ສວັນນະເຂດເປີດ ຊຸມນຸມຊ່ວຍຊອກວຽກ
2010.08.11
ທາງການ ແຂວງ ສວັນນະເຂດ ໄດ້ເປີດ ຕລາດນັດແຮງງານ ຄັ້ງທໍາອິດ ລະຫ່ວາງ ວັນທີ 7-8 ສິງຫາ ປີ 2010 ເພື່ອຊ່ວຍເຫລືອ ຜູ້ສມັກງານ ໄດ້ວຽກເຮັດງານ ທີ່ເໝາະສົມກັບ ຄວາມສາມາດ ຂອງຕົນເອງ ແລະ ພົບກັບ ຜູ້ຕາງໜ້າ ບໍຣິສັດ ຕ່າງໆທີ່ຈັດ ຫາງານ ດ້ວຍຕົນເອງ. ຄົນງານຢູ່ ໃນແຂວງ ສວັນນະເຂດ ສ່ວນຫລາຍແລ້ວ ຈະໄປຫາ ເຮັດວຽກຢູ່ ໃນນະຄອນ ຫລວງ ວຽງຈັນ ຫລືບໍ່ດັ່ງນັ້ນ ກໍລັກລອບ ໄປເຮັດວຽກ ຢູ່ປະເທດໄທ ແບບບໍ່ຖືກຕ້ອງ ຕາມກົດໝາຍ ອັນເຮັດໃຫ້ ແຮງງານໃນແຂວງ ຂາດເຂີນ. ກ່ຽວກັບການ ເປີດຕລາດນັດ ແຮງງານເທື່ອນີ້ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ແຂວງສວັນນະເຂດ ໄດ້ອະທິບາຍ ໃນຕອນນື່ງວ່າ:
"ເພາະວ່າຢູ່ນີ້ ກິຈກັມ ສ່ວນໃຫ່ຽຈະມີ ບໍຣິສັດ ຈັດຫາງານ ມາລົງທະບຽນ ຮັບສມັກງານ ຢູ່ນີ້ກໍມີ ບໍຣິສັດ ດວງພະຈັນ ບໍຣິການ ຈັດຫາງານ ເຂົາເຈົ້າ ຣັບສມັກ ໂຕຈິງໄດ້ 76 ຄົນ. ບໍຣິສັດ ອິດເຕີເຣີເບິນ ໄດ້ 4 ຄົນ. ເຂົາຈະຮັບຢູ່ນີ້ ເຂົາຈະສົ່ງ ໄປໄທ 80 ຄົນ".
ປັດຈຸບັນນີ້ ບໍຣິສັດ ແລະໂຮງງານ ຕ່າງໆຢູ່ໃນ ແຂວງສວັນນະເຂດ ຕ້ອງການ ຈ້າງຄົນງານ ເພີ້ມຂື້ນເຖິງ 1,600 ໜ້າວຽກ, ແຕ່ສວ່ນຫລາຍ ແລ້ວ ຊາວລາວຢູ່ ໃນແຂວງ
ມັກຈະໄປຊອກຫາ ເຮັດວຽກຢູ່ ປະເທດໄທ ທີ່ມີຄ່າຈ້າງ ສູງກ່ວານ້ອຍນື່ງ. ທ່ານວ່າ ຂໍ້ມູນທີ່ ເກັບກໍາໄດ້ ລ້າສຸດຈາກ 8 ຫົວເມືອງ ມີຄົນງານ ຈາກແຂວງ ສວັນນະເຂດ ໄປເຮັດວຽກ ຢູ່ໃນປະເທດ ໄທປະມານ 20,000 ກ່ວາຄົນ ແລະຍັງອີກ 7 ຫົວເມືອງ ທີ່ຍັງ ບໍ່ສາມາດ ເກັບກໍາ ຂໍ້ມູນໄດ້. ສໍາລັບແຮງງານ ເຄື່ອນຍ້າຍພາຍ ໃນປະເທດ ນັ້ນ ເຈົ້າໜ້າທີ່ ວ່າບໍ່ສາມາດ ເກັບກໍາຂໍ້ມູນ ໄດ້ຢ່າງລະອຽດ ເພາະວ່າ ຄົນງານເຄື່ອນຍ້າຍ ໄປໂດຍບໍ່ໄດ້ແຈ້ງ ຫລືໄປຫາ ເຮັດວຽກ ຫລັງຈາກ ລະດູ ການຜລິດ:
"ຄິດວ່າຫລາຍ ຢູ່ໃນປະເທດ ການເຄື່ອນຍ້າຍ ໃນປະເທດ ເຮົາບໍ່ສູ້ໄດ້ ເກັບກໍາເທົ່າໃດ ຄວາມຈິງແລ້ວ ຄົນລາວ ອອກຈາກແຂວງ ສວັນນະເຂດ ໄປເຮັດວຽກງານ ຢູ່ນະຄອນຫລວງ".
ໜັງສືພິມ ເສຖກິດ-ສັງຄົມ ຂອງລາວ ວ່າການຈັດ ຕລາດແຮງງານ ຄັ້ງນີ້ມີ ຫລາຍພາກສ່ວນ ເຂົ້າຮ່ວມ. ມີຜູ້ຕາງໜ້າ ຈາກສູນກາງ ຜູ້ຕາງໜ້າຜແນກ ແຮງງານ ແຕ່ລະ ແຂວງ ຜູ້ຕາງໜ້າ ຈາກໂຮງຮຽນ ຝືກແອບ ອາຊີພ ຕ່າງໆ ເຂົ້າຮ່ວມ.