ແຮງງານ ແລະ ສວັດດີການ ໃນລາວ

ກະຊວງແຮງງານ ແລະສວັດດີການ ສັງຄົມຂອງລາວ ເປີດເຜີຍວ່າ ສ.ປ.ປ.ລາວ ຍັງຂາດຍຸທສາດ ໃນການພັທນາ ສີມືແຮງງານ.
ຈຳປາທອງ
2009.05.11

ກະຊວງແຮງງານ ແລະສວັດດີການ ສັງຄົມຂອງລາວ ເປີດເຜີຍວ່າ ໃນໄລຍະ ຜ່ານມາ ເຖິງແມ່ນວ່າ ຂະແໜງການ ຂອງຕົນ ໄດ້ພະຍາຍາມ ແກ້ໄຂ ວຽກເຮັດງານທຳ ໃຫ້ສັງຄົມຢ່າງ ເປັນປະຈຳ ເພື່ອລົດຜ່ອນໄພ ຫວ່າງງານ ແລະສາມາດຝຶກ ສີມືແຮງງານ ດ້ານວິຊາຊີບ ໄດ້ບໍ່ຕ່ຳກວ່າ 100,000 ຄົນກໍດີ ແຕ່ກໍຍັງ ເຫັນວ່າ ສປປລາວ ຍັງຂາດຍຸທສາດ ແລະທິດປະຕິບັດ ທີ່ຈະແຈ້ງ ໃນການພັທນາ ສີມືແຮງງານ, ຂາດການຄຸ້ມຄອງ ແຮງງານ ແລະແບບແຜນ ວິທີເຮັດວຽກ ທີ່ດີ ໂດຍສະ ເພາະແມ່ນການ ແບ່ງງານ ລະຫວ່າງສູນກາງ ແລະທ້ອງຖິ່ນ.

ຖ້າທຽບໃສ່ ຄວາມຕ້ອງການ ຂອງສັງຄົມແລ້ວ ແມ່ນຍັງເຮັດໄດ້ ໜ້ອຍຫລາຍ ເພາະຍັງມີ ບັນຫາ ໄພຫວ່າງງານ ຢູ່ພາຍໃນ ປະເທດ ເກີດຂື້ນຢ່າງ ຫລວງຫລາຍ. ຕາມສະຖິຕິ ວ່າ ປັດຈຸບັນ ຢູ່ລາວ ມີຄົນຫວ່າງງານ 48,000 ຄົນ. ແຕ່ ທ່ານ ບຸນມາ ສິດທິສອນ ຮອງຫົວໜ້າກົມ ຈັດຫາງານ ແລະພັທນາສີມື ແຮງງານ ຢືນຢັນວ່າ ຕົນຍັງ ບໍ່ສາມາດ ຮັບປະກັນໄດ້ວ່າ ຄົນຫວ່າງງານ ທີ່ແທ້ຈິງ ຢູ່ລາວ ມີຈຳນວນ ເທົ່າໃດກັນແທ້. ພ້ອມກັນນັ້ນ ກໍຍັງມີ ຊາຍໜຸ່ມຍິງສາວ ແລະເດັກນ້ອຍລາວ ລັກລອບ ອອກໄປຂາຍ ແຮງງານ ທີ່ຕ່າງປະເທດ ເປັນຕົ້ນຢູ່ ປະເທດໄທ ເພີ່ມຂື້ນ ນຳເລື້ອຍໆ.

ໃນບົດລາຍງານ ປະຈຳປີ ຂອງກະຊວງນັ້ນ ຍັງຊີ້ບອກ ອີກວ່າ ການຝຶກ ວິຊາຊີບ ແລະການຄວບຄຸມ ອັດຕຣາການ ຫວ່າງງານ ໄດ້ຫລຸດຄາດໝາຍ ທີ່ວາງໄວ້, ການ ພັທນາສີມື ແຮງງານ ບໍ່ທັນຕອບ ສະໜອງໄດ້ ຕາມຄວາມຕ້ອງການ ຂອງການພັທນາ ເສຖກິດ-ສັງຄົມ, ແຮງງານລາວທີ່ ຊຳນານງານ ຍັງມີໜ້ອຍແລະ ຣະບຽບວິໃນ ໃນການອອກ ແຮງງານ ບໍ່ທັນສູງ. ຕົວຢ່າງ ບໍລິສັດ ຕັດຫຍິບ ຕ່າງໆຢູ່ລາວ ຕ້ອງການແຮງງານ ທີ່ມີສີມື ຈຳນວນຫລາຍ ພັນຄົນ ແລະບໍລິສັດ ທີ່ປະເທດໄທ ກໍຕ້ອງ ການແຮງງານລາວ 20,000 ຄົນ ແຕ່ທາງການລາວ ບໍ່ສາມາດ ສະໜອງຄົນງານ ໃຫ້ໄດ້.

ຕາມແຜນແມ່ບົດ ກ່ຽວກັບການ ພັທນາ ອາຊີວະສຶກສາ ແລະອົບຮົມ ວິຊາຊີບ ແຕ່ປີ 2006 ຫາ 2010 ຂອງລາວ ແມ່ນລາວມີຄວາມ ຕ້ອງການ ບຸກຄະລາກອນ ທີ່ຊຳນານງານ ສະເພາະໃນ ຂະແໜງການ ອຸດສາຫະກັມ ການຜະລິດຕ່າງໆ ເພີ່ມຂື້ນປະມານ 70,000 ຄົນ. ແຕ່ນັກວິຊາການ ຫລາຍທ່ານ ຍັງບໍ່ໝັ້ນໃຈວ່າ ການສະໜອງ ແຮງງານ ໃນຈຳນວນ ດັ່ງກ່າວ ຈະເປັນໄປໄດ້ ຫລືບໍ່ ເນື່ອງຈາກວ່າ ສ.ປ.ປ.ລາວ ຍັງຂາດສະຖານ ທີ່ຝຶກອົບຮົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 21, 2015 04:16 PM

ยากถามว่าการขอวีช่าไปไทยในปันจุบันนี้ อยู่ทีที่สะหวันนะเขตคือแพงแท้ ตั้ง50000บาท


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]