ແຮງງານໃນສວັນນະເຂດ ຈະບໍ່ໄປໄທ ຍ້ອນການລົງທືນ ເພີ້ມໃນແຂວງ
2009.11.12
ແຂວງສວັນນະເຂດ ຄາດວ່າ ຄົນງານຈະໄປເຮັດວຽກ ທີ່ປະເທດໄທ ຫລຸດໜ້ອຍລົງ ເນື່ອງຈາກວ່າ ມີການລົງທຶນ ທັງທາງດ້ານກະສິກັມ ແລະ ອຸດສາຫະກັມ ຫລາຍເພີ່ມຂຶ້ນ ຢູ່ພາຍໃນແຂວງ ອິງຕາມຄຳເວົ້າ ຂອງຜແນກແຮງງານແຂວງ. ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ:
"ໂດຍສະເພາະຢູ່ ແຂວງສວັນນະເຂດ ມີການລົງທຶນຫລາຍ ມາເປັນວຽກກະສິກັມ ແລ້ວກໍເປັນວຽກ ທີ່ຄົນລາວຖະຫນັດ ໃນໂຮງງານ ອຸດສາຫະກັມກໍມີ ດຽວນີ້ມັນ ຈະເລີ້ມມີການ ລົງທຶນຫລາຍຄື ຢູ່ເຂດ ເສຖກິດພິເສດ ເພີ່ນກໍມີການ ລົງທະບຽນເອົາ ຄົນງານເຂົ້າເຮັດວຽກ ກໍຄິດວ່າເຂົາເຈົ້າ ຈະກັບມາເຮັດວຽກ ຢູ່ບ້ານເກີດ ເມືອງນອນຫລາຍກວ່າ."
ທ່ານເວົ້າຕື່ມວ່າ ການລົງທຶນຕ່າງໆ ເຂົ້າມາໃນແຂວງ ສວັນນະເຂດ ເຮັດໃຫ້ມີຄວາມ ຕ້ອງການຄົນງານ ຫລາຍຂື້ນ. ຍົກຕົວຢ່າງ ໂຮງານນ້ຳຕານ ທັງ 2 ໂຮງງານ ຕ້ອງການຄົນງານ ປະມານ 3,000 ຫາ 5,000 ຄົນ. ສຳລັບເຂດເສຖກິດພິເສດ ສະຫວັນ - ເຊໂນ ແລະ ເຂດການຄ້າຊາຍແດນ ສະຫວັນ - ລາວບາວ ຄາດວ່າ ຈະມີຄວາມຕ້ອງການ ຄົນງານຫລາຍຮ້ອຍຄົນ. ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ:
"ຕົວນີ້ເຫັນໄດ້ແຈ້ງ ເລີຍວ່າ ຕຳແໜ່ງງານມີເພີ່ມ ຫລາຍຂື້ນ ຄືຢູ່ໃນເຂດພວກ ທີ່ວ່າປູກໄມ້ ອຸດສາຫະກັມນີ້ ຫລາຍດຽວນີ້ນະ ຢາງພາລາແລ້ວກໍສວນອ້ອຍ ໄມ້ວິກມັນຈະມີຫລາຍ ຮວມທັງມັນຕົ້ນ ກໍມີຫລາຍ."
ທ່ານວ່າທີ່ຜ່ານມາ ຈຳນວນຄົນງານ ທີ່ໄປເຮັດວຽກ ຢູ່ປະເທດໄທ ເພີ່ມຂຶ້ນທຸກໆປີ. ໃນປີ 2008 ຜ່ານມາ ແຂວງສວັນນະເຂດ ມີປະຊາຊົນລາວ ອອກໄປຫາເຮັດວຽກ ທີ່ປະເທດໄທ ຫລາຍເຖິງ 42,000 ຄົນ ໃນຂນະທີ່ຕົວເລກ ໃນປີ 2006 ມີຄົນອອກໄປເຮັດວຽກ ຢູ່ປະເທດໄທ ຈຳນວນ 17,000 ຄົນ. ແຕ່ສຳລັບປີ 2009 ນີ້ ຍັງບໍ່ທັນມີການ ສະຫລຸບຕົວເລກ ທີ່ແນ່ນອນເທື່ອ.