ລາວ ໄປຂາຍແຮງງານ ຖືກຈັບ

ແຮງງານລາວ ທີ່ລັກລອບ ໄປເຮັດວຽກ ຢູ່ພູເກັຕ ຖືກເຈົ້າໜ້າທີ່ ຈັບໄດ້ 18 ຄົນ
ຫວາດ ສີມູນ
2009.04.28

ສະຖານະກາຣ ດ້ານເສຖກິຈ ຕົກຕໍ່າໃນ ທົ່ໂລກດັ່ງ ປັຈຈຸບັນ ນີ້ນັ້ນ ຍີ່ງເຮັດໃຫ້ ກຸ່ມແຮງງານ ຊາວລາວທີ່ ລັກລອບໄປ ຊອກຫາວຽກ ເຮັດງານທຳ ຢູ່ປະເທສໄທຽ ມີຄວາມສ່ຽງຕໍ່ ກາຣຈັບກຸມ ຂອງທາງເຈົ້າ ໜ້າທີ່ຫລາຍ ເພີ່ມຂື້ນ ແລະຄັ້ງຫລ້າ ສຸດເກີດຂື້ນ ໃນມື້ ວັນເສົາທີ່ 25 ເມສາ ນີ້ທີ່ມີຄົນ ລາວຖືກຈັບ 18 ຄົນຢູ່ທາງ ແຍກວັງໝໍ້ແກງ ແຂວງພັງງາ ຫລັງຈາກທີ່ ເຂົາເຈົ້າເຂົ້າໄປ ຫາເຮັດວຽກ ໃນເຂຕພາຄໃຕ້ ຂອງໄທຽໄດ້ 3 ເດືອນຜ່ານມາ ກ່ຽວກັບເຣື່ອງນີ້ ພັນຕຳຣວຈຕຣີ ເນຕິ ຂັນບຸນ ສາຣະວັຕ ດ່ານກວດຄົນເຂົ້າ ເມືອງພັງງາ ໄດ້ກ່າວວ່າ:

“ຄົນງານທັງ 18 ຄົນເດີນທາງ ຈາກພູເກັຕ ເພື່ອໄປກະບີ່ ຊື່ງສ່ວນຫລາຍ ຄ່ອຍພາກັນ ລັກລອບເຂົ້າ ປະເທສໄທຽ ເພື່ອຫາຮັບຈ້າງ ຕາມເຂຕແຂວງ ຕ່າງໆໂດຽສະເພາະ ແມ່ນຢູ່ຕາມ ເຂຕແຂວງພູເກັຕ ທີ່ມີຢ່າງ ຫລວງຫລາຍນັ້ນ” 

ພ້ອມດຽວກັນນີ້ ທ່ານກໍວ່າທາງ ເຈົ້າໜ້າທີ່ກໍ ກຳລັງປະກອບ ສຳເນົາເພື່ອ ສົ່ງຕໍ່ໄປ ຍັງຂັ້ນເມືອງ ໃຫ້ຍື່ນຕໍ່ ທາງກາຣສາລ ດຳເນີນຄະດີ ຕາມກົດໝາຍ ຂອງກາຣ ລັກລອບ ເຂົ້າເມືອງໂດຽ ບໍ່ມີເອກສາຣ ກາຣເດີນທາງ ແຕ່ຢ່າງໃດ ກ່ອນທີ່ຈະຈັດ ສົ່ງຕໍ່ໃຫ້ທາງ ກາຣ ສປປລາວ.

ໃນຂະນະ ດຽວກັນທາງກາຣ ຝ່າຍໄທຽ ກໍຕິດຕາມ ສືບຫາພວກທີ່ ເປັນນາຍຈ້າງ ຕລອດຮອດພວກ ທີ່ມີສ່ວນຮ່ວມ ໃນກາຣຮັບ ເອົາຄົນງານ ຕ່າງດ້າວດັ່ງກ່າວ ເພື່ອໄປດຳເນີນ ຄະດີເຊັ່ນກັນ ດັ່ງທີ່ທ່ານໄດ້ ກ່າວເພີ່ມອີກວ່າ:

“ພວກຄົນງານ ທີ່ລັກລອບ ເຂົ້າມາຫາງານ ໄດ້ກໍອາຈ ຈະມີນາຍ ຈ້າງບາງກຸ່ມ ທີ່ອາສັຍວ່າ ພວກທີ່ຫລົບໜີ ເຂົ້າເມືອງນີ້ ບໍ່ຈຳຕ້ອງໄດ້ ຈ່າຍຄ່າແຮງງານ ເຕັມກໍໄດ້ ຫລືບໍ່ກໍອາຈ ຈະເປັນແບບ ທີ່ວ່າໃຫ້ ເຮັດວຽກເຖີງ 3 ເດືອນ ແລ້ວບໍ່ຈ່າຍ ຄົບຕາມກຳໜົດ ທີ່ຕົກ ລົງກັນ ກໍເປັນໄດ້ ແລະອີກຢ່າງໜື່ງ ພວກຄົນງານລາວ ກໍບໍ່ກ້າທີ່ ຈະຕໍ່ວ່າຕໍ່ຂານ ຫລືໄປແຈ້ງຄວາມ ຕໍ່ທາງເຈົ້າ ໜ້າທີ່ໄດ້ ແຕ່ປະກາຣໃດ ເພາະເຂົາກໍເປັນ ຄົນເຂົ້າເມືອງ ຜິດກົດໝາຍ ຢູ່ແລ້ວ”

ທາງເຈົ້າໜ້າ ທີ່ໄທຽໄດ້ ກ່າວຢ້ຳວ່າ: ພວກຄົນງານລາວ ທີ່ຖືກຈັບ ດັ່ງກ່າວມີ ຣົຖຕູ້ແລະ ຣົຖກະບະ ມາຮັບເອົາ ເພື່ອເດີນທາງໄປ ຮັບຈ້າງຢູ່ ແຂວງກະບີ່ ຈື່ງໄດ້ມີ ກາຣປະສານງານ ກັບທາງເຈົ້າ ໜ້າທີ່ຕາມເຂຕ ທີ່ພວກຄົນ ງານລາວໃຫ້ ກາຣນັ້ນ ເພື່ອຕິດຕາມ ນຳເອົາພວກ ທີ່ມີສ່ວນຮ່ວມ ໄປສືບສວນ ເພື່ອດຳເນີນ ຄະດີ ໃນຂັ້ນຕໍ່ໄປ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.