ຣັຖບານໄທຊ່ວຍ ຄົນງານຕ່າງດ້າວ

ຣັຖບານໄທ ໄດ້ຊ່ວຍໃຫ້ ຄົນງານຕ່າງດ້າວ ເກືອບເຖິງ 1 ລ້ານຄົນ ເຮັດວຽກຢູ່ ປະເທດໄທ.
ຈໍາປາທອງ
2010.05.14

ຄົນງານຕ່າງດ້າວ ເກືອບເຖິງ 1 ລ້ານຄົນ ທີ່ເຮັດວຽກຢູ່ ປະເທດໄທ ແບບບໍ່ມີ ເອກກະສານ ອະນຸຍາດ ເຮັດວຽກນັ້ນ ໄດ້ຂຶ້ນທະບຽນ ໃຫ້ຖືກຕ້ອງຕາມ ກົດໝາຍ ເປັນທີ່ຮຽບຮ້ອຍແລ້ວ. ຕາມລາຍງານຂອງ IRIN ຈາກບາງກອກ ໃນວັນທີ 13 ພຶສພາ 2010.

ໂດຍການຮ່ວມມືກັບ ລາວ, ກຳພູຊາ ແລະ ພະມ້າ ຊຶ່ງເປັນ ເພື່ອນບ້ານໃກ້ຄຽງ ຊຶ່ງເປັນບ່ອນທີ່ ຄົນງານຕ່າງດ້າວ ຈາກມາ. ຣັຖບານໄທ ໄດ້ອະນຸຍາດ ໃຫ້ຄົນງານຕ່າງດ້າວ ທີ່ຄາດວ່າມີ ປະມານ 2 ລ້ານ ຄົນ ຂຶ້ນທະບຽນ ເປັນຄົນງານທີ່ ຖືກຕ້ອງ. ຕາມການລາຍງານ ຂອງກົມຄົນງານ ຂອງໄທ, ໃນມື້ວັນທີ 12 ພຶສພາ 2010 ມີຄົນງານຕ່າງດ້າວ ຈຳນວນ 932,255 ຄົນ ໄດ້ຮັບ ໃບອະນຸຍາດ ເດີນທາງ ແລະ ໜັງສືອະນຸຍາດ ໃຫ້ເຮັດວຽກ. ໃນນັ້ນ ມີຄົນງານພະມ້າ 812,984 ຄົນ, ຄົນງານລາວ 62,792 ຄົນ ແລະຄົນງານ ກຳພູຊາ 56,479 ຄົນ.

ທ່ານ ສຸປັດ ກຸກຸນ ຜູ້ຮັບຜິດຊອບ ຄົນງານຕ່າງດ້າວ ທີ່ກະຊວງແຮງງານ ໄທ ກ່າວຕໍ່ IRIN ວ່າພວກຄົນງານ ເຫລົ່ານັ້ນ ເຂົ້າມາປະເທດໄທ ແລະເຮັດວຽກ ໃນຂແນງການ ບໍຣິການ ການກະເສດ ແລະ ຂແນງການຜລິດຕ່າງໆ. ພວກເຂົາເຈົ້າ ຊ່ວຍສ້າງເສຖກິດ ຂອງໄທ ແລະວ່າ ທາງການໄທຊ່ວຍ ພວກເຂົາເຈົ້າໃຫ້ ເປັນຄົນງານທີ່ ຖືກຕ້ອງຕາມກົດໝາຍ ຄືກັນກັບ ປະຊາຊົນໄທ. ຄົນງານຕ່າງດ້າວ ທີ່ວ່ານັ້ນໄດ້ ປະກອບເອກກະສານ ກວດເບິ່ງ ບັດປະຈຳຕົວ ຊຶ່ງແມ່ນຣັຖບານ ຂອງປະເທດເຂົາເຈົ້າ ເປັນຜູ້ກວດ. ຄົນງານເຫລົ່ານັ້ນ ໄດ້ຮັບໜັງສື ຜ່ານແດນຈາກຣັຖບານ ຂອງ ປະເທດເຂົາເຈົ້າເອງ ແລະໄດ້ຮັບໜັງສື ອະນຸຍາດຢູ່ ແລະ ໜັງສືເຮັດວຽກ ຈາກຣັຖບານໄທ. ທ່ານວ່າ ໜັງສືທີ່ວ່ານັ້ນ ຈະຊ່ວຍໃຫ້ຄົນ ງານຕ່າງດ້າວ ມີສວັດດີການ ເປີດບັນຊີ ທະນາຄານ ແລະ ທັງສົ່ງເງິນກັບ ບ້ານໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.