ປັນຫາ ຄົນງານຕ່າງ ດ້າວໃນໄທ ໂດຍສະເພາະ ຄົນງານລາວ ພະມ້າແລະ ກໍາພູຊາ ທີ່ຜິດກົດໝາຍ ເປັນປັນຫາ ນື່ງທີ່ທາງ ການໄທຍັງ ບໍ່ສາມາດ ແກ້ໄຂໄດ້ເທື່ອ ຄົນງານທີ່ ເຮັດວຽກແບບ ຜິດກົດໝາຍ ເລົ່ານີ້ຍັງ ຂາດເຂີນການ ເອົາໃຈໃສ່ ດູແລ ຫລາຍດ້ານ, ຕາມຄໍາ ກ່າວຂອງ ດຣ. ກິຕິຍາ ອາດຊະວະ ນິດກຸນ ຜູ້ຊ່ຽວຊານ ປັນຫາ ແຮງງານຂ້າມຊາດ ໃນໄທ ທີ່ໄດ້ກ່າວ ໃນກອງປະຊຸມ ກ່ຽວກັບ ແຮງງານຂ້າມຊາດ ທີ່ຈັດ ຂື້ນຢູ່ທີ່ ບາງກອກ ໃນວັນທີ 29 ມົກະຣານີ້ວ່າ …………………
ເຣື້ອງຄວາມ ປອດໄພຂອງ ຄົນງານຂ້າມຊາດ ຮວມເຖິງລາວ ເຖິງວ່າ ຈະປະສົບ ອຸປະຕິເຫດ ຫລືເສັຽ ຊີວິດຢ່າງ ບໍ່ມີຮ່ອງ ຮອຍກໍດີ ຜູ້ຕາຍຍັງບໍ່ ໄດ້ຮັບຄວາມ ຄຸ້ມຄອງ ຈາກກົດໝາຍໄທ, ບໍ່ໄດ້ຮັບ ການເອົາໃຈໃສ່ ພວກເຮົາ ຈະເບິ່ງວ່າ ທາງການໄທ ຄວນຈະມີ ວິທີທາງ ແກ້ໄຂທີ່ ແຈ້ງຂາວກ່ວາ ນີ້ຫລືບໍ່. ປັນຫາ ຄົນງານ ຕ່າງດ້າວໃນໄທ ໂດຍສະເພາະ ຊາວລາວທີ່ ເຮັດວຽກແບບ ບໍ່ມີໜັງສ່ຽນ ໜັງສື ຖືກຕ້ອງຕາມ ກົດໝາຍ ເປັນເຣື້ອງສໍາ ຄັນສໍາລັບ ຜູ້ທີ່ເຂົ້າ ມາຮ່ວມກອງ ປະຊຸມຄັ້ງນີ້. ຫລາຍຄົນ ກໍປະຕິເສດ ບໍ່ໄດ້ວ່າ ຄົນງານລາວ ໄດ້ເຂົ້າມາ ເຮັດວຽກແທນ ທີ່ຄົນໄທ ໃນໜ້າວຽກ ທີ່ຄົນໄທ ບໍ່ຢາກເຮັດ ອີກແລ້ວຄົນ ງານລາວໄດ້ ຮັບຄ່າຈ້າງ ໃນຣາຄາ ຖືກ ນາຍຈ້າງຄົນ ໄທກໍນິຍົມ ກັນຈ້າງ ໃນສະພາບ ເປັນຈິງແລ້ວ ສິ່ງທີ່ຄົນ ງານລາວໄດ້ ຮັບການຕອບ ສນອງນັ້ນ ບໍ່ສົມກັບ ແຮງງານ ທີ່ໃຊ້ໄປ ທັງບໍ່ມີ ການຮັປະກັນ ຄວາມປອດໄພ ແລະບໍ່ມີ ສວັດດີການ ອື່ນໆ.
ການສົນທະນາ ຂອງກອງປະຊຸມ ເພື່ອຊຸກຍູ້ ໃຫ້ທາງການ ໄທຫລິງເຫັນ ສິດທິພື້ນຖານ ຂອງມະນຸດ ກໍຄືສິດ ທິຂອງຄົນງານ ເປັນເຣື້ອງສໍາ ຄັນຢ່າງຍິ່ງ ແລະຄວນ ເລັ່ງລັດ ໃຫ້ຄົນງານລາວ ທີ່ເຮັດວຽກ ແບບຜິດກົດໝາຍ ມາຈົດທະບຽນ ເພື່ອໃຫ້ເປັນ ຄົນງານທີ່ ຖືກຕ້ອງຕາມ ກົດໝາຍ ເພື່ອໃຫ້ ນາຍຈ້າງແລະ ຄົນງານຕ່າງ ກໍໄດ້ຮັບ ຜົນປະໂຍດ. ປັດຈຸບັນນີ້ ຣັຖະບານ ໃໝ່ຂອງໄທ ຍັງບໍ່ທັນ ມີທິດທາງ ວ່າຈະເປີດ ໃຫ້ຄົນງານ ລາວທີ່ຜິດ ກົດໝາຍ ມາລົງທະບຽນ ໃຫ້ຖືກຕ້ອງ ຫລືບໍ່.
ຄົນງານລາວ ທີ່ເຮັດວຽກ ໃນປະເທດໄທ ແບບບໍ່ມີ ໜັງສືຖືກ ຕ້ອງຕາມກົດໝາຍ ມີປະມານ 2 ແສນຄົນ ຮ່ວມທັງຄົນ ງານທີ່ເຂົ້າໆອອກໆຕາມ ລະດູການ. ສ່ວນ ຈໍານວນທີ່ ມີໜັງສື ຖືກຕ້ອງຕາມ ກົດໝາຍ ກໍມີປະມານ 6 ໝື່ນຄົນ.