ແຮງງານຈາກ ສາມຊາຕ ທີ່ຜິດກົດຫມາຍ ໃນໄທ ຕ້ອງ ລົງທະບຽນ

ແຮງງານລາວ ທີ່ຜິດກົດຫມາຍ ໃນປະເທດໄທ ຕ້ອງໄດ້ລົງທະບຽນ ເພື່ອພິສູດສັນຊາດ ໃຫ້ແລ້ວກ່ອນ ເດືອນກຸມພາ ປີ 2010.
ສິດນີ
2009.10.16

ແຮງງານລາວ ທີ່ລັກລອບ ເຮັດວຽກ ແລະ ອາສັຍຢູ່ປະເທດໄທ ແບບຜິດກົດຫມາຍ ຜູ້ທີ່ມາແຈ້ງ ລາຍຊື່ ແລະ ສຳເນົາ ບ່ອນຢູ່ອາສັຍ ກັບແຮງງານໄທ ກ່ອນວັນທີ 30 ພືສຈິກາ ປີ 2009 ນັ້ນຕ້ອງມາລົງ ທະບຽນ ອີກເທື່ອນື່ງ ເພື່ອເຮັດຫນັງສື ພິສູດສັນຊາດ ໃຫ້ແລ້ວກ່ອນ ເດືອນກຸມພາ ປີ 2010.

ກຸ່ມດັ່ງກ່າວຕ້ອງ ປະກອບ ເອກກະສານ ຂໍໃບອະນຸຍາດ ເຮັດວຽກ ແລະປ່ຽນສຖານະ ຈາກຄົນ ຜິດກົດຫມາຍ ໃຫ້ເປັນຄົນ ຖືກຕ້ອງ ຕາມກົດຫມາຍ ແລະ ສາມາດ ເຮັດວຽກ ໃນປະເທດໄທ ໄດ້. ດັ່ງທ່ານ ຊນີດ ຫນຸ່ມນ້ອຍ ຜູ້ອຳນວຍການ ສຳນັກງານ ບໍຣິຫານແຮງງານ ຕ່າງດ້າວຂອງໄທ ກ່າວກ່ຽວກັບ ເຣື້ອງນີ້ໃນຕອນ ນື່ງວ່າ:

"ພິສູດສັນຊາດ 3ສັນຊາດຄົງ ຈະບໍ່ແລ້ວ ເສັດ ເພາະ ຄົນເປັນລ້ານຄົນ ທີ່ນີ້ເຮົາຂໍໃຫ້ ພວກທີ່ຈະພິສູດ ສັນຊາດ ມາລົງທະບຽນ ກ່ອນ ຫລັງຈາກນັ້ນ ເຮົາຈະດຳເນີນ ການພິສູດ ສັນຊາດ ໄປເລື້ອຍໆ ຂນະນີ້ວິທີ ການພິສູດ ສັນຊາດຄືໃຫ້ ແຮງງານຂຽນແບບ ພິສູດສັນຊາດໃຫ້ເສັດກ່ອນ ວັນທີ 28 ກຸມພາ ຖ້າໃຜບໍ່ສົ່ງ ແບບ ດັ່ງກ່າວ ພາຍໃນ ວັນທີ 28 ກຸ່ມພາ ຈະຕອ້ງຖືກ ພັກດັນອອກໄປ."

ທ່ານກ່າວ ຕໍ່ໄປວ່າ ແຮງງານຕ່າງດ້າວ ຈາກ3ຊາດ ລາວ ກຳພູຊາ ແລະພະມ້າ ໂດຍສtະເພາະ ແຮງງານລາວ ຕ້ອງຕິດຕໍ່ເຂົ້າ ມາຫາສຳນັກງານ ພິສູດສັນຊາດ ແຮງງານຕ່າງດ້າວ ຕາມຈຸດ ທີ່ທາງການໄທ ຕັ້ງໃວ້ ໂດຍຈະມີເຈົ້າ ຫນ້າທີ່ລາວ ມາປະຈຳການ ທີ່ນັ້ນ ເພື່ອອຳນວຍ ຄວາມສດວກ ພ້ອມດ້ວຍການອອກ ຫນັງສື      ເດີນທາງ ຮ່ວມທັງຮັບຮອງ ສັນຊາດລາວ ໃຫ້ກັບແຮງງານ ເຂົ້າສູ່ຣະບົບ ການແຈ້ງງານ ທຸກຄົນ. ກຸ່ມແຮງງານລາວ ຜູ້ທີ່ບໍ່ມາ ພິສູດສັນຊາດ ຈະບໍ່ອະນຸຍາດ ໃຫ້ເຮັດວຽກໃນໄທ ໄດ້ແລະຫລັງຈາກ ເດືອນກຸມພາ ປີ 2010 ທາງການໄທຈະ ທຳການກວດກາ ແຮງງານຕ່າງດ້າວ ທີ່ຜີດກົດຫມາຍ ຢ່າງເຂັ້ມງວດ. ຜູ້ທີ່ຖືກຈັບ ກຸມ ຈະຖືກພັກດັນ ສົ່ງກັບບ້ານ ຖືວ່າເປັນຄົນ ເຂົ້າເມືອງໄທ ແບບຜິດກົດຫມາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.