ລາວ 190 ຄົນ ຖືກຈັບ ຢູ່ໄທ
2009.04.02
ເຈົ້າໜ້າທີ່ ຕຳຣວດແຂວງ ຣາຊສີມາ ຂອງໄທ ຈັບຄົນລາວ 190 ຄົນເຫລົ່ານີ້ເມື່ອ ວັນພຸດ ວັນທີ່ 1 ເມສາ ທີ່ປ້ອມຍາມກວດ ກາຫລັກ ກິໂລແມັດ ທີ່ 45 ຕາມຖນົນ ຫລວງມິດພາບໃນ ແຂວງຣາຊສີມາ. ຫລັງຈາກການສອບ ສວນແລະສືບສວນ ຊາວລາວທັງໝົດ 190 ຄົນຮັບ ສາຣະພາບວ່າ ພວກເຂົາມາຈາກ ແຂວງສວັນນະເຂດ ຂອງລາວ ໂດຍທີ່ນາຍໜ້າ ໄດ້ໄປຮັບເອົາ ທີ່ເມືອງ ມຸກດາຫານ ຂອງໄທແລະຈະ ເດີນທາງໄປຊອກ ຫາວຽກງານຢູ່ ບາງກອກ. ທັງໝົດໄດ້ຈ່າຍ ເງິນຄ່ານາຍໜ້າ ຜູ້ລະ 2,000 ບາດ. ຄົນງານລາວຫລາຍໆ ຄົນທີ່ຖືກຈັບ ເວົ້າວ່າຄົນລາວ ຈະເຂົ້າມາຊອກ ຫາວຽກງານຢູ່ ໄທຫລາຍຂື້ນໃນ ຣະຍະນີ້ເພາະ ຢູ່ລາວກຳລັງ ປະສົບກັບໄພ ແຫ້ງແລ້ງ ແລະ ບໍ່ມີວຽກງານ. ເຈົ້າໜ້າທີ່ ຕຳຣວດໄທ ຈະຟ້ອງຊາວລາວ ທັງໝົດຂື້ນສານ ໃນຄະດີ ລັກລອບເຂົ້າເມືອງ ຢ່າງຜິດກົດໝາຍ. ຫລັງຈາກຖືກ ປັບໃໝລົງ ໂທດແລ້ວ ພວກເຂົາຈະຖືກ ສົ່ງກັບຄືນ ປະເທດລາວ.
ເຈົ້າໜ້າທີ່ ຕຳຣວດໄທ ຜູ້ນຶ່ງເວົ້າວ່າ ເຈົ້າໜ້າທີ່ຈັບ ຄົນງານລາວໄດ້ ເລື້ອຍໆແຕ່ຜ່ານມາ ຈັບບໍ່ໄດ້ຫລາຍ ເຖິງປານນີ້ ຈັກເທື່ອ ສ່ວນຫລາຍແລ້ວ ຈະຈັບໄດ້ ປະມານ 10-20 ຄົນເທົ່ານັ້ນ. ການເຂົ້າມາຊອກ ຫາວຽກງານ ຢູ່ໄທ ເປັນການສ່ຽງຫລາຍ ສຳລັບຄົນລາວ ຕົວຢ່າງຕ້ອງສ່ຽງ ກັບນາຍໜ້າທີ່ ຈະຕົວະຕົ້ມ ຕ້ອງສ່ຽງກັບການ ຖືກຈັບແລະຕ້ອງ ສ່ຽງກັບການຖືກ ກົດຂີ່ເຫັງແລະ ເອົາລັດເອົາປຽບ ໂດຍນາຍຈ້າງ. ອີກບັນຫາໃຫຍ່ ນຶ່ງໃນປັດຈຸບັນ ຊາວໄທເອງກໍ ຫວ້າງງານຫລາຍ ເພາະສະພາບ ເສຖກິດຂອງໄທ ແລະຂອງໂລກ ກຳລັງຕົກຕ່ຳ.