ຄົນງານຕ່າງດ້າວຢູ່ໄທ ຖືກນາຍທືນເອົາປຽບ
2010.05.03
ໃນວັນທີ 1 ພຶສພາ ເປັນວັນກັມມະກອນ ສາກົນ ກຸ່ມແຮງງານ ຕ່າງດ້າວ ທີ່ບາງກອກ ກວ່ານຶ່ງຫມື່ນຄົນ ໄດ້ຮ່ວມກັນເດີນ ຂະບວນສລອງວັນ ດັ່ງກ່າວ ໃນຊ່ວງທີ່ມີ ການເດີນຂະບວນ ຢູ່ນັ້ນ ຄົນງານຕ່າງດ້າວ ຄົນນຶ່ງກໍ່ອອກມາ ເປີດເຜີຍຕໍ່ກຸ່ມ ນັກຂ່າວ ວ່າທຸກມື້ນີ້ ແຮງງານຂ້າມຊາດ ບໍ່ສາມາດຮຽກຮ້ອງ ຄວາມເປັນທັມ ໃນກໍຣະນີ ໃດໆໄດ້ເລີຍ ເຖິງແມ່ນວ່າ ຈະມີການເລືອກ ປະຕິບັດຕໍ່ກຸ່ມ ແຮງງານຂ້າມຊາດ ຫລາຍປານໃດກໍ່ຕາມ ດັ່ງກໍຣະນີ ຄ່າຈ້າງ ແຮງງານຕ່ຳ ຣະຫວ່າງແຮງງານໄທ ແລະ ແຮງງານຕ່າງດ້າວ ເຊັ່ນຕົວຢ່າງ ຕາມກົດຫມາຍ ຄ່າຈ້າງຣະດັບຕ່ຳ ໃນໄທ ຈະຕົກຢູ່ ປະມານວັນລະ 206 ບາດ ແຕ່ແຮງງານຂ້າມຊາດ ຈະໄດ້ພຽງແຕ່ ວັນລະ 150-160 ບາດເທົ່ານັ້ນ ໃນຫນ້າວຽກອັນ ດຽວກັນ ຄາດວ່າ ມີແຮງງານຕ່າງດ້າວ ຮ້ອຍລະ 80 ບໍ່ໄດ້ຮັບຄ່າຈ້າງ ຂັ້ນຕ່ຳ ຕາມກົດຫມາຍ ກຳນົດໃຫ້ໃນໄທ.
ນອກຈາກນັ້ນ ການພິສູດສັນຊາດ ແຮງງານຕ່າງດ້າວ ກໍ່ມີບັນຫາ ຢ່າງຫລວງຫລາຍ ເພາະນາຍຈ້າງ ສ່ວນໃຫຍ່ຈະຍຶດ ຫນັງສືເດີນທາງ ຫລື Passport ໄວ້ ເຮັດໃຫ້ລູກຈ້າງ ບໍ່ມີສິດຕໍ່ລອງໃດໆ ທີ່ສຳຄັນ ນາຍຈ້າງສ່ວນໃຫຍ່ ບໍ່ພາລູກຈ້າງໄປ ຈົດທະບຽນ ພິສູດສັນຊາດ ເພາະບໍ່ຕ້ອງການ ຈ່າຍຄ່າທຳນຽມ ຕາມກົດຫມາຍ. ໃນຂະນະດຽວກັນ ການປະກັນສັງຄົມ ສຳລັບແຮງງານ ຕ່າງດ້າວ ໃນບາງໂຮງງານ ກໍບໍ່ມີແລະ ກໍມີບັນຫາໃນການ ໄປຮັກສາພຍາບານ ໂດຍສະເພາະ ໃນໂຮງ ພຍາບານ ເອກກະຊົນ.
ຄົນງານຕ່າງດ້າວ ຄົນນັ້ນ ເວົ້າເພີ້ມອີກວ່າ ເມື່ອມໍ່ໆມານີ້ ມີນາຍຈ້າງ ທີ່ໂຮງງານແຫ່ງນຶ່ງ ທີ່ແຂວງຂອນແກ່ນ ບອກລູກຈ້າງຂອງຕົນ ປະມານ 100 ຄົນ ວ່າທາງ ໂຮງງານ ຈະເຮັດໃບຜ່ານແດນ ໃຫ້ໃຫມ່ ໂດຍຈະເກັບຄ່າ ທຳນຽມຈາກລູກຈ້າງ ຄົນລະ 15 ພັນບາດ ໂຮງງານຈະຈ່າຍ ໃຫ້ກ່ອນ ຊື່ງລຸກຈ້າງຕ້ອງ ໄດ້ເຮັດວຽກໃຊ້ ຄືນເປັນເວລາ 1 ປີກັບ 6 ເດືອນ ຈື່ງຈະຫມົດ ລູກຈ້າງຫລາຍຄົນ ກໍ່ບໍ່ເຂົ້າໃຈ ແລະ ກໍບໍ່ມີຫນ່ວຍງານ ໃດເຂົ້າມາຊ່ອຍເຫລືອ ຂະເຈົ້າໄດ້.