ຄົນລາວໄຮ້ສັນຊາຕ ສ້າງຄວາມວູ້ນວາຍ ໃນສຖານະພາບ ຂອງຕົນເອງ
2009.10.21
ຄົນລາວ ຫລາຍພັນຄົນ ທີ່ອາສັຍຢູ່ ໃນປະເທສໄທຽ ມາໄດ້ກວ່າ 30 ປີ ຍັງບໍ່ມີໂອກາສ ໄດ້ຮັບ ສັນຊາຕໄທຽ ຍ້ອນບໍ່ມີ ເອກສາຣຂໍ້ມູລ ທີ່ຖືກຕ້ອງຈາກ ທາງກາຣໄທຽ ພ້ອມກັບຍັງໄປ ຈົດຊື່ລົງທະບຽນ ເປັນແຮງງານ ຕ່າງດ້າວຊາວລາວ ອີກດ້ວຍ ເປັນກາຣສົ່ງຜົລ ສະທ້ອນເຖີງ ຜູ້ເປັນລູກຫລານ ທີ່ເກີດແລະໃຫຍ່ ຢູ່ໃນປະເທສໄທຽ ຈົນເປັນບັນຫາ ມາຮອດ ປັຈຈຸບັນນີ້ ດັ່ງອາຈາຣຍ໌ ຈັນທາ ທະນະ ວັຕນາວົງສ໌ ນັກວິຈັຍ ບັນຫາຄົນລາວ ໄຮ້ສັນຊາຕຈາກ ມະຫາວິທຍາລັຍ ອຸບົລຣາຊທານີ ໄດ້ກ່າວວ່າ: ຍານາງວ່າ:
“ເທົ່າທີ່ຮູ້ຈັກ ຈາກກາຣສັມຜັສ ມາທີ່ບັນຫາ ຫລັກໆນັ້ນ ກໍເຣື່ອງສຖານະ ບໍ່ສອດຄ່ອງກັບ ຄວາມເປັນຈິງ ແລ້ວສ່ວນໃຫຍ່ກໍ ເຣື່ອງກາຣບໍ່ຜ່ານ ສຳຣວຈກາຣເປັນ ອົພຍົພລາວແລ້ວ ກໍໄປເອົາ ນ້ຳເບີ້ຣ໌ ທຣ38 ຊື່ງເປັນແຮງງານ ຕ່າງດ້າວ”
ອາຈາຣຍ໌ ຈັນທາ ໄດ້ໃຫ້ກາຣ ອະທິບາຍ ເພີ້ມວ່າ: ເວລາທາງກາຣໄທຽ ໃຫ້ໂອກາສພວກ ແຮງງານຕ່າງດ້າວ ໄປລົງທະບຽນ ເພື່ອເຮັດວຽກງານ ຢູ່ເມືອງໄທຽ ໄດ້ຢ່າງຖືກຕ້ອງ ຕາມກົດໝາຍແລະ ໄດ້ຮັບໃບ ອະນຸຍາຕ ທີ່ເອີ້ນວ່າ “ໃບ ທຣ38/1” ທີ່ເຮັດໃຫ້ຄົນ ລາວຜູ້ທີ່ບໍ່ມີ ສັນຊາຕເຂົ້າໃຈຜິດ ວ່າໃບ ທຣ38/1 ດັ່ງກ່າວ ເປັນໃບ ອະນຸຍາຕ ໃຫ້ຢູ່ ແລະເຮັດ ວຽກງານ ຢູ່ໃນ ປະເທສໄທຽໄດ້ ສົ່ງຜົລໃຫ້ຄົນລາວ ທີ່ບໍ່ມີສັນຊາຕ ປ່ຽນຖານະມາເປັນ ແຮງງານຕ່າງດ້າວ ແທນທີ່ຈະໄດ້ຮັບ ກາຣກວດສອບເພື່ອ ຂໍບັຕເປັນຄົນ ລາວອົພຍົພ ຢູ່ໃນ ປະເທສໄທຽ ໂດຽບໍ່ແມ່ນບັຕ ເປັນແຮງງານ ຕ່າງດ້າວແຕ່ ປະກາຣໃດ.
ຄວາມເຂົ້າໃຈຜິດ ດັ່ງກ່າວ ໄດ້ສົ່ງຜົລກະທົບ ຕໍ່ພວກລູກຫລານ ທີ່ເກີດແລະໃຫຍ່ ຢູ່ໃນ ປະເທສໄທຽ ແຕ່ບໍ່ມີບັຕ ປະຊາຊົນ ເພື່ອຢັ້ງຢືນ ທາງດ້ານສິທທິ ຈື່ງເປັນບັນຫາ ຫຍຸ້ງຍາກ. ດັ່ງ ອາຈາຣຍ໌ຈັນທາ ໄດ້ກ່າວເນັ້ນວ່າ:
“ພວກລູກຫລານທີ່ ເກີດຢູ່ ປະເທສໄທຽ ຮຽນແລະຮູ້ຈັກ ວັທນາທັມໄທຽ ທຸກຢ່າງ ແລະ ບໍ່ເຄີຽ ກັບໄປເມືອງລາວ ຈັກເທື່ອ ໃນປັຈຈຸບັນ ນີ້ກໍກຳລັງ ຈະມີບັນຫາ ທີ່ຈະບໍ່ມີ ສັນຊາຕເຊັ່ນດຽວກັບ ຜູ້ເປັນພໍ່ແມ່”
ຢ່າງໃດກໍຕາມ ເຈົ້າໜ້າທີ່ໄທຽ ທ່ານນີ້ໄດ້ຊີ້ ແຈງເພີ່ມວ່າ ຍັງມີຄົນລາວ ອົພຍົພ ໄຮ້ສັນຊາຕ ທີ່ອາສັຍຢູ່ ແຂວງອຸບົລ ຢ່າງຫລວງຫລາຍ ທີ່ບໍ່ໄດ້ຮັບສິທທິ ໃນກາຣ ຮັກສາ ພຍາບາລຕົວ ແລະ ສິທທິພື້ນຖານ ຕ່າງໆຕາມຫລັກ ສິທທິມະນຸສຍະຊົນ ຢ່າງແທ້ຈິງ ຍ້ອນບໍ່ມີໜ່ວຍ ງານຂອງທາງກາຣ ໄທຽໄປ ຊ່ວຍແກ້ໄຂ ແຕ່ຢ່າງໃດ ຈົນເທົ່າ ປັຈຈຸບັນນີ້.