແຮງງານ ແລະ ອະນາຄົດ ຂອງລູກຫລານ ຄົນງານ ບໍ່ກາຍເປັນ ຄົນງານທີມີ ຝີມື ຜລິຕຜົນ ສູງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.