ແຜນການຈະສົ່ງ ແຮງງານລາວ ໄປເກົາຫລີໃຕ້ ຄັ້ງທຳອີດ ຕາມສັນຍາຮ່ວມ

ກະຊວງ ແຮງງານແລະ ສວັດດີການສັງຄົມ ສປປລາວ ມີແຜນການຈະ ສົ່ງແຮງງານລາວ ໄປເຮັດວຽກ ທີ່ເກົາຫລີໃຕ້ ເປັນຄັ້ງທຳອີດ ຕາມສັນຍາຄວາມຮ່ວມມື ຣະຫວ່າງສອງປະເທດ.
ສິດນີ
2009.02.12

ເຈົ້າຫນ້າທີ່ຈາກ ກົມແຮງງານ ແລະສວັດດີການສັງຄົມ ສປປລາວ ໃຫ້ການວ່າ ທາງກະຊວງແຮງງານ ມີແຜນການທີ່ ຈະສົ່ງແຮງງານ ໄປເຮັດການທີ່ ປະເທດເກົາຫລີໃຕ້ ເປັນຄັ້ງທຳອີດ ດ້ວຍການລົງນາມ ຄວາມຮ່ວມມືທາງດ້ານ ແຮງງານຣະຫວ່າງ ສອງປະເທດ ແຕ່ຍັງບໍ່ມີກຳນົດການວ່າ ຈະສົ່ງໄປເມືອ່ໃດ,

ທ່ານວ່າ ສຳລັບແຮງງານ ທີ່ຈະໄປເກົາຫລີໃຕ້ນັ້ນ ຈະເປັນແຮງງານ ທີ່ມີຄວາມພ້ອມ ທາງດ້ານສີມື ຕອ້ງມີການຝືກ ອົບຣົບກ່ອນ ດັ່ງທ່ານ ແສງທອງ ໄຊປະເສີດ ເຈົ້າຫນ້າທີ່ແຮງງານ ພແນກສົ່ງເສີມວຽກງານ ທີ່ນະຄອນຫລວງວຽງຈັນ ໃຫ້ການວ່າ-ຕົວໃດ ທີ່ພວກເຮົາສາມາດ ຈັດສົ່ງໄດ້ພວກ ເຮົາກໍ່ຈັດສົ່ງ ສຳລັບເງຶ່ອໃຂ ໃນການເຮັດວຽກ ບອ່ນໃດດີ ພວກເຮົາກໍ່ສົ່ງເສີມ ຕົ້ນຕໍພວກເຮົາກໍ່ເບີ່ງເງຶ່ອໃຂ ໃນການເຮັ້ດວຽກນັ້ນແຫລະ ຖ້າບ່ອນໃດມັນດີ ກໍ່ຈັດສົ່ງໄປທີ່ນັ້ນ.

ທ່ານວ່າ ໃນທົ່ວປະເທດ ໃນປັດຈຸບັນ ອາດຈະມີຄົນວ້າງານ ຫລາຍສີບພັນຄົນ ສ່ວນໃຫຍ່ຈະຕົກງານ ມາຈາກປະເທດໄທ ທີ່ມີການສລໍຕົວ ຂອງເສຖາກິດ, ຕາມແຜນການຂອງຣັຖບານ ຈະປະວຽກເຮັດງານທຳ ໃຫ້ແກ່ຄົນວ້າງງານ ພາຍໃນປະເທດ 70% ແລະສ່ວນເຫລືອ 30% ຈະສົ່ງອອກໄປ ຕ່າງປະເທດ, ທາງການລາວ ມີແຜນການຈະ ສົ່ງເສີມວຽກເຮັດ ງານທຳໃຫ້ຄົນລາວ ຜູ້ທີ່ວ້າງງານ ໂດຍທົ່ວໄປ ທ່ານກ່າວເພີ້ມອີກວ່າ--

ຈະສົ່ງເສີມການ ມີວຽກເຮັດງານທຳ ໃຫ້ຜລົເມືອງລາວ ທຸກດ້ານເລີຍ ເຮັດແນວໃດໃຫ້ ຕົວເລກການວ້າງ ງານນີ້ນ້ອຍລົງ.

ແຮງງານລາວສ່ວນໃຫຍ່ ເປັນແຮງງານ ທີ່ຂາດສືມີ ໃນວີຊາສະເພາະ, ທາງການລາວ ພຍາຍາມທີ່ ຈະຝືກອົບໂຣບ ແຮງງງານກຸ່ມນີ້ ໃຫ້ສາມາດແຂ່ງຂັນ ໃນຕລາດແຮງງານ ຂອງຫລາຍປະເທດ ສຳລັບແຮງງານ ທີ່ຈະໄປເກົາຫລີໃຕ້ນັ້ນ ຕ້ອງເປັນແຮງງານ ທີ່ມີສີມື ບໍ່ດັ່ງນັ້ນ ເກົາຫລີໃຕ້ຈະບໍ່ຮັບ ແຕ່ກໍ່ຕ້ອງມີ ການຝືກອົບຣົມ ໃຫ້ແກ່ພວກຂະເຈົ້າກ່ອນ.













ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.